![]() |
ທ່ານ ກິແກ້ວ ຈັນທະບູຣີ ໄດ້ກ່າວໄຂກອງປະຊຸມ ຊຶ່ງມີບາງຕອນວ່າ: ກອງປະຊຸມຄັ້ງນີ້, ເປັນໂອກາດທີ່ດີ ທີ່ພວກເຮົາຈະໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວດຳເນີນທຸລະກິດຂອງບັນດາລັດວິສາຫະກິດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຂວງ ເປັນຕົ້ນແມ່ນດ້ານຕັ້ງໜ້າ ແລະ ດ້ານຄົງຄ້າງ ສິ່ງທີ່ຍັງເປັນບັນຫາທ້າທາຍ ເພື່ອພ້ອມກັນແລກປ່ຽນຄຳເຫັນ ແລະ ປຶກສາຫາລື, ກົນໄກການເຮັດວຽກ ແລະການປະສານງານ, ລະບອບການລາຍງານລະຫວ່າງຄະນະປະຕິຮູບຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເອກະພາບໃນທິດທາງດຽວກັນ ແລະ ສ້າງເງື່ອນໄຂໃໝ່ ເພື່ອສົ່ງເສີມລັດວິສາຫະກິດໃຫ້ນັບມື້ມີຄວາມເຂັ້ມແຂງ ແລະ ປະກອບພັນທະໃຫ້ລັດໄດ້ດີກວ່າເກົ່າ. ນອກຈາກນັ້ນ, ພວກເຮົາຈະພ້ອມກັນຕີລາຄາຄືນ ແລະ ເອກະພາບກັນດ້ານຂໍ້ມູນ, ສະຖິຕິ, ຕົວເລກຕ່າງໆໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ເປັນຕົ້ນແມ່ນ: ຈຳນວນຫົວໜ່ວຍລັດວິສາຫະກິດໃນທົ່ວປະເທດ (ຕາມສະຖິຕິລັດວິສາຫະກິດ ພວກເຮົາມີຢູ່ໃນປັດຈຸບັນແມ່ນ 173 ຫົວໜ່ວຍ, ສູນກາງຄຸ້ມຄອງ 94 ຫົວໜ່ວຍ, ທ້ອງຖິ່ນຄຸ້ມຄອງ 79 ຫົວໜ່ວຍ), ຂໍ້ມູນຕົວເລກທາງດ້ານການເງິນ ແລະ ດ້ານອື່ນໆ.
ການລົງມາເຮັດວຽກຄັ້ງນີ້, ແມ່ນແນໃສ່ຮັບຟັງຄຳຄິດເຫັນຂອງອົງການຄຸ້ມຄອງມະຫາພາກຂັ້ນແຂວງ ແລະ ຄາເຫັນຂອງບັນດາຫົວໜ່ວຍລັດວິສາຫະກິດ ໃນວຽກງານດັ່ງກ່າວ ພ້ອມທັງເກັບກຳຂໍ້ມູນຮອບດ້ານ ເພື່ອການກຽມໃຫ້ແກ່ກອງປະຊຸມຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ຮ່ວມກັບຄະນະປະຕິຮູບຂັ້ນກະຊວງ ແລະ ບັນດາແຂວງ ຄາດວ່າຈະໄຂຂຶ້ນໃນ ທ້າຍປີ 2025ນີ້.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການເຜີຍແຜ່ນິຕິກຳທີ່່ທີ່ຕິດພັນກັບລັດວິສາຫະກິດ ເປັນຕົ້ນແມ່ນມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 29/ກມສພ, ລົງວັນທີ 2 ຕຸລາ 2025; ຂໍ້ຕົກລົງ ຫ້ອງວ່າການສູນກາງພັກ ເລກທີ 370/ຫສພ, ລົງວັນທີ 14 ກໍລະກົດ 2025, ແຈ້ງການ ກະຊວງການເງິນ ເລກທີ 3030/ຫກ, ລົງວັນທີ 7 ຕຸລາ 2025 ແລະ ການລາຍງານຫຍໍ້ສະພາບການປະຕິຮູບ-ຄຸ້ມຄອງ, ກົນໄກການປະສານງານ ແລະ ທິດທາງໃນຕໍ່ໜ້າ. ຮັບຟັງການລາຍງານຫຍໍ້ສະພາບການເຄື່ອນໄຫວຂອງລັດວິສາຫະກິດແຂວງ ສະຫວັນນະເຂດ ແລະ ແຂວງຄໍາມ່ວນ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ