ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ
ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ.
ປດຈບນຄາມວນເກບກຽວເຂານາປໄດແລວ 21,010 ເຮກຕາ - image 1
 

ຜ່ານການຈັດຕັ້ງປະຕິບັດເນື້ອທີ່ນາລວມທັງໝົດໄດ້ 91,637 ເຮັກຕາ ເທົ່າກັບ 98.75% ຂອງເນື້ອທີ່ແຜນການປີ, ເນື້ອທີ່ເສຍຫາຍຈາກນໍ້າຖ້ວມ 7,691 ເຮັກຕາ, ເນື້ອທີ່ຍັງເຫຼືອ 83,946 ເຮັກຕາ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ຕົວຈິງ 60,638 ເຮັກຕາ, ເນື້ອທີ່ເສຍຫາຍ 6,220 ເຮັກຕາ, ເນື້ອທີ່ຍັງເຫຼືອ 54,418 ເຮັກຕາ; ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 31,059 ເຮັກຕາ, ເນື້ອທີ່ເສຍຫາຍ 1,471 ເຮັກຕາ, ເນື້ອທີ່ຍັງເຫຼືອ 29,528 ເຮັກຕາ.

ມາຮອດປັດຈຸບັນ ການເກັບກ່ຽວເຂົ້ານາລວມ (ນາຫວ່ານ + ນາດໍາ) ປະຕິບັດໄດ້ແລ້ວ 21,010 ເຮັກຕາ ເທົ່າກັບ 25.03%. ໃນນີ້, ເຂົ້າເພື່ອເປັນສະບຽງອາຫານເກັບກ່ຽວໄດ້ແລ້ວ 13,063 ເຮັກຕາ ເທົ່າກັບ 24.01% ຂອງເນື້ອທີ່ເກັບກ່ຽວຕົວຈິງ, ເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້ແລ້ວ 7,946 ເຮັກຕາ ເທົ່າກັບ 26.91% ຂອງເນື້ອທີ່ເກັບກ່ຽວຕົວຈິງ.

ປດຈບນຄາມວນເກບກຽວເຂານາປໄດແລວ 21,010 ເຮກຕາ - image 2
 

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ເຂັ້ມງວດຄຸ້ມຄອງ-ກວດກາລາຄາສິນຄ້າ ຫຼັງມີການປັບຂຶ້ນລາຄານໍ້າມັນເຊື້ອໄຟ

ເຊກອງ ເຂັ້ມງວດຄຸ້ມຄອງ-ກວດກາລາຄາສິນຄ້າ ຫຼັງມີການປັບຂຶ້ນລາຄານໍ້າມັນເຊື້ອໄຟ

ໃນວັນທີ 17 ມີນານີ້, ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າ ແລະ ຂະແໜງການກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມກວດກາລາຄາສິນຄ້າຢູ່ທີ່ຕະຫຼາດສົດເທສະບານແຂວງເຊກອງ.
ສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະໜຶ່ງເດືອນ ແລະ ວາງແຜນວຽກຈຸດສຸມໃນຕໍ່ໜ້າ

ສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະໜຶ່ງເດືອນ ແລະ ວາງແຜນວຽກຈຸດສຸມໃນຕໍ່ໜ້າ

ວັນທີ 17 ມີນານີ້ ທີ່ສະໂມສອນແຂວງ, ຄະນະກໍາມະການປົກຄອງແຂວງສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານປະຈຳເດືອນມີນາ 2026 ແລະ ຄົ້ນຄວ້າວຽກງານທີ່ເຄັ່ງຮ້ອນ ພ້ອມທັງວາງແຜນວຽກຈຸດສຸດຕ່າງໆ ໃນຕໍ່ໜ້າ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງສາລະວັນ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ປະທານຄະນະກຳມະການປົກຄອງເມືອງ 8 ເມືອງ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ຜູ້ດຽວ ມອບເງິນ 1,3 ຕື້ກີບ ໃຫ້ແຂວງຄໍາມ່ວນ

ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ຜູ້ດຽວ ມອບເງິນ 1,3 ຕື້ກີບ ໃຫ້ແຂວງຄໍາມ່ວນ

ໃນຕອນບ່າຍວັນທີ 17 ມີນານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດຜູ້ດຽວ ໄດ້ມອບເງິນຈໍານວນ 1,3 ຕື້ກີບໃຫ້ແກ່ແຂວງຄໍາມ່ວນ ເພື່ອປະກອບສ່ວນສະໜັບສະໜູນການຈັດງານສໍາຄັນ ຄົບຮອບ 80 ປີ ຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946. ມອບໂດຍ ທ່ານ ຫານ ຫຸຍລູ ປະທານບໍລິສັດ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ, ໂດຍມີ ທ່ານ ຫວາງ ເຕີສວນ ຜູ້ອຳນວຍການບໍລິສັດ, ຫົວໜ້າຫ້ອງວ່າການແຂວງເຂົ້າຮ່ວມ.
ອກລ ຈັດຕັ້ງເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ

ອກລ ຈັດຕັ້ງເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ

ໃນວັນທີ 17 ມີນາ ນີ້, ອົງການກວດສອບແຫ່ງລັດ (ອກລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ, ປະທານອົງການກວດສອບແຫ່ງລັດ ຊຶ່ງເຂົ້າຮ່ວມກອງປະຊຸມມີ ສະຫາຍຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ, ບັນດາສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍສະມາຊິກພັກຂອງບັນດາໜ່ວຍທີ່ຂຶ້ນກັບອົງຄະນະພັກອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ເມືອງບາຈຽງຈະເລີນສຸກ ຈັດພິທີ ສະເຫຼີມສະຫຼອງວັນແມ່ຍີງສາກົນ ຄົບຮອບ116ປີ.

ເມືອງບາຈຽງຈະເລີນສຸກ ຈັດພິທີ ສະເຫຼີມສະຫຼອງວັນແມ່ຍີງສາກົນ ຄົບຮອບ116ປີ.

ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ຈັດພິທີສະເຫຼີມສະຫຼອງວັນແມ່ຍີງສາກົນ ຄົບຮອບ116ປີ (8 ມີນາ1910 - 8 ມີນາ 2026) ຕິດພັນກັບການມອບທຸງໄຊ 3 ດີ ໃຫ້ສະຫະພັນແມ່ຍີງເມືອງ ພາຍໃຕ້ຄຳຂວັນ "ສິດທິ, ຄວາມຍຸຕິທຳ, ການລົງປະຕິບັດເພື່ອແມ່ຍີງ ແລະ ເດັກນ້ອຍທຸກຄົນ" ຂຶ້ນໃນວັນທີ 17 ມີນານີ້ ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ແສງສຸລິຍາ ກຸວັນທອງ ຮອງເລຂາພັກເມືອງ ປະທານກວດການພັກ-ລັດເມືອງ.
ສວສສຊ ສະຫຼຸບວຽກງານປະຈຳປີ 2025

ສວສສຊ ສະຫຼຸບວຽກງານປະຈຳປີ 2025

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ທິດທາງແຜນການປີ 2026 ແລະ ມອບໃບຍ້ອງຍໍປະຈຳປີ 2025, ໃນວັນທີ 17 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ ສວສສຊ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ, ມີບັນດາຮອງປະທານ, ຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.
ຮສສ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ຄົບຮອບ 80 ປີ

ຮສສ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ຄົບຮອບ 80 ປີ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ຂຶ້ນໃນວັນທີ 17 ມີນານີ້ ທີ່ກະຊວງດັ່ງກ່າວ, ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ໂພໄຊ ໄຊຍະສອນ ເລຂາຄະນະພັກ ລັດຖະມົນຕີກະຊວງ ຮສສ, ມີຮອງລັດຖະມົນຕີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.
ບັນດາພະແນກການ, ອົງການທຽບເທົ່າ ແຂວງຄໍາມ່ວນ ຮ່ວມຂໍານັບ ແລະ ສັກກະລະບູຊາ ຮູບຫລໍປະທານ ສຸພານຸວົງ

ບັນດາພະແນກການ, ອົງການທຽບເທົ່າ ແຂວງຄໍາມ່ວນ ຮ່ວມຂໍານັບ ແລະ ສັກກະລະບູຊາ ຮູບຫລໍປະທານ ສຸພານຸວົງ

ວັນທີ 17 ມີນານີ້, ບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງຄໍາມ່ວນ ໄດ້ຮ່ວມຂໍານັບ ແລະ ສັກກະລະບູຊາ ຕໍ່ໜ້າຮູບຫລໍ່ຂອງທ່ານປະທານ ສຸພານຸວົງ ເນື່ອງໃນໂອກາດລະນຶກມູນເຊື້ອ ວັນນັກຮົບ ເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ກໍຄືເຫດການວັນທີ 21 ມີນາ ປີ 1946 ຄົບຮອບ 80 ປີ.
ຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ

ຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ

ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ເວົ້າລວມ, ເວົ້າສະເພາະ ເພື່ອເຮັດໃຫ້ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສູ່ວຽກງານຕົວຈິງໂດຍໄວ. ໃນວັນທີ 16 ມີນາ ນີ້ ການນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ພົບປະໂອ້ລົມ ແລະ ເຜີຍແຜ່ເອກະສານ ທີ່ຕິດພັນກັບການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນ ຫສນຍ, ພາຍໃຕ້ການເປັນປະທານ ຂອງທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າ ຫສນຍ; ມີທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາທ່ານຫົວໜ້າກົມ, ຫົວໜ້າຫໍປະຊຸມແຫ່ງຊາດ ແລະ ບັນດາຮອງຫົວໜ້າກົມພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.
ກົມໂຄສະນາ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ແລກປ່ຽນບົດຮຽນວິຊາສະເພາະ

ກົມໂຄສະນາ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ແລກປ່ຽນບົດຮຽນວິຊາສະເພາະ

ເພື່ອສ້າງການຫັນປ່ຽນໃໝ່ໃນວຽກງານໂຄສະນາ, ທັງຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະ ຢູ່ທ້ອງຖິ່ນ ໃຫ້ມີການເຄື່ຶອນໄຫວຢ່າງແຂງແຮງ. ໃນວັນທີ 13-14 ມີນາ ຜ່ານມານີ້ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄອສພ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ກັບຄະນະໂຄສະນາອົບຮົມແຂວງວຽງຈັນ ແລະ ເມືອງວັງວຽງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນໍາ ຂອງແຂວງ ແລະ ການ​ນຳ​​ເມືອງວັງ​ວຽງ.
ເພີ່ມເຕີມ