![]() |
ຄະນະຮັບຜິດຊອບພິທີໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ, ປະທານສານປະຊາຊົນສູງຕົກລົງ ແຕ່ງຕັ້ງທ່ານ ຄຳໄພ ໄຊຍະສຸກ ຜູ້ພິພາກສາຊັ້ນສອງ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ.
ທ່ານ ຂຸນສຸວັນ ສຸທຳມະວົງ ກໍໄດ້ໂອ້ລົມ ເນັ້ນໃຫ້ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ເຮັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ,ເອົາໃຈໃສ່ນໍາພາສະມາຊິກພັກ ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບ ມີຈັນຍາບັນ-ຈັນຍາທໍາ, ມີນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ.
(ຂ່າວ: ຕຸໄລເພັດ, ຂໍ້ມູນຈາກ ສປສສ)

ຄໍາເຫັນ