ທ່ານ ກູເຕີເຣັສ ກ່າວວ່າ: ບົດລາຍງານສະບັບຫຼ້າສຸດສະແດງໃຫ້ເຫັນວ່າ: 10 ປີຜ່ານມາ ແມ່ນ 10 ປີທີ່ມີສະພາບອາກາດຮ້ອນທີ່ສຸດໃນການບັນທຶກຂອງປະຫວັດສາດ, ອຸນຫະພູມທາງທະເລສູງຂຶ້ນ ແລະ ສ້າງສະຖິຕິໃໝ່ເລື້ອຍໆ ຊຶ່ງສິ່ງນີ້ໄດ້ທຳລາຍລະບົບນິເວດຢ່າງຮ້າຍແຮງ. ນອກຈາກນີ້, ສະພາບອາກາດທີ່ຮຸ່ນແຮງຜິດປົກກະຕິເກີດຂຶ້ນຢ່າງຕໍ່ເນື່ອງ ກໍ່ໃຫ້ເກີດໄຟໄໝ້, ນໍ້າຖ້ວມ, ພາຍຸ ແລະ ຄື້ນອາກາດຮ້ອນ ໄດ້ຂົ່ມຂູ່ຕໍ່ທຸກປະເທດ, ສ່ວນປະເທດທີ່ທຸກຍາກ ແລະ ອ່ອນແອທີ່ສຸດ, ໂດຍສະເພາະແມ່ນປະເທດເກາະດອນນ້ອຍທີ່ກຳລັງພັດທະນາ ແລະ ປະເທດດ້ອຍພັດທະນາທີ່ສຸດ, ລ້ວນແຕ່ໄດ້ຮັບຜົນກະທົບ ແລະ ເສຍຫາຍສູງທີ່ສຸດ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ
ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
ຄໍາເຫັນ