ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ (ຜູ້ເກົ່າ) ແລະ ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 23 ຕຸລາ ນີ້, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ມອບ-ຮບໜາທ ຫວໜາພະແນກສາທາລະນະສກແຂວງເຊກອງ ຜເກາ ແລະ ຜໃໝ - image 1
 

ໃນພິທີ, ທ່ານ ຂັນທະລີ ວັນລະເບືອມ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານແຈ້ງການ ຂອງທ່ານເຈົ້າແຂວງ ສະບັບເລກທີ 28/ຊກ, ລົງວັນທີ 9 ຕຸລາ 2025, ແຈ້ງໃຫ້ທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງ ອາຍຸກະສຽນ 57 ປີ, ອາຍຸການ 25 ປີ ພັກການລໍຖ້າຮັບອຸດໜູນບໍານານ ຕາມລະບຽບການ; ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 826/ຄປພຂ-ຊກ, ລົງວັນທີ 9 ຕຸລາ 2025 ວ່າດ້ວຍບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ ແລະ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 91/ຊກ, ລົງວັນທີ 9 ຕຸລາ 2025 ວ່າດ້ວຍແຕ່ງຕັ້ງຫົວໜ້າພະແນກສາທາລະນະສຸກແຂວງ. ໃນນີ້, ຕົກລົງແຕ່ງຕັ້ງ ທ່ານ ນາງ ລໍາພັນ ໄຊຄໍາມີ ກໍາະມການພັກແຂວງ ເປັນເລຂາຄະນະພັກຮາກຖານ ທັງເປັນຫົວໜ້າພະແນກສາທາລະນະສຸກແຂວງເຊກອງ.

ມອບ-ຮບໜາທ ຫວໜາພະແນກສາທາລະນະສກແຂວງເຊກອງ ຜເກາ ແລະ ຜໃໝ - image 2
 

ໃນໂອກາດນີ້, ທ່ານ ບົວໄລ ເກດຈັນ ກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາດ້ານດີ-ຂໍ້ສະດວກ, ດ້ານອ່ອນ-ຂໍ້ຫຍຸ້ງຍາກ ແລະ ຜົນງານການນໍາພາວຽກງານສາທາລະນະສຸກໃນໄລຍະຜ່ານມາ. ຫຼັງຈາກນັ້ນ, ກໍໄດມີການເຊັນມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກສາທາລະນະສຸກແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍຊ້ອງໜ້າທ່ານ ນາງ ສີສະຫງ່າ ແກ້ວດວງດີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນລະຫວ່າງລັດວິສາຫະກິດການ ບິນລາວ, ລັດວິສາຫະກິດລາວເດີນອາກາດ ແລະ ບໍລິສັດ ລ້ານຊ້າງ ການບິນສາກົນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມານີ້, ໂດຍມີທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ, ທ່ານ ພັນເອກ ປັນທະວີ ສີສົງຄາມ ຜູ້ອໍານວຍການ ລັດວິສາຫະກິດ ລາວເດີນອາກາດ, ທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການ ບໍລິສັດ ລ້ານຊ້າງການບິນສາກົນ ຈໍາກັດ, ມີບັນດາຜູ້ຕາງໜ້າຄະນະກອງຈະລາຈອນທາງອາກາດລາວ, ກົມການບິນພົນລະເຮືອນ, ກອງສະໜາມການບິນລາວ ພ້ອມດ້ວຍພະນັກງານທັງ 3 ສາຍການບິນເຂົ້າຮ່ວມເປັນສັກຂີພິຍານ.
ປຶກສາຫາລື ເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວ

ປຶກສາຫາລື ເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວ

ກອງປະຊຸມປຶກສາຫາລື ການເກັບກໍາຂໍ້ມູນລັດວິສາຫະກິດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນໄດ້ຈັດຂຶ້ນໃນວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ປະຈຳການຄະນະປະຕິຮູບລັດວິສາຫະກິດ.
ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ພິທີປະກາດການຈັດຕັ້ງສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໃຫ້ກຽດເປັນປະທານ ແລະ ມອບຂໍ້ຕົກລົງ ຂອງທ່ານ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີຄະນະກົມ, ຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ.
ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກຳລາວ, ຈັດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025” ພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, ພາຍໃຕ້ຫົວຂໍ້: ຕໍ່າຫູກ-ຜູກຮັກ ອະນຸລັກ ປະເພນີ ການແຕ່ງດອງ” ຊຶ່ງຈັດຂຶ້ນໃນວັນທີ 22 ຕຸລານີ້ ທີ່ ຫໍຜ້າໄໝບູຮານ (ຂ້າງຫໍຄໍາ).
ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂອງເມືອງໄຊຍະບູລີ

ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂອງເມືອງໄຊຍະບູລີ

ວັນທີ 22 ຕຸລານີ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ ແລະ ມອບໃບຢັ້ງຢືນບ້ານພົ້ນທຸກ 38 ບ້ານ ແລະ ບ້ານພັດທະນາ 18 ບ້ານ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ເສນ ພັນລັກ ກຳມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ.
ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ຄັ້ງທີ IX ໄດ້ໄຂຂຶ້ນທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ, ໃນວັນທີ 23 ຕຸລານີ້, ມີພະອາຈານ ມະຫາເຫວດ ມະເສໄນ ອົງຮັກສາການປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ພ້ອມດ້ວຍຜູ້ແທນພະສົງທົ່ວແຂວງ, ມີຕາງຽໜ້າການນຳຂອງແຂວງ, ພາກສ່ວນກ່ຽວຂ້ອງຈາກພາກລັດ ແລະ ອອກຕົນຍາດໂຍມ ຜູ້ມີໃຈໃສສັດທາ ເຂົ້າຮ່ວມ.
ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ອະນຸກຳມະການປ້ອງກັນງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງ-ຈໍາໜ່າຍສິນຄ້າ ປະຈຳປີ ພ.ສ 2568 (ຄ.ສ 2025) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025, ອະນຸກຳມະການປ້ອງກັນງານບຸນດັ່ງກ່າວ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນ 2,015 ສະ ຫາຍ, ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍພາຍໃນງານ.
ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ.
ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ໃນວັນທີ 22 ຕຸລາ 2025, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ການນຳເມືອງຄູນ ໄດ້ລົງຢ້ຽມຢາມ ໂອ້ລົມພໍ່ແມ່ປະຊາຊົນ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດ ນ້ຳໄຫຼສຸບ້ານ ຍ້ອນພາຍຸບົວລອຍ ຄັ້ງວັນທີ 29-30 ກັນຍາ 2025, ທ່ານ ໄຊສືຊົ່ງ ຮອງນາຍບ້ານໆພູກາເຟ ເມືອງຄູນ ໄດ້ລາຍງານຜົນເສຍຫາຍຍ້ອນພາຍຸບົວລອຍວ່າ: ມີ 10 ຄອບຄົວ, ມີ 40 ຄົນ, ເສຍຊີວິດ 2 ຄົນ, ງົວ 19 ໂຕ, ຄວາຍ 2 ໂຕ, ເຮືອນ 4 ຫຼັງ, ຫ້ອງການບ້ານ 1 ຫຼັງ ແລະ ດິນເຈື່ອນຖົມນາ, ສວນຫຍ້າ, ເສັ້ນທາງ, ຜ່ານມາ ການນຳເມືອງ, ທະຫານເຂດ 4 ສສ ຫວຽດນາມ ທີ່ປະຈຳຢູ່ຈຸດສຸມສັນຫຼວງໄດ້ເຂົ້າຊ່ວຍເຫຼືອ ເບື້ອງຕົ້ນທັນທີ ເປັນຕົ້ນແມ່ນເຄື່ອງນຸ່ງຫົ່ມ, ອາຫານ, ຢາປົວພະຍາດ ເຄື່ອງໃຊ້ຄົວເຮືອນ.
ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ

ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ

ໃນໄລຍະຜ່ານມາ ອົງຄະນະພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ສ້າງ ແລະ ສົ່ງເສີມໃຫ້ຊາວໜຸ່ມທົ່ວປະເທດໄດ້ມີອາຊີບສ້າງລາຍຮັບໃຫ້ຕົນເອງ. ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະພັກ ເລຂາຄະນະບໍລິຫານງານ (ສຊປລ) ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະບໍລິຫານງານພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຢຶດໝັ້ນຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນກົກ ແລະ ສອດຫ້ອຍໄປໃນທຸກວຽກງານ ເພື່ອກໍ່ສ້າງການຈັດຕັ້ງພັກ, ສະມາຊິກພັກ, ລັດຖະກອນໃຫ້ເຂັ້ມແຂງ. ຄະນະພັກພວກເຮົາໄດ້ລົງເລິກຄົ້ນຄວ້າເພື່ອຍົກສູງຄຸນນະພາບຂອງເນື້ອໃນ, ຮູບການສຶກສາອົບຮົມໃຫ້ມີປະສິດທິຜົນ, ເອົາການຫັນປ່ຽນພຶດຕິກຳເປັນສິ່ງວັດແທກຄຸນນະພາບຂອງວຽກງານນີ້. ຈາກທີ່ເຄີຍນຳໃຊ້ຮູບການເຜີຍແຜ່ມູນ ເຊື້ອ, ມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ດ້ວຍການບັນລະຍາຍ, ປາຖະກະຖາ ໄດ້ປັບປຸງມາເປັນຫຼາຍຮູບແບບ ທີ່ແທດເໝາະກັບສະພາບ, ຈິດຕະສາດຂອງຊາວໜຸ່ມ, ເຍົາວະຊົນໃນໄລຍະໃໝ່. ອັນພົ້ນເດັ່ນ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ. ຕະຫຼອດໄລຍະ 5 ປີ ສາມາດຈັດຕັ້ງປະຕິບັດ ໄດ້ທັງໝົດ 305 ຄັ້ງ ມີຜູ້ເຂົ້າຮ່ວມ17,145 ເທື່ອຄົນ.
ເພີ່ມເຕີມ