ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”

ເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025”
ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກຳລາວ, ຈັດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025” ພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, ພາຍໃຕ້ຫົວຂໍ້: ຕໍ່າຫູກ-ຜູກຮັກ ອະນຸລັກ ປະເພນີ ການແຕ່ງດອງ” ຊຶ່ງຈັດຂຶ້ນໃນວັນທີ 22 ຕຸລານີ້ ທີ່ ຫໍຜ້າໄໝບູຮານ (ຂ້າງຫໍຄໍາ).
ເປດງານ “ມະຫະກຳສມຫດຖະກຳລາວ ຄງທ 24 ປະຈາປ 2025” - image 1
 

 

ເປັນກຽດໃນພິທີ ໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ປະທານ ຄະນະທີ່ປຶກສາ ສະມາຄົມ ຫັດຖະກຳລາວ, ມີບັນດາທ່ານ ການນໍາ ພັກ-ລັດ, ບັນດາ ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກຍິນດີ ທີ່ໄດ້ຮັບກຽດເປັນຢ່າງຍິ່ງ ໃນການເຂົ້າຮ່ວມເປັນປະທານເປີດງານ “ມະຫະກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025” ຊຶ່ງແມ່ນງານສໍາຄັນປະຈຳປີ ທີ່ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງ ພັກ ແລະ ລັດຖະບານ ຂອງພວກເຮົາ ໃນການອະນຸລັກ ແລະ ສົ່ງເສີມມໍລະດົກທາງດ້ານວັດທະນະທຳຂອງຊາດ ຜ່ານງານມະຫະກຳຫັດຖະກຳ. ຫັດຖະ ກຳແມ່ນ ວັດທະນນະທຳ ທີ່ເປັນມູນເຊື້ອທີ່ມີຄ່າ ແລະ ເປັນສ່ວນໜຶ່ງຂອງ ວັດທະນະທຳຂອງຊາດລາວ. ມັນບໍ່ພຽງແຕ່ເປັນການບົ່ງບອກເຖິງລັກສະນະເຊື້ອຊາດ, ຮີດຄອງປະເພນີ ການນຸ່ງຖືອັນດີງາມ ຍັງເປັນອາຊີບທຳມາຫາກິນຂອງປະຊາຊົນ, ແຕ່ຍັງເປັນສື່ທີ່ສະທ້ອນເຖິງພູມປັນຍາປະດິດສ້າງ ແລະ ຈິດວິນຍານຂອງມູນເຊື້ອລາວບັນດາເຜົ່າ. ການຮັກສາ ແລະ ສືບຕໍ່ຫັດຖະກຳ ຈຶ່ງເປັນໜ້າທີ່ຂອງພວກເຮົາທຸກຄົນ ເພື່ອໃຫ້ຍັງຄົງຢູ່ ແລະ ພັດທະນາໃຫ້ທັນສະໄໝ.

ໃນໄລຍະຜ່ານມາ ກະຊວງ ອຄ ໄດ້ສ້າງແຜນພັດທະນາ ອຸດສາຫະກຳ ແລະ ການຄ້າ 5 ປີ (2021-2025) ຊຶ່ງໃນປີ 2020, ທົ່ວປະເທດມີໂຮງງານ ແລະ ໂຮງຊ່າງຫັດຖະກຳທັງໝົດ 11,728 ແຫ່ງ (ກວມເອົາ 98.39% ເປັນໂຮງຊ່າງຄອບຄົວ). ຜະລິດຕະພັນທີ່ສົ່ງອອກປະກອບດ້ວຍ: ຜະລິດຕະພັນຈາກໄມ້ໄຜ່ ແລະ ຫວາຍ, ຜະລິດຕະພັນຝ້າຍ ແລະ ເຄື່ອງຈັກສານ ລວມຍອດມູນຄ່າການສົ່ງອອກສູງເຖິງ 900,000 ໂດລາ. ໃນປັດຈຸບັນ ກະຊວງ ອຄ ກໍໄດ້ຄົ້ນຄວ້າ ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026-2030) ໂດຍໄດ້ກວມເອົາວຽກງານ ຫັດຖະກຳ ເຂົ້າຢູ່ໃນແຜນພັດທະນາດັ່ງກ່າວ. ພັກ-ລັດໄດ້ວາງເປົ້າໝາຍໃຫ້ການພັດທະນາວຽກງານຫັດຖະກຳເປັນສ່ວນໜຶ່ງຂອງການສ້າງລາຍໄດ້ ແລະ ການຈ້າງງານໃນຊຸມຊົນຂອງຊົນນະບົດ. ໂດຍຈະສ້າງຜູ້ສືບທອດທີ່ມີຄຸນນະພາບ ເນັ້ນໃສ່ໃຫ້ຄວາມສໍາຄັນກັບການພັດທະນາຊາວຊ່າງຫັດຖະກຳທ້ອງຖິ່ນ, ຍົກລະດັບທັກສະ ແລະ ຄຸນນະພາບຜະລິດຕະພັນຫັດຖະ ກຳໃຫ້ມີ ວັດທະນະທຳ ອັນຊົງຄຸນຄ່າ ແລະ ສ້າງຄວາມສາມາດດ້ານການແຂ່ງຂັນ ພ້ອມທັງສົ່ງເສີມການເຂົ້າເຖິງຕະຫຼາດ ພາຍໃນ ແລະ ຕະຫຼາດສາກົນ. ປີ 2030, ກະຊວງ ອຄ ຈະມຸ່ງໝັ້ນໃນການສ້າງເຄືອຂ່າຍຜູ້ຜະລິດ ແລະ ຜູ້ຄ້າຂາຍຫັດຖະກຳໃຫ້ແໜ້ນແຟ້ນ, ພັດທະນາມາດຕະຖານ ແລະ ການຮັບຮອງ ສິນຄ້າຫັດຖະກຳລາວ, ສົ່ງເສີມການໃຊ້ວັດຖຸດິບທ້ອງຖິ່ນແບບຍືນຍົງ ແລະ ນໍາເຕັກໂນໂລຊີມາປະຍຸກໃຊ້ ໃນການຜະລິດເພື່ອໃຫ້ສິນຄ້າຫັດຖະກຳຂອງເຮົາທັນສະໄໝຫຼາຍຂຶ້ນ.

ເປດງານ “ມະຫະກຳສມຫດຖະກຳລາວ ຄງທ 24 ປະຈາປ 2025” - image 2
 

ທ່ານນາງ ສຸວິຕາ ປະເສີດ ປະທານສະມາຄົມ ຫັດຖະກຳລາວ ທັງເປັນຫົວໜ້າຄະນະກະກຽມງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 24 ປະຈໍາປີ 2025 ລາຍງານວ່າ: ງານມະຫາກຳສີມືຫັດຖະກຳລາວ ຊຶ່ງແມ່ນງານປະເພນີບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວໄດ້ໝູນວຽນມາຮອດອີກວາລະໜຶ່ງ, ງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 24 ປະຈໍາປີ 2025 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, ພາຍໃຕ້ຫົວຂໍ້: ຕໍ່າຫູກ-ຜູກຮັກ ອະນຸລັກ ປະເພນີ ການແຕ່ງດອງ”

ຈຸດປະສົງເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາແຫ່ງຊາດ ວັນທີ 1 ພະຈິກ”, ເພື່ອປະກອບສ່ວນສ້າງຂະບວນການຄໍານັບຮັບຕ້ອນວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊົນລາວ ຄົບຮອບ 50 ປີ (2/12/1975-2/12/2025), ເປັນເວທີ ວາງສະແດງ ແລະ ຂາຍຜະລິດຕະພັນຫັດຖະກໍາ ພ້ອມທັງເປັນການເປີດໂອກາດໃຫ້ມວນຊົນ ໄດ້ຮູ້ຈັກກັບຕໍານັກຜ້າໄໝລາວບູຮານ ທີ່ໄດ້ສ້າງຕັ້ງຂຶ້ນໃໝ່ ຊຶ່ງເປັນ ບ່ອນອະນຸລັກຮັກສາ ແລະ ວາງສະແດງແຜ່ນແພບູຮານລາວ, ເຕົ້າໂຮມບັນດາຊາວຊ່າງຫັດຖະກໍາ ແລະ ຜູ້ປະກອບການດ້ານຫັດຖະກໍາ, ໄດ້ມີໂອກາດແລກປ່ຽນບົດຮຽນປະສົບການກ່ຽວກັບ ເຕັກນິກການຜະລິດ, ການອອກແບບ, ຄຸນນະພາບ, ການເຂົ້າເຖິງແຫຼ່ງທຶນ, ການເຂົ້າເຖິງຕະຫຼາດ ແລະ ອື່ນໆທີ່ພົວພັນກັບການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກໍາ, ເປັນແຫຼ່ງສະໜອງຂໍ້ມູນ ໃຫ້ແກ່ນັກຄົ້ນຄວ້າ, ຊາວໜຸ່ມ, ໄວໜຸ່ມ, ຮຸ່ນຄົນສືບທອດ, ນັກຮຽນ, ນັກສຶກສາ, ປັນຍາຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມສົນໃຈກ່ຽວກັບການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກໍາ ເວົ້າລວມ, ເວົ້າສະເພາະແມ່ນ ການອະນຸ ລັກແຜ່ນແພພື້ນເມືອງລາວ, ຊຶ່ງດໍາເນີນເປັນເວລາ 5 ວັນ, ເລີ່ມແຕ່ ວັນທີ 22-26 ຕຸລາ 2025

ພາຍໃນງານປະກອບມີ: ວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ ແບບບູຮານ ແລະ ແບບສະ ໄໝໃໝ່, ສາທິດຂັ້ນຕອນການຜະລິດ ຈາກຊ່າງຕ່າງແຂວງ ຄື: ແຂວງຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ເຊກອງ, ສາລະວັນ, ຈໍາປາສັກ, ນະຄອນຫຼວງວຽງຈັນ ແລະ ໄດ້ຈັດວາງສະແດງສະຖານທີ່ທ່ອງທ່ຽວ, ຈັດສັນບ່ອນບໍລິການຖ່າຍຮູບເປັນທີ່ລະນຶກ, ເດີນແບບຊຸດແຕ່ງດອງຊົນເຜົ່າ, ສໍາມະນາໃຫ້ຄວາມຮູ້ ໃນຫຼາຍຫົວຂໍ້, ປະກວດຟ້ອນລໍາວົງລາວ, ປະກວດພາຂວັນລາວ ແລະ ອື່ນໆ.

ເປດງານ “ມະຫະກຳສມຫດຖະກຳລາວ ຄງທ 24 ປະຈາປ 2025” - image 3
 

ງານວາງສະແດງດັ່ງກ່າວ ໄດ້ມີຫຼາຍພາກສ່ວນ ແລະ ຫຼາຍຫົວໜ່ວຍຫັດຖະກໍາເຂົ້າຮ່ວມ ເປັນຕົ້ນແມ່ນ: ພາກສ່ວນ ແຜ່ນແພ (ຜ້າໄໝ, ຜ້າຝ້າຍ), ພາກສ່ວນ ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ), ພາກສ່ວນ ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ), ພາກສ່ວນ ຜະລິດຕະພັນວັດທະນະທໍາ (ໄມ້ແກະສະຫຼັກ, ຮູບແຕ້ມ ແລະ ອື່ນໆ), ພາກສ່ວນ ອາຫານພື້ນເມືອງ, ຜັກ, ໝາກໄມ້ປອດສານພິດ, ເຄື່ອງດື່ມສະໝຸນໄພ ແລະ ອື່ນໆ ລວມທັງໝົດ 130 ກວ່າຮ້ານ, ບັນດາມວນຊົນທີ່ເຂົ້າໄປຊົມ-ຊື້ ຍັງຈະໄດ້ເຂົ້າຮ່ວມຫຼາຍກິດຈະກໍາ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ