ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ

ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ

ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ
ໃນໄລຍະຜ່ານມາ ອົງຄະນະພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ສ້າງ ແລະ ສົ່ງເສີມໃຫ້ຊາວໜຸ່ມທົ່ວປະເທດໄດ້ມີອາຊີບສ້າງລາຍຮັບໃຫ້ຕົນເອງ. ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະພັກ ເລຂາຄະນະບໍລິຫານງານ (ສຊປລ) ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະບໍລິຫານງານພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຢຶດໝັ້ນຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນກົກ ແລະ ສອດຫ້ອຍໄປໃນທຸກວຽກງານ ເພື່ອກໍ່ສ້າງການຈັດຕັ້ງພັກ, ສະມາຊິກພັກ, ລັດຖະກອນໃຫ້ເຂັ້ມແຂງ. ຄະນະພັກພວກເຮົາໄດ້ລົງເລິກຄົ້ນຄວ້າເພື່ອຍົກສູງຄຸນນະພາບຂອງເນື້ອໃນ, ຮູບການສຶກສາອົບຮົມໃຫ້ມີປະສິດທິຜົນ, ເອົາການຫັນປ່ຽນພຶດຕິກຳເປັນສິ່ງວັດແທກຄຸນນະພາບຂອງວຽກງານນີ້. ຈາກທີ່ເຄີຍນຳໃຊ້ຮູບການເຜີຍແຜ່ມູນ ເຊື້ອ, ມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ດ້ວຍການບັນລະຍາຍ, ປາຖະກະຖາ ໄດ້ປັບປຸງມາເປັນຫຼາຍຮູບແບບ ທີ່ແທດເໝາະກັບສະພາບ, ຈິດຕະສາດຂອງຊາວໜຸ່ມ, ເຍົາວະຊົນໃນໄລຍະໃໝ່. ອັນພົ້ນເດັ່ນ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ. ຕະຫຼອດໄລຍະ 5 ປີ ສາມາດຈັດຕັ້ງປະຕິບັດ ໄດ້ທັງໝົດ 305 ຄັ້ງ ມີຜູ້ເຂົ້າຮ່ວມ17,145 ເທື່ອຄົນ.

 

ຕະຫອດ 5 ປ ສຊປລ ສງເສມຊາວໜມໃນການລເລມທລະກດຊາວໜມຢບນດາແຂວງ ແລະ ນວ ໄດຫາຍກວາ200 ຄນ - image 1
 

 

ປັດຈຸບັນ ອົງຄະນະພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະກອບມີ 8 ໜ່ວຍພັກ, ມີສະມາຊິກພັກທັງທັງໝົດ 178 ສະຫາຍ ຍິງ 81 ສະຫາຍ; ເປັນສະມາຊິກພັກສຳຮອງ 3 ສະຫາຍ, ຍິງ 1ສະຫາຍ ແລະ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 100% ເຮັດໃຫ້ຄຸນນະພາບຂອງພະນັກງານ, ສະມາຊິກພັກ, ລັດຖະກອນ ທົ່ວ ສຊປລ ມີແນວຄິດຫຼັກໝັ້ນ, ອຸດົມການ, ຄຸນສົມບັດສິນທໍາປະຕິວັດ, ຄ່ານິຍົມ, ຄວາມຮູ້, ຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງນັບມື້ສູງຂຶ້ນຢ່າງຕໍ່ເນື່ອງ. ຊຶ່ງມາຮອດປະຈຸບັນ ອົງຄະນະພັກ ສຊປລ ມີພະນັກງານລັດຖະກອນທັງໝົດ 167, ສະຫາຍ ຍິງ 82 ສະຫາຍ, ເປັນຄະນະເລຂາທິການ ສຊປລ ຈໍານວນ 7 ສະຫາຍ ຍິງ 3 ສະຫາຍ, ເປັນກໍາມະການຄະນະບໍລິຫານງານ ສຊປລ ຈໍານວນ 4 ສະຫາຍ ຍິງ 2 ສະຫາຍ, ເປັນຫົວໜ້າກົມ 3 ສະຫາຍ ຍິງ 1 ສະຫາຍ, ຮັກສາການຫົວໜ້າກົມ 2 ສະຫາຍ, ຮອງຫົວໜ້າກົມ 18 ສະຫາຍ ຍິງ 8 ສະຫາຍ; ຫົວໜ້າພະແນກ 31 ສະຫາຍ ຍິງ 15 ສະຫາຍ; ຮອງຫົວໜ້າພະແນກ 33 ສະຫາຍ ຍິງ 16, ພະນັກງານວິຊາການທັງໝົດມີ 75 ສະຫາຍ ຍິງ 15 ສະຫາຍ; ລະດັບວິຊາສະເພາະ ຊັ້ນກາງ ມີ 1 ສະຫາຍ ຍິງ 1 ສະຫາຍ; ຊັ້ນສູງ 9 ສະຫາຍ ຍິງ 4 ສະຫາຍ; ປະລິນຍາຕີ 115 ສະຫາຍ ຍິງ 60 ສະຫາຍ; ປະລິນຍາໂທ 46 ສະຫາຍ ຍິງ 20 ສະຫາຍ.

ຕະຫອດ 5 ປ ສຊປລ ສງເສມຊາວໜມໃນການລເລມທລະກດຊາວໜມຢບນດາແຂວງ ແລະ ນວ ໄດຫາຍກວາ200 ຄນ - image 2
 

ສໍາລັບວຽກງານຜັນຂະຫຍາຍຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ປີ 2021-2030 ໂດຍການຊ່ວຍເຫຼືອຂອງອົງການ UNFPA ແລະ UNICEF ໃນວຽກງານໃຫ້ຄໍາປຶກສາ ໄລຍະ 5 ປີ ຜ່ານມາ ໄດ້ໃຫ້ບໍລິການສາຍດ່ວນ ຫຼາຍກວ່າ 13,830 ຄົນ ຍິງ 8,243 ຄົນ (ບັນຫາຄວາມ ຮັກ, ບັນຫາສຸຂະພາບ, ວຽກເຮັດງານທໍາ, ບັນຫາຄອບຄົວ, ບັນຫາການສຶກສາ ແລະ ອື່ນໆ); ຈັດກອງປະຊຸມຖອດຖອນບົດຮຽນ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະປະສານງານຂັ້ນເມືອງ ແລະ ແຂວງທີ່ຮັບຜິດຊອບການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ທີ່ ແຂວງ ສະຫວັນນະເຂດ, ລົງໂຄສະນາປຸກຈິດສຳນຶກກ່ຽວກັບຂໍ້ມູນສຳຄັນໃນການປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ HIV/Aids, ຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານຕາມເພດ (GBV), ການຖືພາ ແລະ ການແຕ່ງດອງແຕ່ອາຍຸຍັງນ້ອຍ ແລະ ເບີສາຍດ່ວນ 1554 ຢູ່ 118 ໂຮງຮຽນ, 42 ຊຸມຊົນ ມີຜູ້ເຂົ້າຮ່ວມ 16,286 ຄົນ; ຈັດກິດຈະກຳສະເຫຼີມສະຫຼອງວັນໄວໜຸ່ມສາກົນປະຈຳປີ, ສ້າງ ແລະ ພັດທະນາປຶ້ມຄູ່ມືໃນການໃຫ້ຄຳປຶກສາ ແລະ ຄູ່ມືການໂຄສະນາເພື່ອການປ່ຽນແປງພຶດຕິກຳໄວໜຸ່ມ, ຮ່ວມມືກັບອົງການສະຫະປະຊາຊາດເພື່ອການພັດທະນາ UNDP ໃນການສ້າງອາຄານວິຊາຊີບແຂວງ ຄໍາມ່ວນ ແລະ ສ້າງອາຊີບທາງດ້ານການປູກຝັງ-ລ້ຽງສັດໃຫ້ແກ່ຊາວໜຸ່ມ ຢູ່ທີ່ແຂວງຄຳມ່ວນ ແລະ ສູນໜອງກອກ ຈຳນວນ 50 ຄົນ ໃນມູນຄ່າການຊ່ວຍເຫຼືອ 1,500,000 ໂດລາ.

ຕະຫອດ 5 ປ ສຊປລ ສງເສມຊາວໜມໃນການລເລມທລະກດຊາວໜມຢບນດາແຂວງ ແລະ ນວ ໄດຫາຍກວາ200 ຄນ - image 3
 

ສໍາລັບວຽກງານພັດທະນາວິຊາຊີບຊາວໜຸ່ມໄດ້ສົ່ງເສີມວິຊາຊີບ, ສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມຕາມສາຂາອາຊີບໃຫ້ແກ່ຊາວໜຸ່ມ, ນັກຮຽນ, ນັກສຶກສາແລະປະຊາຊົນ ເປັນຕົ້ນຊ່າງສ້ອມແປງລົດໃຫຍ່, ໄຟຟ້າ, ສ້ອມແປງລົດຈັກ, ເຊື່ອມຈອດ, ຕັດຫຍິບ, ເສີມສວຍ, ປຸ່ງແຕ່ງອາຫານ, ປູກຝັງ, ລ້ຽງສັດ, ຕໍ່າຫູກ, ຝຶກອົບຮົມທັກສະການເປັນຜູ້ນໍາ, ທັກສະທາງສັງຄົມ, ທັກສະຊີວິດ, ການຂຽນແຜນທຸລະກິດ, ການຂຽນໂຄງການ, ພາສາອັງກິດ,ພາສາຫວຽດນາມ, ພາສາຈີນ, ຝຶກອົບຮົມວິຊາຊີບໃຫ້ຊາວໜຸ່ມຜູ້ທີ່ຖືກຜົນກະທົບຈາກລູກລະເບີດທີ່ບໍ່ທັນແຕກ ທີ່ ແຂວງຊຽງຂວາງ ແລະ ແຂວງຫົວພັນ ຈຳນວນ 19,642 ຄົນ ຍິງ 11,049 ຄົນ, ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້244 ຄົນ, ມອບທຶນກູ້ຢືມແບບບໍ່ມີດອກເບ້ຍໃຫ້ 31 ຄົນ ມູນຄ່າ 340ລ້ານກີບ ແລະ ທຶນຊ່ວຍເຫຼືອ213 ຄົນ ມູນຄ່າ 1ຕື້ກວ່າກີບ. ສົ່ງເສີມການປູກໝາກເກົາ ສ້າງລາຍຮັບໄດ້ 8.8 ຕື້ກີບ ແລະ ການປູກຜັກສະອາດບ້ານລາດຄວາຍ ໄດ້ 72 ໂຕນ ມູນຄ່າ 1ຕື້ກວ່າກີບ, ປະກອບສ່ວນຊ່ວຍເຫຼືອຊາວໜຸ່ມ-ເຍົາວະຊົນແລະປະຊາຊົນຄືສ້າງອາຄານຮຽນ,ຫ້ອງນໍ້າຊັ້ນອານຸບານໄດ້ 5 ຫຼັງ ມູນຄ່າ 568 ລ້ານກວ່າກີບ; ປັບປຸງລະບົບນໍ້າ, ຕິດຕັ້ງໄຟຟ້າໂຊລາເຊວ, ສວນຜັກໃຫ້ໂຮງຮຽນປະຖົມໄດ້ 7 ແຫ່ງ ມູນຄ່າ 513ລ້ານກວ່າກີບ; ປັບປຸງພື້ນຖານໂຄ່ງລ່າງສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ຂະຫຍາຍ ແລະ ປູກຫຍ້າໄດ້ຈໍານວນ 3 ເຮັກຕາ, ລົງທຶນຊື້ງົວ ຈໍານວນ 35 ໂຕ ມູນຄ່າ 180 ລ້ານກີບ, ປຸກລະດົມ ເຄື່ອງອຸປະໂພກ, ບໍລິໂພກ, ອຸປະກອນການສຶກສາມອບໃຫ້ປະຊາຊົນແລະນັກຮຽນ ໄດ້ 15 ຄັ້ງ ມູນຄ່າ 269ລ້ານກວ່າກີບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ