![]() |
ໃນໂອກາດ ດັ່ງກ່າວ, ທ່ານທູດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ຈາກ ພະນະທ່ານ ປະທານປະເທດ ເຖິງ ທ່ານເລຂາທິການໃຫຍ່ ແລະ ການນຳ ຂອງອົງການຝຣັ່ງໂກໂຟນນີສາກົນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ແລະ ຮ່ວມມື ຂອງອົງການຝຣັ່ງໂກໂຟນີສາກົນ ທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງໃຫ້ຄວາມໝາຍໝັ້ນ ວ່າ ສປປ ລາວ ຈະສືບຕໍ່ຢຶດໝັ້ນໃນຫຼັກການ ການພົວພັນຫຼາຍຝ່າຍ ໂດຍສະເພາະໃຫ້ການຮ່ວມມືການເຄື່ອນໄຫວໃນຂອບຂອງອົງການຝຣັ່ງໂກໂຟນີສາກົນ.ທ່ານເລຂາທິການໃຫຍ່ ກໍໄດ້ສະແດງຄວາມຂອບໃຈພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ໃນປີ 2024 ທີ່ຜ່ານມາ ທີ່ປະເທດຝຣັ່ງ ແລະ ໄດ້ກ່າວຊົມເຊີຍບົດບາດ ຂອງ ສປປ ລາວ ທີ່ເປັນສະມາຊິກ ທີ່ມີຄວາມຫ້າວຫັນ ແລະ ໄດ້ໃຫ້ຄຳໝາຍໝັ້ນວ່າ ອົງການຝຣັ່ງໂກໂຟນີສາກົນ ຈະສືບຕໍ່ໃຫ້ການຮ່ວມມື ກັບ ສປປ ລາວ ໃຫ້ດີທີ່ສຸດ ໂດຍສະເພາະປັບປຸງການຮຽນ ການສອນ ດ້ານພາສາຝຣັ່ງ ຢູ່ ສປປ ລາວ ແລະ ໃນໂຄງການອື່ນໆ.
ອົງການຝຣັ່ງໂກໂຟນີ ເປັນອົງການຈັດຕັ້ງສາກົນໜຶ່ງ ທີ່ໄດ້ຖຶືກສ້າງຕັ້ງຂຶ້ນແຕ່ ປີ 1970 ແລະ ປະກອບ ມີ 90 ປະເທດສະມາຊິກ ໃນນັ້ນມີ 53 ປະເທດສະມາຊິກສົມບູນ, 5 ປະເທດສະມາຊິກກ່ຽວຂ້ອງ ແລະ 32 ປະເທດສັງເກດການ, ເປັນອົງການ ທີ່ຊຸກຍູ້ສົ່ງເສີມການໃຊ້ພາສາຝຣັ່ງ ແລະ ຮ່ວມມືກັນ ທາງດ້ານການເມືອງ, ການສຶກສາ, ເສດຖະກິດ ແລະ ວັດທະນະທຳ ມີການຈັດກອງປະຊຸມປະຊຸມ ໃນລະດັບສຸດຍອດ ກໍຄືລະດັບປະມຸກລັດ ແລະ ຫົວໜ້າລັດຖະບານທຸກໆສອງປີ ແລະ ມີເລຂາທິການໃຫຍ່ເປັນຜູ້ບໍລິຫານອົງການ. ສປປ ລາວ ໄດ້ເຂົ້າເປັນ ສະມາຊິກສົມບູນ ຂອງ ອົງການຝຣັ່ງໂກໂຟນີສາກົນ ນັບແຕ່ ປີ 1991 ເປັນຕົ້ນມາ.
(ຂ່າວ: ກຕທ)

ຄໍາເຫັນ