ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 21-24 ຕຸລາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການຈຳນວນໜຶ່ງ. ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນປະຕິວັດ ແລະ ດ້ວຍຄວາມຮັບຜິດຊອບສູງ, ​​ກ້າ​ເບິ່ງ​ບັນຫາ​ ຢ່າງ​ກົງ​ໄປກົງ​ມາ, ມີປະຊາທິປະໄຕ ເຮັດໃຫ້ບັນຫາຕ່າງໆ ທີ່ຍົກຂຶ້ນໃນວາລະປະຊຸມ ໄດ້ຮັບການອະພິປາຍ ແລະ ມີ​ຄວາມ​ເປັນ​ເອ​ກະ​ພາບ​​ກັນສູງ ດ້ານທັດສະນະ ແລະ ການຊີ້ນຳຈັດຕັ້ງປະຕິບັດຕົວຈິງຕໍ່ໄປ.
ຜນສາເລດກອງປະຊມຄບຄະນະ ຄງທ 11 ຂອງຄະນະບລຫານງານສນກາງພກ ສະໄໝທ XI - image 1
 

ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາຢ່າງສັງລວມວ່າ ປີ 2025 ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ, ສົ່ງຜົນກະທົບ ແລະ ເກີດມີສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມ, ແຕ່ດ້ວຍຄວາມເອົາໃຈໃສ່ ນຳພາ-ຊີ້ນຳ ຂອງສູນກາງພັກ ແລະ ລັດຖະບານ ກໍຄືຄວາມເປັນເຈົ້າການບຸກບືນສູ້ຊົນຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຕະຫຼອດຮອດພະນັກງານ, ປະຊາຊົນບັນດາເຜົ່າໄດ້ມີຄວາມຕັດສິນໃຈ ເພື່ອສູ້ຊົນ, ຜ່ານຜ່າ ອັນໄດ້ເຮັດໃຫ້ປະເທດເຮົາຮັບປະກັນໄດ້ຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂໃຫ້ຕົກໄປເປັນກ້າວໆ, ເສດຖະກິດມະຫາພາກ ຄ່ອຍໆມີສະຖຽນລະພາບດີຂຶ້ນ.
ບົນພື້ນຖານສະພາບການຕ່າງໆ ແລະ ຄວາມເລັ່ງທວງ ໃນສະເພາະໜ້າ ແລະ ຍາວນານ, ຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ການນໍາທຸກໆພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນໍາພາ-ບັນຊາ-ຊີ້ນໍາ ແກ້ໄຂບັນຫາຢ່າງມີແຜນການ ແລະ ມີຈຸດສຸມ ເປັນຕົ້ນແມ່ນ ການສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆ ໃຫ້ແຂງແຮງ, ສ້າງການຫັນປ່ຽນໃໝ່ໃຫ້ເລິກເຊິ່ງ, ມີປະສິດທິຜົນ ເພື່ອມ້ວນທ້າຍການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຄວາມສົມບູນຍິ່ງຂຶ້ນ; ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ພ້ອມທັງ, ກະກຽມບັນດາວຽກງານ ເພື່ອຮອງຮັບໃຫ້ແກ່ການຜັນຂະຫຍາຍແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຊີ້ນໍາວຽກງານ ຈຳນວນໜຶ່ງ ເພື່ອໃຫ້ຄະນະບໍລິຫານງານສູນກາງພັກ ກໍຄື ບັນດາສະຫາຍເລຂາຄະນະພັກ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ນຳໄປຈັດຕັ້ງຜັນຂະຫາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ຄື:
1. ແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນ ບັນຫາເສດຖະກິດ-ການເງິນ, ລາຄາສິນຄ້າ, ຄ່າຄອງຊີບ; ຟື້ນຟູຜົນກະທົບຈາກໄພນໍ້າຖ້ວມ ທີ່ເກີດຂຶ້ນໃນລະດູຝົນຜ່ານມາ, ປັບປຸງ-ສ້ອມແປງ ເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງເຊື່ອມຕໍ່ຕ່າງໆ, ເນື້ອທີ່ທໍາການຜະລິດ, ຊົນລະປະທານ, ເໝືອງ-ຝາຍ, ແນວພັນເຂົ້າ, ແນວພັນພືດ ສະໜອງໃຫ້ປະຊາຊົນ ຢູ່ແຕ່ລະທ້ອງຖິ່ນ; ຊີ້ນໍາ, ຕິດຕາມ, ຊຸກຍູ້ ແລະ ໃຫ້ເປັນເຈົ້າການແກ້ໄຂ ບັນຫາດ້ານເຕັກນິກ-ວິຊາການ ເພື່ອເກັບກູ້, ມ້ຽນມັດ ຜົນຜະລິດລະດູຝົນ ແລະ ກະກຽມໃຫ້ແກ່ຂະບວນການຜະລິດ ໃນລະດູແລ້ງ; ເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງ ແລະ ຟື້ນຟູ-ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ, ຜູ້ມີລາຍຮັບຕໍ່າ, ຜູ້ທຸກຍາກ-ດ້ອຍໂອກາດ.
2. ຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງ, ແຂວງ, ບັນດາກະຊວງ, ອົງການ ທີ່ສໍາເລັດແລ້ວ, ທຸກວຽກງານຕ້ອງໄດ້ຮັບການສືບຕໍ່ດໍາເນີນ ຫຼື ເຄັ່ງຮ້ອນປັບປຸງໃຫ້ເຂົ້າສູ່ການປະຕິບັດໃຫ້ໄວຕໍ່ເນື່ອງ ບໍ່ໃຫ້ມີຮອຍຕໍ່, ຊ່ອງວ່າງໃດໆໃນການຊີ້ນຳ ແລະ ການບໍລິຫານວຽກງານ; ຢາກໃຫ້ເອົາໃຈໃສ່ຕື່ມ ໂດຍສະເພາະຂັ້ນແຂວງ, ຂັ້ນເມືອງ ແມ່ນ : ການປັບປຸງກົນໄກ, ລະບອບການນໍາພາຊີ້ນໍາ, ແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານພັກ, ຄະນະປະຈຳພັກ ກັບ ອົງການປົກຄອງ ເພື່ອຮັບປະກັນຄວາມຖືກຕ້ອງ, ຄ່ອງຕົວ, ໂລ່ງລ່ຽນ, ແກ້ໄຂບັນຫາໃຫ້ທັນການ, ບໍ່ຊັກຊ້າ, ບໍ່ໜິ້ງກັນ. ມອບໃຫ້ຄະນະຈັດຕັ້ງສູນກາງພັກ ສົມທົບພາກ ສ່ວນກ່ຽວຂ້ອງ ກວດກາຕື່ມ, ຖ້າຈໍາເປັນຄວນອອກນິຕິກໍາ ເພື່ອຈັດຕັ້ງປະຕິບັດ ໃຫ້ເອກະພາບກັນໃນທົ່ວປະເທດ ແລະ ໃຫ້ເປັນເອກະພາບໄປລວງດຽວກັນ.
3. ຊີ້ນໍາ, ກວດຄືນຜົນການປັບປຸງກົງຈັກການຈັດຕັ້ງ ພາຍຫຼັງຍຸບ, ໂຮມເຂົ້າກັນ ທັງສູນກາງ ແລະ ທ້ອງຖິ່ນ, ອັນໃດຍັງບໍ່ທັນຖືກທິດ, ເກະກະ, ສ້າງບັນຫາ ແມ່ນເດັດດ່ຽວແກ້ໄຂໃຫ້ຕົກ, ຮັບປະກັນກົງຈັກກະທັດຮັດ, ມີຄຸນນະພາບ ແລະ ມີປະສິດທິພາບ ໃນການຂັບເຄື່ອນການປະຕິບັດໜ້າທີ່ການເມືອງຂອງແຕ່ລະການຈັດຕັ້ງ.
4. ຊີ້ນໍາການກະກຽມຮອບດ້ານ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ບັນດາອະນຸກໍາມະການຕ່າງໆ ຂຸ້ນຂ້ຽວສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກ ຂອງຕົນ ເປັນຕົ້ນປັບປຸງບັນດາເນື້ອໃນເອກະສານຕ່າງໆ, ການກະກຽມດ້ານໂຄງປະກອບບຸກຄະລາກອນ, ເປົ້າໝາຍເຂົ້າຮ່ວມກອງປະຊຸມ, ການກະກຽມບ່ອນປະຊຸມ, ການປະດັບປະດາ, ງົບປະມານ, ການປ້ອງກັນ ແລະ ອື່ນໆ ໃຫ້ຮັບປະກັນຄວາມປອດໄພ ແລະ ຜົນສໍາເລັດຢ່າງຈົບງາມ.
5. ຊີ້ນໍາ ການກະກຽມກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອ ດຳເນີນຊີວິດການເມືອງໝົດສະໄໝ ຂອງຄະນະບໍລິຫານງານສູນກາງພັກ ກໍຄື ບຸກຄົນກຳມະການສູນກາງພັກ ສະໄໝທີ XI ທີ່ຍັງປະຈຳການ.
6. ສືບຕໍ່ຊີ້ນໍາການກະກຽມດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ການກະກຽມດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.
7. ສືບຕໍ່ຊີ້ນໍາການສະເຫຼີມສະຫຼອງວັນສໍາຄັນ ຂອງພັກ, ຂອງຊາດ ເປັນຕົ້ນແມ່ນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ອື່ນໆ ໃຫ້ເປັນຂະບວນການກວ້າງຂວາງ, ເນື້ອໃນເລິກເຊິ່ງ, ມີບັນຍາກາດຟົດຟື້ນ, ປະຢັດ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຮຽກຮ້ອງ ບັນດາສະຫາຍກຳມະການສູນກາງພັກ, ບັນດາສະຫາຍເລຂາຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ເຊີດຊູຄວາມເປັນເຈົ້າການ ແລະ ຄວາມເປັນແບບຢ່າງນຳໜ້າ ໃຫ້ສູງຂຶ້ນ ເພື່ອສືບຕໍ່ນຳພາຊີ້ນຳ ເຮັດໃຫ້ບັນດາຄາດໝາຍສູ້ຊົນຕ່າງໆທີ່ວາງອອກ ໄດ້ຮັບຜົນສໍາເລັດອັນຈົບງາມ ແລະ ສ້າງຂະບວນການກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງສະຫງ່າຜ່າເຜີຍ.
(ຂ່າວ-ພາບ: ຫສພ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 8 ທັນວານີ້, ທີ່ ສໍານັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດແຕ່ງຕັ້ງ ຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເພີ່ມເຕີມ