ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ
ໃນວັນທີ 23 ຕຸລານີ້, ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄ ສະນາອົບຮົມ ສູນກາງພັກ (ຄອສພ) ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກ ກັບຄະນະໂຄສະ ນາສຶກສາ ແລະ ຂົນຂວາຍປະຊາຊົນ ສສ ຫວຽດນາມ, ນຳໂດຍ ສະຫາຍ ຕັງຫິວຟອງ ຮອງປະທານ ຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກ ນະຄອນໂຮ່ຈິມິນ ພ້ອມຄະນະ ໃຫ້ການຕ້ອນຮັບ
ຄະນະຜແທນ ຄອສພ ພບປະກບຄະນະໂຄສະນາສກສາຂນຂວາຍປະຊາຊນ ສສ ຫວຽດນາມ - image 1
 

 

ໃນໂອກາດດັ່ງກ່າວ ສະຫາຍ ຕັງຫິວຟອງ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນຂັ້ນສູງ ຂອງຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ນຳພາບັນດາສື່ມວນຊົນເດີນທາງ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງ ແລະ ເພີ່ມທະວີ ສາຍພົວພົວພັນຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນລະຫວ່າງຫວຽດນາມ-ລາວ ເວົ້າລວມ ເວົ້າສະເພາະກໍຄື ວຽກງານຖະແຫຼງຂ່າວ-ສື່ມວນນະຄອນໂຮ່ຈິມິນ ແລະ ຖະແຫຼງຂ່າວສື່ມວນຊົນລາວ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ໃນນັ້ນ ສະຫາຍ ຕັງຫິວຟອງ ຍັງໄດ້ລາຍງານ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໂດຍຫຍໍ້ພ້ອມທັງການເຄື່ອນໄຫວ ວຽກງານສື່ມວນຊົນ ຂອງນະຄອນໂຮ່ຈິມິນ ໃຫ້ຄະນະຮັບຊາບ.

ໃນໂອກາດນີ້, ສະຫາຍນາງ ວິລະວອນ ພັນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັນອັນອຸ່ນ ແລະ ສະນິດສະໜົມ ແລະ ໄດ້ລາຍງານໃຫ້ສະຫາຍ ຕັງຫິວຟອງ ຮັບຊາບວ່າ: ປັດຈຸບັນຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ກໍໄດ້ປັບປຸງກົງຈັກການຈັດຕັ້ງຄືນໃໝ່ໂດຍມອບ-ໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງ ພັກ, ປັດຈຸບັນມາຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ ກົມສື່ມວນຊົນ, ສໍານັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່າງຊາດລາວ, ໜັງສືພິມພາສາຕ່າງປະເທດ ແລະ ໜັງສືພິມປະຊາຊົນ.

ຄະນະຜແທນ ຄອສພ ພບປະກບຄະນະໂຄສະນາສກສາຂນຂວາຍປະຊາຊນ ສສ ຫວຽດນາມ - image 2
 

ເຖິງຢ່າງໃດກໍຕາມ, ວຽກງານສື່ມວນຊົນພວກເຮົາກໍຍັງສືບຕໍ່ປະເຊີນໜ້າກັບບັນຫາສິ່ງທ້າທາຍ ແລະ ພົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ, ໃນສະພາບການທີ່ພາກພື້ນ, ສາກົນມີຄວາມສັບສົນ, ບັນຫາຂໍ້ຂັດ ແຍ່ງ, ຄວາມບໍ່ສະຫງົບທາງດ້ານການເມືອງຢູ່ຫຼາຍປະເທດ, ສະນັ້ນໃນໂອກາດການພົບປະຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ເປັນໂອກາດດີ ຊຶ່ງຈະໄດ້ຖອດຖອນບົດຮຽນນໍາເພື່ອນສະຫາຍຫວຽດນາມ ຕື່ມ ແລະ ເຮັດແນວໃດ ເພື່ອເຮັດໃຫ້ວຽກງານການຮ່ວມມືຖະແຫຼງຂ່າວສື່ມວນຊົນ ສອງປະເທດ ໃຫ້ນັບມື້ເຕີບ ໃຫຍ່ເຂັ້ມແຂງ, ໂດຍສະເພາະລະຫວ່າງ ບັນດາອົງການສື່ມວນຊົນສອງປະເທດລາວ-ຫວຽດນາມໃຫ້ໄດ້ ຮັບການພັດທະນາ, ຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ໃນທຸກຂົງເຂດວຽກງານ, ໃນນັ້ນ ການຫັນເປັນ ດີຈີຕອນທີ່ທັນສະໄໝ ຍິ່ງມີຄວາມສຳຄັນ.

ຕອນທ້າຍ ສະຫາຍ ຕັງຫິວຟອງ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນຂັ້ນສູງ ຄອສພ ຈົ່ງປະສົບ ຜົນສຳເລັດໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງ ຄອສພ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກັບໜັງສືພິມ ຕວຍແຈ ຕືີ່ມອີກ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ