ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ
ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ, ໃນວັນທີິ 22 ຕຸລານີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສັນຍາ ປຣະເສີດ ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີບັນທ່ານສະມາຊິກລັດຖະສະພາ, ບັນດາຜູ້ຊ່ຽວຊານແລະ ແຂກຖືກເຊີນເຂົາຮ່ວມຢ່າງພ້ອມພຽງ.
ສຳມະນາ ກຽວກບການມສວນຮວມຂອງປະຊາຊນ ເພອການບລຫານ-ຄມຄອງທກວມລວມ - image 1
 

 

ທ່ານ ສັນຍາ ປຣະເສີດ ກ່າວວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ແລະ ສູນລັດຖະສະພາອາຊີ (PCAsia) ທີ່ໄດ້ໃຫ້ການຮ່ວມມືອັນດີເລີດໃນການຮ່ວມມືຈັດກອງປະຊຸມສໍາມະນາສຳຄັນໃນຄັ້ງນີ້ກັບສະພາແຫ່ງຊາດລາວ.

ຫົວຂໍ້ຂອງການຝຶກອົບຮົມ ແມ່ນມີຄວາມໝາຍສຳຄັນ ແລະ ເຫັນໄດ້ເຖິງຄວາມຈຳເປັນໃນສະພາບປັດຈຸບັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊັ່ນດຽວກັນກັບບັນດາປະເທດອື່ນໆໃນທົ່ວໂລກ, ລັດຖະສະພາມີພາລະກິດຮ່ວມກັນ ຄືການເປັນສຽງແທນຂອງປະຊາຊົນ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ພື້ນຖານຂອງປະຊາທິປະໄຕ ຜ່ານການເປີດກວ້າງ, ການມີສ່ວນຮ່ວມ ແລະ ຄວາມຕອບສະໜອງທີ່ທັນເວລາ.

ໃນໂລກທີ່ກຳລັງປ່ຽນແປງຢ່າງໄວນີ້, ການເສີມສ້າງ ແລະ ຮັກສາຄວາມໄວ້ວາງໃຈລະຫວ່າງປະ ຊາຊົນກັບຜູ້ແທນທີ່ຖືກເລືອກຕັ້ງ ແມ່ນສິ່ງທີ່ສຳຄັນຫຼາຍທີ່ສຸດ. ການມີສ່ວນຮ່ວມຂອງປະຊາຊົນຢ່າງແທ້ຈິງ, ການເຂົ້າເຖິງຂໍ້ມູນໄດ້ດີ ແລະ ການຕັດສິນໃຈຢ່າງມີສ່ວນຮ່ວມ ບໍ່ແມ່ນພຽງແຕ່ຫຼັກການຂອງປະຊາທິ ປະໄຕ, ແຕ່ຍັງເປັນເງື່ອນໄຂທີ່ຈຳເປັນຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງຍືນຍົງ. ການຝຶກອົບຮົມນີ້ເປັນເວທີປາໄສທີ່ມີຄຸນຄ່າ ເພື່ອໃຫ້ພວກເຮົາໄດ້ແລກປ່ຽນປະສົບການ, ແບ່ງປັນວິທີການທີ່ສ້າງສັນ ແລະ ຮຽນຮູ້ບົດຮຽນຮ່ວມກັນໃນການສົ່ງເສີມການປະຕິບັດລັດຖະສະພາທີ່ເປີດກວ້າງ.

ສະພາແຫ່ງຊາດລາວໄດ້ໃຫ້ຄວາມສຳຄັນກັບການໃຫ້ລັດຖະສະພາເຂົ້າໃກ້ຊິດກັບປະຊາຊົນ. ໃນໄລຍະຫຼາຍປີຜ່ານມາ, ພວກເຮົາໄດ້ຈັດໃຫ້ມີການຢ້ຽມຢາມເຂດເລືອກຕັ້ງແບບສະໝໍ່າສະເໝີ ແລະ ຈັດ ການໂອ້ລົມສົນທະນາກັບປະຊາຊົນ ເພື່ອໃຫ້ສຽງຂອງແມ່ຍິງ, ຊາວໜຸ່ມ ແລະ ກຸ່ມປະຊາຊົນທີ່ອ່ອນໄຫວ ໄດ້ຮັບການຮັບຟັງ ແລະ ຖືກນຳໄປພິຈາລະນາ ໃນການເຮັດວຽກຂອງພວກເຮົາ.

ພວກເຮົາຍັງໄດ້ຂະຫຍາຍຊ່ອງທາງການສື່ສານຜ່ານທາງໂທລະພາບ, ວິທະຍຸ ແລະ ແພລດຟອມ ດິຈິຕອນ, ເພື່ອໃຫ້ການອະພິປາຍໃນສະພາ ແລະ ຂໍ້ມູນກົດໝາຍເຂົ້າເຖິງໄດ້ງ່າຍຂຶ້ນສຳລັບປະຊາຊົນ. ຄຽງຄູ່ກັນນັ້ນ, ພວກເຮົາໄດ້ສົ່ງເສີມການສົນທະນາໃຫ້ມີປະສິດທິພາບຫຼາຍຂຶ້ນ ລະຫວ່າງສະມາຊິກສະພາແຫ່ງຊາດ, ອົງການແຫ່ງລັດ ແລະ ຊຸມຊົນທ້ອງຖິ່ນ, ເພື່ອໃຫ້ກົດໝາຍ ແລະ ນະໂຍບາຍຕ່າງໆ ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງສັງຄົມໄດ້ຢ່າງແທ້ຈິງ.

ສຳມະນາ ກຽວກບການມສວນຮວມຂອງປະຊາຊນ ເພອການບລຫານ-ຄມຄອງທກວມລວມ - image 2
 

ພວກເຮົາເຊື່ອໝັ້ນວ່າ ການເສີມສ້າງການມີສ່ວນຮ່ວມຂອງປະຊາຊົນ ແລະ ການສົ່ງເສີມລັດຖະສະພາແບບເປີດກວ້າງ ຈະຊ່ວຍເສີມຄວາມຊອບທຳທາງປະຊາທິປະໄຕ ແລະ ສ້າງລະບົບການບໍລິຫານທີ່ມີຄວາມຮ່ວມມື ແລະ ຕອບສະໜອງໄດ້ຢ່າງທັນເວລາ.

ນອກຈາກນີ້, ການຝຶກອົບຮົມດັ່ງກ່າວ ຍັງເປັນໂອກາດອັນດີທີ່ຈະສຳຫຼວດເຄື່ອງມືທີ່ໃຊ້ໄດ້ຈິງ ເຊັ່ນ: ແພລັດຟອມດີຈີຕອນ, ຂໍ້ມູນທີ່ເປີດກວ້າງ ແລະ ການຮ້ອງທຸກອອນລາຍ, ເພື່ອໃຫ້ປະຊາຊົນເຂົ້າໃກ້ຂະບວນການ ຂອງລັດຖະສະພາຫຼາຍຂຶ້ນ. ມັນຍັງເປັນໂອກາດໃຫ້ພວກເຮົາຮຽນຮູ້ຈາກປະສົບການພາກພື້ນ ແລະ ສາກົນ ແລະ ນຳໄປປະຕິບັດ ເພື່ອມາປັບໃຊ້ໃຫ້ເໝາະສົມກັບແຕ່ລະປະເທດ. ທີ່ສຳຄັນກວ່ານັ້ນ, ມັນຈະຊ່ວຍເສີມສ້າງຄວາມຮ່ວມມືລະຫວ່າງລັດຖະສະພາ ແລະ ຈັດຕັ້ງຄູ່ຮ່ວມງານທີ່ຍືນຍົງກັບອົງການພາກສັງຄົມ ແລະ ກຸ່ມຊຸມຊົນ. ເຊື່ອວ່າ ການປຶກສາຫາລືໃນສອງມື້ຂ້າງໜ້ານີ້ ຈະໃຫ້ໝາກຜົນທີ່ເປັນຮູບປະທຳ ແລະ ຈະເພີ່ມພູນຄວາມພະຍາຍາມຮ່ວມກັນໃນການເສີມຄວາມໝັ້ນຄົງທາງປະຊາທິປະໄຕ ແລະ ການພັດທະນາການຮວມມື, ທັງໃນພາຍໃນອາຊຽນ ແລະ ນອກພາກພື້ນ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກຳາປູເຈຍ-ລາວ ປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 8-11 ພະຈິກ ນີ້ ທີ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງາຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ ຮອງເລຂາຜູ້ປະຈຳການພັກແຂວງ ປະທານຄະນະກຳມະການແນວໂຮມຊາວຫວຽດນາມ ແຂວງກວາງຫງາຍ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດເຂົ້າຮ່ວມ. ຄະນະຜູ້ແທນຊາວໜຸ່ມລາວນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ).
ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ວັນທີ 10 ພະຈິກຜ່ານມາ, ກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມສົມທົບກອງບັນຊາການທະຫານແຂວງຫົວພັນໄດ້ເປີດຊຸດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026 ຢູ່ກອງບັນຊາການທະຫານແຂວງຫົວພັນ, ໂດຍມີສະຫາຍພົນຈັດຕະວາຄໍາເມືອງໂຄດວົງຄູນຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນພ້ອມດ້ວຍຄະນະ, ສະຫາຍພັນເອກເຈີນຮີ້ວຕຸ່ງຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມພ້ອມດ້ວຍຄະນະ, ມີບັນດາຄູ-ອາຈານແລະນັກຝຶກອົບຮົມເຂົ້າຮ່ວມ.
ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ໃນວັນທີ 10 ພະຈິກ ນີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico) ຫົວໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຣາຊະອານາຈັກໄທ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງ ການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ໃນວັນທີ 10 ພະຈິກນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ໃນວັນທີ 9ພະຈິກຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງ ຂອງ ທ່ານນາງ ຫວງ ຈີງໝິນ(Jingmin Huang) ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ (ADB)ປະຈຳ ສປປ ລາວ ຄົນໃໝ່.
ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ວັນທີ 10 ພະຈິກນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເຂົ້າຢ້ຽມຂໍ່ານັບອຳລາ ໃນວາລະສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ວັນທີ 8 ພະຈິກຜ່ານມາ, ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ. ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ