ປູກພືດເປັນສິນຄ້າ ສ້າງລາຍຮັບໃຫ້ຄອບຄົວຫຼາຍຂຶ້ນ

ຈາກການເຮັດຫຼາຍອາຊີບ ຫັນມາປູກພືດເປັນສິນຄ້າ ສ້າງລາຍຮັບໃຫ້ຄອບຄົວຫຼາຍຂຶ້ນ

ຈາກການເຮັດຫຼາຍອາຊີບ ຫັນມາປູກພືດເປັນສິນຄ້າ ສ້າງລາຍຮັບໃຫ້ຄອບຄົວຫຼາຍຂຶ້ນ
ການສ້າງເສດຖະກິດຄອບຄົວແມ່ນ ມີຫຼາຍຮູບແບບບໍ່ວ່າຈະເປັນການຄ້າຂາຍ,ການຜະລິດກະສິກໍາ ປູກຝັງ,ລ້ຽງສັດ ຕາມເງື່ອນໄຂ ແລະຄວາມສະດວກຂອງໃຜລາວ, ເພາະວ່າພັກ ແລະ ລັດຖະບານໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ

 ໃຫ້ປະຊາຊົນສ້າງເສດຖະກິດຄອບຄົວໃຫ້ກາຍເປັນສິນຄ້າ ດັ່ງຄໍາເວົ້າ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: ເສັ້ນທາງຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຂອງປະເທດເຮົາແມ່ນ ເລີ່ມຈາກເສດຖະກິດທຳມະຊາດ ຂຶ້ນສູ່ເສດຖະກິດສິນຄ້າ ທີ່ຂະຫຍາຍຕົວຢ່າງມີແຜນການ.,ເໝື່ອນດັ່ງຄອບຄົວ ທ້າວ ກຸ້ງ ປະຊາຊົນບ້ານຊຶງຕະມອງແມ່ນຄອບຄົວໜຶ່ງ ທີ່ເປັນຄອບຄົວຕົວແບບການປູກກ້ວຍ ແລະປູກພືດແບບປະສົມປະສານ ທ້າວ ກຸ້ງ ໄດ້ສ້າງຄອບຄົວກັບນາງ ປູມ ໃນປີ2011 ມີລູກນໍາກັນ 3 ຄົນ.

ທ້າວ ກຸ້ງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງອົງຄະນະພັກເມືອງ ຕະໂອ້ຍ ແຂວງສາລະວັນ ເມື່ອບໍ່ດົນມານີ້ວ່າ: ໃນເມື່ອກ່ອນຄອບຄົວຂອງລາວໄດ້ຢືດຖື ອາຊີບຖ່າງປ່າເຮັດໄຮ່ແບບເລື່ອນລອຍ ແລະປູກພືດແບບທຳມະຊາດດັ່ງເດີມພໍແຕ່ກຸ້ມກິນ,ຖານະເສດຖະກິດຄອບຄົວໄລຍະນັ້ນພົບຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນ:ໃຊ້ຈ່າຍບໍ່ພຽງພໍກັບຄວາມຕ້ອງການ, ຊີວິດການເປັນຢູ່ຂາດໆເຂີນໆ.ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ ປະຊາຊົນສ້າງເສດຖະກິດຄອບຄົວໃຫ້ກາຍເປັນສິນຄ້າ ໂດຍຖືເອົາການປູກພືດກະສິກໍາ ແລະລ້ຽງສັດ ກ່າຍເປັນສິນຄ້າ.

ພັກປະຊາຊົນ ປະຕິວັດລາວ ກໍໄດ້ເວົ້າວ່າ: “ພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມສົມດຸນ ລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມ, ສືບຕໍ່ຈັດຕັ້ງຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ໃຫ້ມີປະສິດທິຜົນສູງ. ດັ່ງນັ້ນ, ຕົນເອງຈຶ່ງໄດ້ຕັດສິນໃຈບຸກເບີກເນື້ອທີ່ສວນໃນປີທໍາອິດ (2015) ໃນເນື້ອທີ່ 0,65 ເຮັກຕາ ປູກໄດ້ 40-50 ຂຸມ ຕອນນັ້ນຍັງບໍ່ມີຕະຫຼາດຮອງຮັບເທື່ອ,ຕົກມາຮອດປີ 2019 ເປັນຕົ້ນມາ ຕົນເອງໄດ້ບຸກເບີກເນື້ອທີ່ຕື່ມອີກຈໍານວນ 0,65 ເຮັກຕາ ລວມເປັນ 1,3 ເຮັກຕາ. ຊຶ່ງສາມາດປູກໄດ້250-300 ຂຸມ,ມາຮອດປີ 2024 ຂ້າພະເຈົ້າກໍາລັງຂະຫຍາຍເນື້ອທີ່ການຜະລິດຕື່ມອີກ.ຄາດຄະເນວ່າອີກ 2 ປີຕໍ່ໜ້າ ຄອບຄົວຂ້າພະເຈົ້າຈະມີລາຍໄດ້ຈາກການຂາຍໝາກກ້ວຍບໍ່ຫຼຸດ 30 ລ້ານກວ່າກີບຕໍ່ປີ,ພ້ອມນັ້ນຍັງຈະໄດ້ຂະຫຍາຍເນື້ອທີ່ນາປູກເຂົ້າຕື່ມອີກຈໍານວນ 1 ເຮັກຕາ,ສວນມັນຕົ້ນຈໍານວນ 2 ເຮັກຕາ ແລະ ມີສັດລ້ຽງຈໍານວນໜຶ່ງເຊັນ: ຄວາຍ,ງົວ,ແບ້,ໜູ ແລະ ໜອງປາ ຊຶ່ງສາມາດມີລາຍຮັບເຂົ້າສູ່ຄອບຄົວເພີ່ມຂຶ້ນໃນທຸກໆປີ.

ທ້າວ ກຸ້ງ ກ່າວຕື່ມວ່າ: ພັກ ແລະ ລັດຖະບານ ໄດ້ວາງນະໂຍບາຍ ສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍຫຼາຍຮູບການ ແລະ ໜຶ່ງໃນນັ້ນ ກໍແມ່ນການຊຸກຍູ້ສົ່ງເສີມໃຫ້ມີການປູກພືດໃຫ້ຫຼາຍເປັນສິນຄ້າ ຍ້ອນເຫດຜົນດັ່ງກ່າວ ຂ້າພະເຈົ້າຈຶ່ງ ຫັນປ່ຽນຈາກການຖ່າງປ່າເຮັດໄຮ່ຢ່າງດ່ຽວໃນເມື່ອກ່ອນ (ປີ ). ມາຮອດປັດຈຸບັນ ໄດ້ຂະຫຍາຍເນື້ອທີ່ປູກພຶດອອກຕື່ມອີກ.

ຜົນສໍາເລັດທີ່ກ່າວມານັ້ນ: ຍ້ອນແນວທາງຂອງພັກ-ລັດຖະບານ, ການນຳພາຂອງອົງຄະນະພັກອົງການປົກຄອງ, ຂະແໜງການແຕ່ລະຂັ້ນ ໃຫ້ການຊີ້ນຳ, ອຳນວຍຄວາມສະດວກ ແລະ ບວກໃສ່ຄວາມເປັນຈິດໜຶ່ງໃຈດຽວ, ຄວາມດຸໝັ່ນຂະຫຍັນພຽນ, ອົດທົນ, ອົດອອມ ໃຊ້ຈ່າຍຢ່າງມີແຜນການ ຂອງສະມາຊິກໃນຄອບຄົວຂອງພວກຂ້າພະເຈົ້າ.

(ຂ່າວ: ສີສະຫວາດ, ພາບ: ບຸນທົມ ສວນມະນີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ