ຈາກຄອບຄົວທຸກຍາກໃນເມື່ອກ່ອນ ປັດຈຸບັນມີລາຍຮັບ 300 ລ້ານກວ່າກີບ

ຈາກຄອບຄົວທຸກຍາກໃນເມື່ອກ່ອນ ປັດຈຸບັນມີລາຍຮັບ 300 ລ້ານກວ່າກີບຕໍ່ປີຈາກການປູກໝາກກ້ຽງນ້ອຍຂາຍ.

ຈາກຄອບຄົວທຸກຍາກໃນເມື່ອກ່ອນ ປັດຈຸບັນມີລາຍຮັບ 300 ລ້ານກວ່າກີບຕໍ່ປີຈາກການປູກໝາກກ້ຽງນ້ອຍຂາຍ.
ທ່ານ ແອ ລັດສະໝີ ອາຍຸ 51 ປີ, ປັດຈຸບັນ ຢູ່ບ້ານວຽງສະໄໝ ເມືອງກາສີ ແຂວງວຽງຈັນ ຊຶ່ງເປັນຄອບຄົວຕົວແບບໃນການປູກໝາກກ້ຽງນ້ອຍ, ໄດ້ປະກອບຄໍາເຫັນ ກ່ຽວກັບການປູກໝາກກ້ຽງນ້ອຍ ເພື່ອແກ້ໄຂຄວາມທຸກຍາກໃນຄອບຄົວ

 ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VIII ທີ່ໄຂຂຶ້ນເມື່ອບໍ່ດົນມານີ້, ຊຶ່ງທ່ານກ່າວວ່າ: ຕົນເອງກໍາເນີດໃນຄອບຄົວທີ່ທຸກຍາກ, ໃນປີ 1990 ໄດ້ແຕ່ງງານກັບ ນາງ ມີ, ມີລູກຮ່ວມກັນ 3 ຄົນ, ຍິງ 2 ຄົນ. ນັບແຕ່ໄດ້ສ້າງຄອບຄົວເປັນຕົ້ນມາ, ຄອບຄົວ ແມ່ນບໍ່ມີ ເນື້ອທີ່ທຳການຜະລິດເປັນຂອງຕົນເອງ, ອາໄສເຮັດນໍາພໍ່ແມ່ ແຕ່ເນື້ອທີ່ກໍມີໜ້ອຍ ຕົນເອງຈຶ່ງໄດ້ໄປເປັນກຳມະກອນກໍ່ສ້າງເຮັດເຮືອນຕາມບ້ານ ເພື່ອນຳເອົາເງິນຄ່າແຮງງານມາລ້ຽງຊີບຢູ່ໃນຄອບຄົວ. ໃນປີ 1998 ຕົນເອງໄດ້ເກີດເຫດຮ້າຍ ຕົກເຮືອນຈາກຊັ້ນທີ 2 ລົງສູ່ພື້ນ ຖືກໄມ້ທັບແຂນຫັກທັງສອງເບື້ອງ ໄລຍະນັ້ນຕົນເອງແມ່ນບໍ່ມີເງິນຈະໄປປິ່ນປົວ ຈຶ່ງເຮັດໜັງສືຄໍາຮ້ອງທຸກເຖິງການຈັດຕັ້ງບ້ານ, ທາງບ້ານກໍໄດ້ນຳສະເໜີຫາພາກສ່ວນທີ່ກ່ຽວຂ້ອງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ອອກບັດເຫຼືອງຄອບຄົວທຸກຍາກໃຫ້ຕົນເອງ. ພາຍຫຼັງໄດ້ບັດເຫຼືອງ ຕົນເອງກໍໄດ້ນຳໃຊ້ບັດດັ່ງກ່າວໄປປິ່ນປົວຢູ່ໂຮງໝໍ 150 ຕຽງ ເປັນເວລາ 2 ເດືອນ ແລ້ວອອກມາປິ່ນປົວຢູ່ເຮືອນອີກ 1 ປີ ກັບ 10 ເດືອນ ຈົນອາການດີຂຶ້ນ, ແຕ່ກໍຍັງບໍ່ສາມາດເຮັດວຽກໜັກໄດ້, ແຂນເບື້ອງຂວາພິການ ແລະ ເບື້ອງຊ້າຍແມ່ນດາມເຫຼັກ ແຕ່ນັ້ນມາ ຕົນເອງຈຶ່ງໄດ້ພາຄອບຄົວເຮັດສວນຕາມລະດູການ ແຕ່ກໍບໍ່ສາມາດຈະພັດທະນາຄອບຄົວໄດ້. ມາຮອດປີ 2010 ລູກເຂົ້າໂຮງຮຽນກໍເລີ່ມໄດ້ນຳໃຊ້ເງິນ ແຕ່ກົງກັນຂ້າມເງິນເກັບໃນຄອບຄົວກໍ່ບໍ່ມີ ມາຮອດປີ 2011 ຈິ່ງໄດ້ໄປຂໍດິນນຳພີ່ນ້ອງຢູ່ບ້ານຜາຕໍ່ ໄດ້ໜຶ່ງຕອນ ມີເນື້ອທີ່ປະມານ 1.5 ເຮັກຕາ ແລະ ໄດ້ຕັດສິນໃຈຝາກລູກໄວ້ໃຫ້ພີ່ນ້ອງເບິ່ງແຍງຊ່ວຍ ແລ້ວຕົນເອງກັບເມຍ ແມ່ນໄດ້ໄປນອນບຸກເບີກເນື້ອທີ່ດັ່ງກ່າວເປັນເວລາ 2 ປີ ມາຮອດປີ 2013 ໄດ້ປູກໝາກກ້ຽງ 600 ຕົ້ນ. ຜ່ານການຕິດຕາມ ຕົ້ນໝາກກ້ຽງເຫັນວ່າມີຄວາມເຕີບໂຕໄວ ປີ 2014 ຈິ່ງໄດ້ເອົາແກ່ນໝາກກ້ຽງມາກ້າໄວ້ປູກເອງ. ຈາກນັ້ນມາ ຄອບຄົວຕົນເອງແມ່ນທັງກ້າ ແລະ ປູກເພີ່ມມາເລື້ອຍໆ ມາຮອດປີ 2018 ໝາກກ້ຽງຕົ້ນທີ່ປູກກ່ອນເລີ່ມເປັນໝາກ ແລະ ສາມາດເກັບຂາຍໄດ້ເງິນ 20 ລ້ານກີບ ຊຶ່ງຕົນເອງໄດ້ເອົາເງິນຈຳນວນດັ່ງກ່າວມາຊື້ລົດຊິ້ງ 1 ຄັນ ມູນຄ່າ 15 ລ້ານກີບ ສ່ວນເງິນທີ່ເຫຼືອແມ່ນເອົາມາພັດທະນາຄອບຄົວ ແລະ ສົ່ງໃຫ້ລູກຢູ່ທາງບ້ານ. ຮອດປີ 2019-2020 ໄລຍະ 2 ປີນີ້ ເຫັນວ່າໝາກກ້ຽງແມ່ນເປັນໝາກຫຼາຍສົມຄວນ ແຕ່ພະຍາດໂຄວິດ ພັດເຂົ້າມາລາວ ເຮັດໃຫ້ໝາກກ້ຽງບໍ່ໄດ້ຂາຍໃນຊ່ວງ 2 ປີ (ຂາຍໝາກກ້ຽງໄດ້ແຕ່ 73 ລ້ານກີບ) ເທົ່ານັ້ນ ເຮັດໃຫ້ໝາກກ້ຽງລົ່ນຄາຕົ້ນຖິ້ມລ້າໆ ມາຮອດປີ 2021 ສາມາດເກັບໝາກກ້ຽງຂາຍໄດ້ 110 ລ້ານກີບ ແລ້ວນໍາເອົາເງິນໄປປຸກເຮືອນ 1 ຫຼັງ ມູນຄ່າ 90 ລ້ານກີບ, ຈໍານວນໜຶ່ງແມ່ນໄປຊື້ດິນຕໍ່ສວນໝາກກ້ຽງຕົນເອງເຮັດຢູ່ປັດຈຸບັນ ມາຮອດປີ 2022 ຂາຍໝາກກ້ຽງໄດ້ 200 ລ້ານກີບ ມາຮອດປີ 2023 ຂາຍໄດ້ 320 ລ້ານກີບ ຕົນເອງໄດ້ຊື້ລົດຮຸນໄດ 1 ຄັນ ມູນຄ່າ 80 ລ້ານກີບ, ລົດຈັກອີກ 3 ຄັນ ມູນຄ່າ 40 ລ້ານກີບ, ຊື້ດິນນາ 2 ຕອນ ມູນຄ່າ 90 ລ້ານກີບ ແລະ ໄປບຸກເບີກເນື້ອທີ່ນາໄດ້ 1 ເຮັກຕາ ມູນຄ່າ 66 ລ້ານກີບ. ນອກນັ້ນ, ຍັງໄດ້ຊື້ງົວລ້ຽງ ແລະ ເກັແຮໄວ້ຈຳນວນໜຶ່ງ. ປັດຈຸບັນ ຕົ້ນໝາກກ້ຽງຢູ່ສວນຂອງຕົນມີປະມານ 2,800 ກວ່າຕົ້ນ ໃນເນື້ອທີ່ 4,5 ເຮັກຕາ. ສັງລວມແລ້ວລາຍຮັບທີ່ໄດ້ຈາກສວນໝາກກ້ຽງປີໜຶ່ງປະມານ 300 ລ້ານກ່ວາກີບ ແລະ ລາຍຮັບຈາກການຂາຍງົວອີກຈໍານວນໜຶ່ງ, ມາຮອດປັດຈຸບັນ ຄອບຄົວຂອງຂະພະເຈົ້າໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງ ມີເຮືອນຢູ່ແໜ້ນໜາຖາວອນ, ມີລົດຈັກ, ລົດໃຫຍ່, ມີສວນ, ມີນາ, ມີເງິນເກັບຈໍານວນໜຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ