ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ
ຈາກປາ ທີ່ເຄີຍນຳໄປຈຳໜ່າຍແບບສົດໆ ໄດ້ກາຍມາເປັນສິນຄ້າທີ່ມີມູນຄ່າເພີ່ມ ແລະ ສ້າງລາຍຮັບໄດ້ຫຼາຍຮ້ອຍລ້ານກີບຕໍ່ປີໃຫ້ກັບຄອບຄົວທ່ານນາງ ຊ້ອຍ ພົມນະຈັກ ປະຊາຊົນບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ ແມ່ນໜຶ່ງໃນຄອບຄົວຕົວແບບທີ່ໝູນໃຊ້ພູມປັນຍາການເຮັດປາແຫ້ງ ມາພັດທະນາຕໍ່ຍອດ ປ່ຽນຮູບແບບຂອງອາຫານທ້ອງຖິ່ນໃຫ້ເປັນສິນຄ້າ ທີ່ສາມາດສົ່ງຂາຍທັງພາຍໃນ ແລະ ຕ່າງແຂວງໄດ້ຢ່າງຫຼວງ ຫຼາຍ ຊຶ່ງມີຄວາມເຂັ້ມແຂງໄດ້ ຍ້ອນການປ່ຽນພູມປັນຍາທີ່ສືບທອດກັນມາ ໃຫ້ກາຍເປັນອາຊີບ ແລະ ເປັນຫຼັກປະກັນຂອງຊີວິດຄອບຄົວ.
ຈາກປາເປນ ສປາແຫງ ສາມາດສາງລາຍຮບສຄອບຄວ 200-300 ລານກບຕປ - image 1
 

 

ສຳລັບຫຼາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳຂອງແຫຼ່ງນ້ຳທ້ອງຖິ່ນເປັນແຫຼ່ງອາຫານ ແລະ ແຫຼ່ງສ້າງລາຍຮັບ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ. ປັດຈຸບັນນີ້, ປະຊາຊົນໄດ້ຫັນມາຄິດຄົ້ນວິທີແປຮູບ, ຕໍ່ຍອດຜົນຜະລິດໃຫ້ມີມູນຄ່າສູງຂຶ້ນ, ເປີດຊ່ອງທາງໃຫ້ຊຸມຊົນສາມາດສ້າງມູນຄ່າຈາກສິ່ງທີ່ຕົນເອງມີ ເຊັ່ນ: ທ່ານ ນາງ ຊ້ອຍ ພົມນະຈັກ ແມ່ນໜຶ່ງໃນແມ່ຍິງທີ່ພັດທະນາເປັນອາຊີບ ເສັ້ນທາງຂອງລາວ ບໍ່ໄດ້ເລີ່ມຈາກທຶນກ້ອນໃຫຍ່ ຫຼື ທຸລະກິດຂະໜາດໃຫຍ່, ແຕ່ເລີ່ມຈາກອາຊີບ ແລະ ພູມປັນຍາທີ່ຄອບຄົວມີຢູ່ແລ້ວ ກ່ອນຈະຄ່ອຍໆພັດທະນາໃຫ້ກາຍເປັນສິນຄ້າ ທ່ານນາງ ຊ້ອຍ ພົມນະຈັກ ເລົ່າວ່າ: ໃນອະດີດຄອບຄົວຂອງຕົນບໍ່ມີລາຍໄດ້ທີ່ແນ່ນອນ ແລະ ຕ້ອງດຳລົງຊີວິດຢ່າງລຳບາກ ແຕ່ເມື່ອໄດ້ຫັນມາພັດ ທະນາອາຊີບ ແລະ ຕໍ່ຍອດຜະລິດຕະພັນປາແຫ້ງ, ສິ່ງທີ່ເຄີຍເປັນພຽງອາຫານປະຈຳຄອບຄົວ ກໍໄດ້ກາຍເປັນອາຊີບທີ່ສາມາດສ້າງລາຍຮັບມາຮອດປັດຈຸບັນ, ທຸລະກິດຂອງຄອບຄົວສາມາດສ້າງລາຍຮັບປະມານ 200-300 ລ້ານກີບຕໍ່ປີ, ເຮັດໃຫ້ຄອບຄົວມີເຮືອນຢູ່ຖາວອນ, ມີລົດໃຊ້ ແລະ ມີຄຸນນະພາບຊີວິດດີຂຶ້ນກວ່າເກົ່າ.

ຈາກປາເປນ ສປາແຫງ ສາມາດສາງລາຍຮບສຄອບຄວ 200-300 ລານກບຕປ - image 2
 

ເລື່ອງລາວຂອງທ່ານ ນາງ ຊ້ອຍ ພົມນະຈັກ ຈຶ່ງສະແດງໃຫ້ເຫັນວ່າ: ການພັດທະນາອາຊີບທີ່ເໝາະສົມກັບທຶນທ້ອງຖິ່ນ ສາມາດປ່ຽນຊັບພະຍາກອນທີ່ມີຢູ່ໃຫ້ກາຍເປັນໂອກາດ ພູມປັນຍາການເຮັດປາແຫ້ງທີ່ສືບທອດຈາກຄົນຮຸ່ນກ່ອນ ຈຶ່ງບໍ່ໄດ້ຢຸດຢູ່ພຽງການຮັກສາລົດຊາດ ແລະ ເອກະລັກອາຫານຂອງຊຸມຊົນ, ແຕ່ຍັງສາມາດກາຍ ເປັນທຶນທາງເສດຖະກິດ ທີ່ຊ່ວຍພາຄອບຄົວໃຫ້ກ້າວໄປຂ້າງໜ້າ; ຄວາມສຳເລັດດັ່ງກ່າວເກີດຂຶ້ນຄຽງຄູ່ກັບການສົ່ງເສີມຈາກໂຄງການໄຟຟ້ານ້ຳເທີນ 2 ທີ່ຮ່ວມມືກັບພາກລັດ ແລະ ຊຸມຊົນ ໃນການພັດທະນາອາຊີບຂອງປະ ຊາຊົນ, ແນວທາງສຳຄັນປະກອບມີການຝຶກອົບຮົມ, ການສ້າງຄວາມເຂັ້ມແຂງດ້ານອາຊີບ, ການປຸງແຕ່ງຜົນຜະລິດ ແລະ ການສ້າງອາຊີບໃຫ້ຊຸມຊົນ ເພື່ອຊ່ວຍໃຫ້ປະຊາຊົນສາມາດເພິ່ງພາຕົນເອງ, ສ້າງລາຍຮັບ ແລະ ວາງຮາກຖານຊີວິດທີ່ຍືນຍົງ. ພ້ອມກັນນັ້ນ, ການພັດທະນາອາຊີບປະມົງຍັງຖືກເຊື່ອມໂຍງເຂົ້າກັບການບໍລິຫານຊັບພະຍາກອນໂດຍຊຸມຊົນ, ການສ້າງຕັ້ງສະມາຄົມປະມົງ ແລະ ການກຳນົດລະບຽບຮ່ວມກັນ ທັງໃນການນຳໃຊ້ເຄື່ອງມືຫາປາ, ການຊື້-ຂາຍປາ, ການກຳນົດເຂດອະນຸລັກ ແລະ ເຂດຫາປາ ເປັນກົນໄກທີ່ຊ່ວຍໃຫ້ຊຸມຊົນມີສ່ວນຮ່ວມຮັກສາແຫຼ່ງຊັບພະຍາກອນປາ ໃນອ່າງເກັບນ້ຳເຂື່ອນນ້ຳເທີນ 2; ການຮັກສາຊັບພະຍາກອນ ແລະ ການສ້າງລາຍຮັບຊຸມຊົນຮູ້ຈັກນຳຊັບພະຍາກອນມາໃຊ້ຢ່າງມີແຜນ, ຕໍ່ຍອດຜົນຜະລິດໃຫ້ມີມູນຄ່າ ແລະ ຮ່ວມກັນຮັກສາແຫຼ່ງທຳມະຊາດ, ຜົນປະໂຫຍດທີ່ສາມາດສົ່ງຕໍ່ໄປເຖິງຄົນຮຸ່ນຫຼັງ.

ຈາກປາເປນ ສປາແຫງ ສາມາດສາງລາຍຮບສຄອບຄວ 200-300 ລານກບຕປ - image 3
 

ເລື່ອງລາວຂອງທ່ານ ນາງ ຊ້ອຍ ພົມນະຈັກ ເປັນບົດຮຽນສຳຄັນວ່າ: ຄວາມຍືນຍົງບໍ່ໄດ້ໝາຍເຖິງການຮັກສາທຳມະຊາດພຽງຢ່າງດຽວ, ແຕ່ແມ່ນການຮູ້ຈັກໃຊ້ທຶນທີ່ມີຢູ່ຢ່າງຮອບຄອບ, ສ້າງມູນຄ່າຢ່າງສ້າງສັນ ແລະ ຮ່ວມກັນຮັກສາແຫຼ່ງທຶນນັ້ນໄວ້ ເພື່ອໃຫ້ຊຸມຊົນມີອາຊີບ, ມີລາຍຮັບ ແລະ ມີອະນາຄົດທີ່ໝັ້ນຄົງ. ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ໃນວັນທີ 2 ກັນຍາ 2026 ນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມຄະນະ ໄດ້ລົງຕິດຕາມ,ຊຸກຍູ້ວຽກງານການຫຍິບຜ້າອະນາໄມຂອງໄວໜຸ່ມຍິງ ທີ່ມີຄວາມເປັນພິການ ແລະ ດ້ອຍໂອກາດ ໂດຍໄດ້ຮັບທຶນສະໜັບຈາກໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ ( SFE ).
ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ວັນທີ 1 ກັນຍາ 2026 ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ສະຫຼຸບວຽກງານຮອບດ້ານພາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການ ຫົວໜ້າພະແນກ, ມີຮອງຫົວໜ້າພະແນກ, ຄະນະຂະແໜງການປິ່ນອ້ອມ ແລະ ພາກສ່ວນທີ່ຂຶ້ນກັບເຂົ້າຮ່ວມ.
ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ເລີ່ມວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າມາຄຸ້ມຄອງ, ປົກປັກຮັກສາ ແລະ ບໍລິຫານຈັດການແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ຢ່າງເຕັມຮູບແບບ ພາຍຫລັງໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.
ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ແຂວງຄໍາມ່ວນ ລະດົມການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາໄປແຈກຢາຍແກ່ປະຊາຊົນທີ່ປະສົບໄພ.
ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ແຂວງຄໍາມ່ວນ ໄດ້ປະເມີນຄວາມເສຍຫາຍ ຈາກໄພນໍ້າຖ້ວມໃນ 10 ເມືອງ ໃນໄລຍະເດືອນກໍລະກົດ ຫາ ເດືອນ ສິງຫາ 2026 ມູນຄ່າເສຍຫາຍເບື້ອງຕົ້ນ 275.57 ຕື້ກີບ ແລະ ມີປະຊາຊົນ 151.000 ຄົນໄດ້ຮັບຜົນກະທົບ,ປັດ​ຈຸ​ບັນກຳ​ລັງເລັ່ງ ສືບຕໍ່ປະເມີນຄວາມເສຍຫາຍ ແລະ ຟື້ນຟູພື້ນຖານໂຄງລ່າງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ຈັດພິມອບ-ຮັບ ໂຄງການສ້າງຄວາມເຂັມແຂງ ແລະ ພັດທະນາຊີວິດການເປັນຢູ່ຂອງຊຸມຊົນໃນການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ບ້ານຕາລິ່ງເມືອງ​ບໍ່​ແຕນໂດຍການເປັນປະທານຮ່ວມຂອງທ່ານ ບຸນເດີມ ເສີມນະພາ ຮອງຫົວໜ້າຫ້ອງການ ກະສິກຳ ແລະສິ່ງແວດລ້ອມເມືອງ​ບໍ່​ແຕນ, ທ່ານສຽງພິນ ບຸນມີອາໄພ ຜູ້ປະສານງານໂຄງການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ (ອ​ຄ)ແລະບໍ​ລິ​ສັດ​ເບຍ​ລາວຈຳ​ກັດໄດ້​ນຳ​ເອົາ​ເງິນແລະເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອຸດົມໄຊເຊິ່ງ​ກະ​ຊວງ ອ​ຄ ໄດ້ມອບ​ເງິນ 200 ລ້ານ​ກີບ; ສ່ວນ​ບໍ​ລິ​ສັດ​ເບຍ​ລາວມອບນ້ຳ​ຫວານແລະນ້ຳ​ດື່ມ.
ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ບໍລິສັດ ວັນໃໝ່ ອະສັງຫາລິມະຊັບ ຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງ ຕັງຈະເລີນ ຄົບຮອບ 32ປີ, ພິທີດັ່ງກ່າວ ຈັດຂຶ້ນເປັນເວລາ 9 ວັນ ຄື ເລີ່ມແຕ່ວັນທີ 1-9 ກັນຍານີ້ ທີ່ຕັງຈະເລີນ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ (ສນຊ) ຄົບຮອບ 76 ປີ, ອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີແນວລາວສ້າງຊາດ ຮ່ວມກັບອົງການກາແດງແຫ່ງຊາດລາວ, ສູນເລືອດແຫ່ງຊາດ ຈັດກິດຈະກໍາຮັບບໍລິຈາກເລືອດ ພາຍໃຕ້ຫົວຂໍ້ ‘‘ ໃຫ້ເລືອດຊ່ວຍຊີວິດ ’’ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ທີ່ ສນຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ຮອງຫົວໜ້າອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີຂອງແນວລາວສ້າງຊາດ, ມີທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີຄະນະປະຈໍາ ສນຊ, ແຂກຖືກເຊີນ, ຄະນະຮັບຜິດຊອບ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ເພີ່ມເຕີມ