ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ
ທ່ານ ໄພທອງ ແສງປະທຸມ ປະທານສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງຕາແສງຂະເໝົາໃນວັນທີວັນທີ 4 ສິງຫາ ນີ້ວ່າ: ເສັ້ນເຝີ ດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ມີຈຸດເລີ່ມຕົ້ນຈາກພູມປັນຍາຊາວບ້ານ ທີ່ສືບທອດກັນມາແຕ່ຮຸ່ນປູ່ຍ່າຕາຍາຍ ເຊິ່ງໃນອະດີດແມ່ນເຮັດແບບຄອບຄົວກະແຈກກະຈາຍ, ຕໍ່ມາໃນປີ 2013 ໄດ້ໂຮມໂຕກັນສ້າງຕັ້ງເປັນກຸ່ມຜະລິດ ໂດຍມີ 17 ຄອບຄົວ, ດ້ວຍລົດຊາດ ແລະ ຄຸນນະພາບທີ່ເປັນເອກະລັກ, ໃນປີ 2015 ຈຶ່ງໄດ້ຮັບນາມມະຍົດເປັນສິນຄ້າ ODOP ແຫ່ງຊາດ.
ຈາກພມປນຍາທອງຖນ ສສະຫະກອນທເຂມແຂງ - image 1
 

ຈາກຄວາມເຂັ້ມແຂງ ແລະ ການຂະຫຍາຍຕົວຢ່າງໄວວາ, ໃນປີ 2025 ໄດ້ຍົກລະດັບສ້າງຕັ້ງເປັນ "ສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ" ຢ່າງເປັນທາງການ. ປັດຈຸບັນ ມີສະມາຊິກເພີ່ມຂຶ້ນເຖິງ 48 ຄອບຄົວ, ມີກຳລັງແຮງງານທັງໝົດ 144 ຄົນ (ຍິງ 48 ຄົນ) ແລະ ມີໂຮງງານຜະລິດເສັ້ນເຝີກວມເອົາ 4 ບ້ານ (ບ້ານຂະເໝົາໂພນຈໍາປາ, ຂະເໝົາພູແມວ, ຂະເໝົາປາກເຊ, ແລະ ລົບປາກດີກາງ) ລວມທັງໝົດ 22 ແຫ່ງ. 

ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ສະຫະກອນສາມາດຜະລິດເສັ້ນເຝີໄດ້ສະເລ່ຍ 288 ໂຕນ/ເດືອນ (ມູນຄ່າ 7.2 ຕື້ກີບ/ເດືອນ), ລວມ 6 ເດືອນ ສາມາດຜະລິດໄດ້ທັງໝົດ 1,728 ໂຕນ ສ້າງລາຍຮັບໄດ້ເຖິງ 43 ພັນລ້ານກີບ, ປະຕິບັດໄດ້ 90% ຂອງແຜນການປີ ແລະ ເພີ່ມຂຶ້ນ 9% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນອກຈາກຕົວເລກທາງເສດຖະກິດທີ່ໂດດເດັ່ນແລ້ວ, ເສັ້ນເຝີດອນຂະເໝົາຍັງໄດ້ເຂົ້າຮ່ວມງານວາງສະແດງທັງລະດັບເມືອງ ແລະ ແຂວງ ລວມ 7 ຄັ້ງ, ທີ່ສໍາຄັນແມ່ນສາມາດຍາດໄດ້ອັນດັບທີ 1 ໃນງານວັດພູຈໍາປາສັກ ຈາກ 9 ຕົວເມືອງ ແລະ 1 ນະຄອນ ທົ່ວແຂວງຈຳປາສັກ. ພ້ອມກັນນັ້ນ, ສະຫະກອນຍັງໄດ້ແບ່ງປັນຜົນກຳໄລຄືນສູ່ສັງຄົມ ໂດຍໄດ້ປະກອບສ່ວນຊ່ວຍເຫຼືອວຽກງານສ່ວນລວມພາຍໃນຕາແສງ ແລະ ເມືອງ ເປັນມູນຄ່າຫຼາຍກວ່າ 180 ລ້ານກີບ. 

ຈາກພມປນຍາທອງຖນ ສສະຫະກອນທເຂມແຂງ - image 2
 

ທ່ານ ໄພທອງ ແສງປະທຸມ ໃຫ້ຮູ້ຕື່ມວ່າ: ຄວາມສໍາເລັດອັນຍິ່ງໃຫຍ່ນີ້ ແມ່ນເກີດຈາກການຊີ້ນຳ-ນຳພາຂອງພັກ-ລັດ, ຜ່ານມາໄດ້ຮັບການສະໜັບສະໜູນອຸປະກອນການຜະລິດຈາກ ໂຄງການພັດທະນາເຂື່ອນໄຟຟ້າດອນສະໂຮງ ເຊັ່ນ: ຈັກຊອຍເສັ້ນເຝີ 5 ເຄື່ອງ, ຜ້າຢາງເຮືອນຕາກ 10 ມັດ ແລະ ເຄື່ອງອັດສູນຍາກາດ 1 ເຄື່ອງ (ມູນຄ່າ 250 ລ້ານກີບ). 

ຄຽງຄູ່ກັບຜົນງານຕ່າງໆທີ່ກ່າວມານັ້ນ ສະຫະກອນກໍຍັງເຫັນເຖິງຂໍ້ຫຍຸ້ງຍາກ ເປັນຕົ້ນ: ແມ່ນການຂາດເຂີນເຂົ້າທີ່ເປັນວັດຖຸດິບ (ເຂົ້າທີ່ຊາວບ້ານຜະລິດເອງໃຊ້ໄດ້ພຽງ 3 ເດືອນ ຈຳເປັນຕ້ອງຊື້ເພີ່ມຈາກບ້ານໃກ້ຄຽງ) ແລະ ສະພາບເສດຖະກິດສິນຄ້າລາຄາແພງ ເຮັດໃຫ້ສະມາຊິກບາງຄອບຄົວຕ້ອງຢຸດຕິການຜະລິດຊົ່ວຄາວ. ແຕ່ເຖິງຢ່າງໃດກໍຕາມ, ສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ ຍັງຄົງມຸ່ງໝັ້ນທີ່ຈະປັບປຸງ ແລະ ເດີນໜ້າຕໍ່ໄປເພື່ອຮັກສາຄຸນນະພາບເສັ້ນເຝີ ດອນຂະເໝົາ ໃຫ້ເປັນສິນຄ້າພູມປັນຍາທີ່ສ້າງລາຍໄດ້ ແລະ ຊື່ສຽງໃຫ້ເມືອງໂຂງຢ່າງຍືນຍົງ.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ