ການຕໍ່າຫູກທໍໄໝ ເປັນວຽກງານໜຶ່ງທີ່ຢູ່ຄູ່ກັບຄົນລາວ

ຈາກຜູ້ຊົມໃຊ້ກາຍເປັນເຈົ້າຂອງຜະລິດຕະພັນຜ້າຝ້າຍລະຫານໍ້າ

ຈາກຜູ້ຊົມໃຊ້ກາຍເປັນເຈົ້າຂອງຜະລິດຕະພັນຜ້າຝ້າຍລະຫານໍ້າ
ໂດຍ: ແສງຈັນ ການຕໍ່າຫູກທໍໄໝ ເປັນວຽກງານໜຶ່ງທີ່ຢູ່ຄູ່ກັບຄົນລາວ, ແມ່ຍິງລາວ ມາແຕ່ດົນນານ ຈົນກາຍເປັນຜະລິດຕະພັນພາຍໃນຄອບຄົວ

 

ໂດຍ: ແສງຈັນ

ການຕໍ່າຫູກທໍໄໝ ເປັນວຽກງານໜຶ່ງທີ່ຢູ່ຄູ່ກັບຄົນລາວ, ແມ່ຍິງລາວ ມາແຕ່ດົນນານ ຈົນກາຍເປັນຜະລິດຕະພັນພາຍໃນຄອບຄົວ ແລະ ພັດທະນາອອກສູ່ສັງຄົມ ຈຶ່ງເຮັດໃຫ້ແມ່ຍິງ, ມີຄວາມມັກ-ຮັກວິທີການຕໍ່າຫູກ-ທໍໄໝ.

ທ່ານນາງ ເຫວີຍ ບ້ານລະຫານໍ້າ ເມືອງສອງຄອນແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2024 ທີ່ເດີ່ນທາດຫຼວງ ນະຄອນວຽງຈັນ ວ່າ: ຕົນເອງເຕີບໃຫຍ່ໃນຄອບຄົວຊາວນາ ໄປຄຽງຄູ່ກັບ ອາຊີບເສີມນັ້ນ ກໍແມ່ນຜະລິດເຄື່ອງນຸ່ງຫົ່ມ ເພື່ອຮັບໃຊ້ພາຍໃນຄອບຄົວ ຊຶ່ງຂັ້ນຕອນຂອງການຜະລິດແມ່ນເຮັດດ້ວຍມື ທັງໝົດ ເຊັ່ນ: ຕໍ່າແຜ່ນແພ ເພື່ອມາຜະລິດເປັນເສື້ອຍິງ-ຊາຍ, ຜ້າບ່ຽງ, ສິ້ນ, ຜ້າຫົ່ມ ແລະ ຜະລິດຕະພັນອື່ນໆ(ມີທັງລາຍດັ່ງເດີມ ແລະ ລາຍແບບໃໝ່). ທັງໝົດນັ້ນ ແມ່ນຜະລິດດ້ວຍຝ້າຍ ແລະ ຍ້ອມສີທຳມະຊາດ. ເມື່ອເວລາຜ່ານໄປ ບັນດາຜະລິດຕະພັນທີ່ຜະລິດເພື່ອຮັບໃຊ້ພາຍໃນຄອບຄົວ ຈຶ່ງມີການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ ແລະ ກາຍເປັນສິນຄ້າສາມາດສ້າງລາຍຮັບໃຫ້ແກ່ຄອບຄົວສະເໝີມາ.

ທ່ານນາງ ເຫວີຍ ກ່າວຕື່ມວ່າ: ເນື່ອງຈາກຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດນັບມື້ຫຼາຍຂຶ້ນ ການຜະລິດພາຍໃນຄອບຄົວ ບາງຄັ້ງບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງລູກຄ້າ ເພາະວ່າ ເຄື່ອງທັງໝົດແມ່ນຜະລິດດ້ວຍມື ຊຶ່ງມີຫຼາຍຂັ້ນຕອນ ກ່ອນຈະຜະລິດອອກສູ່ສາຍຕາຂອງສັງຄົມ ຍ້ອນແນວນັ້ນ ຈຶ່ງໄດ້ນໍາເອົາສີເຄມີຈຳນວນໜຶ່ງເຂົ້າມາຊ່ວຍ ພ້ອມທັງສົ່ງເສີມໃຫ້ປະຊາຊົນຜະລິດ ແລະ ທັງເປັນຜູ້ລົງທຶນທັງໝົດແລ້ວຄິດໄລ່ຄ່າແຮງງານໃນການຜະລິດໃຫ້ກັບຈໍານວນສະມາຊິກ ເຊັ່ນວ່າ ລາຄາຕໍ່າສິ້ນ 1ຜືນ ຈະໄດ້ເງິນ 25,000ກີບ, ແພມ້ວນ 1ແມັດ ຈະໄດ້ເງິນ 8,000ກີບ(ສະເລ່ຍລາຍຮັບ 1ມ້ວນ ຄ່າແຮງງານທັງໝົດ 6ແສນກີບ), ສະມາຊິກກວມຈໍານວນເກືອບ 70 ກວ່າຄົນ ກວມເອົາ 3-4ບ້ານ. ເພື່ອເປັນການສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມ ແລະ ລາຍໄດ້ເສີມຈາກການເຮັດສວນ, ເຮັດນາ. ພ້ອມດຽວກັນນັ້ນກໍໄດ້ສົ່ງເສີມໃຫ້ປະຊາຊົນປູກຝ້າຍ, ປູກຕົ້ນຄາມຕື່ມອີກ. ສຳລັບສິນຄ້າ ມີລາຄາເລີ່ມຕົ້ນ 50,000ກີບ-150,000ກີບ, ຜ້າຫົ່ມ ລາຄາ150,000ກີບ. ນອກຈາກຂາຍໃນງານຕ່າງໆແລ້ວ ຍັງມີຮ້ານຢູ່ເຮືອນ ໃນນັ້ນມີທັງຂາຍຍ່ອຍ-ສົ່ງ, ໃຫ້ລູກຄ້າທັງພາຍໃນແຂວງ-ຕ່າງແຂວງ, ສົ່ງອອກຕ່າງປະເທດເປັນບາງຄັ້ງຄາວ ຕາມທີ່ລູກຄ້າສັ່ງເຂົ້າມາ. ໂອກາດດັ່ງກ່າວ, ທ່ານນາງເຫວີຍ ຈຶ່ງໄດ້ເຊີນຊວນພໍ່, ແມ່, ປະຊາຊົນລາວ ຫັນມາຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນຜ້າແພລາວ(ຜ້າຝ້າຍລະຫານໍ້າ). ເສື້ອ, ສິ້ນງາມໆ ລາຄາຂາຍບໍ່ແພງ, ສິ້ນລາຄາຂາຍແມ່ນ 150,000ກີບ-650,000ກີບ ສິ້ນລາຍແບບດັ່ງເດີມ ແມ່ນເປັນທີ່ນິຍົມຂອງສັງຄົມລາວ, ເພາະວ່າຂັ້ນຕອນການຜະລິດແມ່ນຍາກຫຼາຍ ປີໜຶ່ງໆໄດ້ຫຼາຍທີ່ສຸດແມ່ນ100ກວ່າຜືນ(ພິເສດ ຕີນສິ້ນລາຍດັ່ງເດີມ ບໍ່ໄດ້ຕໍ່າດ້ວຍຟືມຫູກ ໝາຍຄວາມວ່າຜູ້ຜະລິດ ແມ່ນເຮັດດ້ວຍມືຮັດເອົາ), ລາຄາຂາຍເສື້ອເລີ່ມ350,000ກີບ- 650,000ກີບ. ທ່ານນາງ ເຫວີຍ ກ່າວຕື່ມວ່າ: ບົດຮຽນທີ່ດີໆນັ້ນແມ່ນຢູ່ກັບລູກຄ້າ, ການທີ່ໄດ້ນໍາເອົາສິນຄ້າເຂົ້າໄປຂາຍໃນງານໃດໜຶ່ງ ນອກຈາກໄດ້ຈໍາໜ່າຍຜະລິດຕະພັນທີ່ເຮັດດ້ວຍສີມືຂອງເອື້ອຍນ້ອງແມ່ຍິງລະຫານໍ້າແລ້ວ ຍັງເປັນການແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ນັ້ນກໍໝາຍຄວາມວ່າ ໄດ້ສັງເກດເບິ່ງຄວາມນິຍົມຂອງສັງຄົມໄປໃນໂຕເລີຍ ຄືວ່າລູກຄ້ານິຍົມໃນຮູບແບບໃດ ຈະຜະລິດອອກເພື່ອຮັບໃຊ້ໃຫ້ກັບສັງຄົມຄືແນວນັ້ນ (ລາຍແບບໃໝ່, ລາຍປະສົມປະສານ) ເພື່ອໃຫ້ຖືກຕ້ອງກັບລົດນິຍົມຂອງຜູ້ຊົມໃຊ້.

ແຜນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ຕໍ່າຫູກ-ທໍໄໝ ເພີ່ມການຜະລິດຢ່າງຫຼວງຫຼາຍ ຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ຢ່າງທົ່ວເຖິງ ແລະ ຈະຜະລິດຕາມການຂະຫຍາຍຕົວຂອງສັງຄົມ ກໍຄືຕາມຄວາມນິຍົມຊົມຊອບຂອງລູກຄ້າ, ຖ້າຫາກວ່າທ່ານໃດຕ້ອງການນໍາໄປໃຊ້ພາຍໃນຄອບຄົວ ຫຼື ຕ້ອງການນໍາໄປຈໍາໜ່າຍ ສາມາດຕິດຕໍ່ໄດ້ທີ່ເບີໂທລະສັບ 020 9953 5363.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີບັນດາທ່ານການນຳພັກ - ລັດ, ບັນດາທ່ານຄະນະທີ່ປຶກສາຂອງສູນກາງແນວລາວສ້າງ, ຄະນະປະຈໍາສະພາທິດສະດີສູນກາງພັກ ແລະ ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ ຊຶ່ງກອງປະຊຸມ ໄດ້ຈັດຂຶ້ນ ໃນວັນທີ 16 ກໍລະກົດ ຜ່ານມາທີ່ຄະນະໂຄສະນາອົບຮົມສູນກາງພັກ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ໃນວັນທີ 16 ກໍລະກົດຜ່ານມາ ທີ່ສະໂມສອນເມືອງອຸທຸມພອນ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ,ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມພະນັກງານການນໍາເມືອງອຸທຸມພອນເພື່ອຮັບຟັງການລາຍງານ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ
ແຂວງວຽງຈັນຈັດກິດຈະກຳຍ່າງ ແລະ ເຕັ້ນແອໂລບິກເພຶ່ອສຸຂະພາບ

ແຂວງວຽງຈັນຈັດກິດຈະກຳຍ່າງ ແລະ ເຕັ້ນແອໂລບິກເພຶ່ອສຸຂະພາບ

ຕອນເຊົ້າຂອງວັນທີ 17 ກໍລະກົດນີ້, ແຂວງວຽງຈັນ ໄດ້ຈັດກິດຈະກໍາຍ່າງ ແລະ ເຕັ້ນແອໂລບິກ ອອກກຳລັງກາຍເພຶ່ອສຸຂະພາບ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ ຄົບຮອບ 59 ປີ ຊຶ່ງກົງກັບວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ) ເປັນກຽດເຂົ້າຮ່ວມມີບັນດາທ່ານຮອງເຈົ້າແຂວງວຽງຈັນ, ທ່ານປະທານສະພາປະຊາຊົນແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ພະນັກງານ, ຫ້ອງການຂັ້ນເມືອງ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນ.
ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ  ມີການຫັນປ່ຽນຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ ມີການຫັນປ່ຽນຢ່າງຕັ້ງໜ້າ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ພິ ພາກສາທົ່ວປະເທດ ຄັ້ງທີ XII ໃນວັນທີ 16 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ), ມີບັນດາຮອງປະທານ ສປສສ, ປະທານສານປະຊາຊົນພາກ, ແຂວງ-ນະຄອນຫຼວງ ພ້ອມດ້ວຍບັນດາຜູ້ພິພາກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ທ່ານ ປອ. ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ ປະຈໍາ 6 ເດືອນທ້າຍປີ 2025 ຂອງແຂວງຈໍາປາສັກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຢູ່ແຂວງຈໍາປາສັກ
ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ປັດຈຸບັນເຄື່ອງຫັດຖະກຳລາວ ເປັນໜຶ່ງໃນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ, ທ່ານນາງ ຈັນທາ ຫຼວງລາດ ເຈົ້າຂອງຮ້ານເຄື່ອງຫັດຖະກຳພຸດທະວົງ ຫຼວງລາດ ຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນຜູ້ໜຶ່ງທີ່ມີຄວາມມັກ-ຮັກໃນຜະລິດຕະພັນຫັດຖະກຳ ແລະ ໄດ້ນໍາເອົາຜະລິດຕະພັນດັ່ງກ່າວມາວາງຂາຍ ເພື່ອເຜີຍແຜ່ສີໄມ້ລາຍມືຫັດຖະກຳທີ່ສວຍງາມ ແລະ ປານີດຂອງຄົນລາວສູ່ສາຍຕາສັງຄົມໄດ້ຊົມໃຊ້.
ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳແຫ່ງຊາດ (13 ກໍລະກົດ) ປະຈຳປີ 2025 ນີ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີປ່ອຍປາ ທີ່ວັງສະຫງວນ ບ້ານຄຽງຕັງແລ ໂດຍການເຂົ້າຮ່ວມຂອງທ່ານ ເພັດພະຈັນ ພິມທິສານ ຮອງເລຂາພັກເມືອງ ປະທານຄະນະກຳມະການ ອົງການປົກຄອງເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ໃນໄລຍະ 6 ເດືອນ ຕົ້ນປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ອັດຕາການເຕີບໂຕທາງດ້ານເສດຖະກິດມະຫາພາກ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ໃນວັນທີ 14ກໍລະກົດຜ່ານມາ, ພະນັກງານ-ກຳມະກອນ ແລະ ຊາວບ້ານທີ່ເຮັດວຽກໂຄງການປະຕິສັງຂອນຫໍໄຕວັດບ້ານເມືອງກາງເມືອງຈຳປາສັກ ແຂວງຈໍາປາສັກໄດ້ພົບເຫັນພະພຸດທະຮູບເກົ່າແກ່ ຈຳນວນ 70 ອົງ ຊຶ່ງພົບເຫັນໃນຂະນະທີ່ທຳການຂຸດຂຸມເພື່ອກຽມເທຄານສ້ອມແປງໂຄງສ້າງອາຄານຫໍໄຕເບື້ອງຕາເວັນຕົກ,ພະພຸດທະຮູບດັ່ງກ່າວແມ່ນບັນຈຸໃນໄຫ 1 ໜ່ວຍ.ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.
ເມືອງໄຊ ຕິດຕັ້ງລະບົບກ້ອງວົງຈອນປິດສາທາລະນະສຳເລັດ 100%

ເມືອງໄຊ ຕິດຕັ້ງລະບົບກ້ອງວົງຈອນປິດສາທາລະນະສຳເລັດ 100%

ໃນວັນທີ່ 14 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ແຂວງອຸດົມໄຊໄດ້ຈັດກອງປະຊຸມ ພ້ອມທັງລົງກວດກາໂຄງການຕິດຕັ້ງລະບົບກ້ອງວົງຈອນປິດ ສາທາລະນະ ໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ຊຶ່ງໂຄງການໄດ້ດຳເນີນການຕິດຕັ້ງ ສຳເລັດ 100% ຕາມແຜນການທີ່ວາງໄວ້, ໂດຍມີ ທ່ານ ສຸດໃຈ ສຸດແສງເດືອນ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງ, ມີຄະນະກຳມະການ, ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ