ຈະລາຈອນ ນວ ເອົາໃຈໃສ່ແນະນຳຜູ້ໃຊ້ລົດ-ໃຊ້ຖະໜົນ ໄລຍະປັບປ່ຽນທິດທາງການສັນຈອນໃໝ່

ຈະລາຈອນ ນວ ເອົາໃຈໃສ່ແນະນຳຜູ້ໃຊ້ລົດ-ໃຊ້ຖະໜົນ ໄລຍະປັບປ່ຽນທິດທາງການສັນຈອນໃໝ່

ຈະລາຈອນ ນວ ເອົາໃຈໃສ່ແນະນຳຜູ້ໃຊ້ລົດ-ໃຊ້ຖະໜົນ  ໄລຍະປັບປ່ຽນທິດທາງການສັນຈອນໃໝ່
ພາຍຫຼັງເລີ່ມຈັດຕັ້ງປະຕິບັດ ການປັບປ່ຽນທິດທາງການສັນຈອນຕາມ 9 ເສັ້ນທາງ ເພື່ອອໍານວຍຄວາມສະດວກໃນການແລ່ນລົດເມດ່ວນ (BRT) ໃນເຂດໃຈກາງຕົວເມືອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 28 ກຸມພາເປັນຕົ້ນມາ, ພະແນກຕຳຫຼວດຈະລາຈອນ ນວ ໄດ້ຈັດວາງກຳລັງຫຼາຍກວ່າ 140 ຄົນ ປະຈຳຢູ່ແຕ່ລະຈຸດ, ແຕ່ລະເສັ້ນທາງ, ຕາມທາງສາມແຍກ-ສີ່ແຍກຕ່າງໆ ທີ່ມີການປັບປ່ຽນທິດທາງການສັນຈອນ ໂດຍແບ່ງອອກເປັນ 63 ຈຸດ ເພື່ອໂຄສະນາເຜີຍແຜ່ ແລະ ແນະນຳໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຮັບຮູ້, ເຂົ້າໃຈ ແລະ ໃຫ້ມີຄວາມຊິນເຄີຍໃນການນໍາໃຊ້ຕົວຈິງ.
ຈະລາຈອນ ນວ ເອາໃຈໃສແນະນຳຜໃຊລດ-ໃຊຖະໜນ ໄລຍະປບປຽນທດທາງການສນຈອນໃໝ - image 1
 

 

ທ່ານ ຄຳໄຜ່ ມູນປະເສີດ ຮອງປ້ອມຫຼັກ 1 ຂ້າງວັດອິນແປງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 4 ມີນາຜ່ານມາວ່າ: ນັບແຕ່ເລີ່ມຈັດຕັ້ງປະຕິບັດການປັບປ່ຽນທິດທາງການສັນຈອນຕາມ 9 ເສັ້ນທາງໃຈກາງເມືອງເປັນຕົ້ນມາ ຕົນເອງກໍໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັດໜ້າທີ່ຮັບຜິດຊອບຕາມພາລະບົດບາດຢ່າງເຕັມທີ່ ໂດຍໄດ້ຜັດປ່ຽນໝູນວຽນກັນເປັນກະປະຈຳຢູ່ແຕ່ລະຈຸດ ໂດຍເລີ່ມມາປະຕິບັດໜ້າທີ່ແຕ່ເວລາ 06:00-19:00 ໂມງ ເພື່ອແນະນຳໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນເຂົ້າໃຈ ແລະ ປະຕິບັດຕາມປ້າຍຫ້າມ, ປ້າຍສັນຍານ, ລູກສອນບອກທິດທາງ ແລະ ອື່ນໆຢ່າງເຂັ້ມງວດ. ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນໄດ້ວ່າ ຜູ້ໃຊ້ລົດໃຊ້ຖະໜົນແມ່ນຮັບຮູ້ ແລະ ເຂົ້າໃຈ, ໄປຖືກຕ້ອງຕາມການປັບປ່ຽນທິດທາງການສັນຈອນເປັນສ່ວນໃຫຍ່, ແຕ່ຍັງມີຜູ້ໃຊ້ລົດໃຊ້ຖະໜົນຈຳນວນໜຶ່ງໂດຍສະເພາະຜູ້ທີ່ມາແຕ່ຕ່າງແຂວງ, ຕ່າງເມືອງຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈເທົ່າທີ່ຄວນ. ຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດວຽກງານໂຄສະນາ, ໃຫ້ຄຳແນະນຳກ່ຽວກັບການໃຊ້ລົດໃຊ້ຖະໜົນຕໍ່ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ໃນໄລຍະການປັບປ່ຽນທິດທາງການສັນຈອນໃໝ່ນີ້, ຈະສືບຕໍ່ຈັດຕັ້ງປະຕິບັດໂດຍບໍ່ມີກຳນົດເວລາ ຈົນກວ່າປະຊາຊົນໃນ ນວ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມຊິນເຄີຍ ກ່ຽວກັບການນຳໃຊ້ຖະໜົນດັ່ງກ່າວ ແນໃສ່ເຮັດໃຫ້ການປັບປ່ຽນທິດທາງການສັນຈອນ ດຳເນີນໄປຕາມແຜນການທີ່ວາງໄວ້.

ຈະລາຈອນ ນວ ເອາໃຈໃສແນະນຳຜໃຊລດ-ໃຊຖະໜນ ໄລຍະປບປຽນທດທາງການສນຈອນໃໝ - image 2
 

ໂອກາດນີ້, ທ່ານ ຄຳໄຜ່ ມູນປະເສີດ ຍັງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີສະຕິໃນການຂັບຂີ່, ເອົາໃຈໃສ່ປະຕິບັດຕາມກົດລະບຽບການສັນຈອນ ໂດຍສະເພາະໃຫ້ປະຕິບັດຕາມປ້າຍສັນຍານ ແລະ ສັນຍາລັກການສັນຈອນທີ່ໄດ້ປັກໝາຍ ແລະ ແຕ້ມໄວ້ຕາມເສັ້ນທາງຢ່າງເຂັ້ມງວດ, ແນໃສ່ຫຼີກລ່ຽງການເກີດອຸບັດເຫດ ແລະ ເພື່ອສ້າງຄວາມຊິນເຄີຍໃນການໃຊ້ຖະໜົນດັ່ງກ່າວ, ທັງຮັບປະກັນໃຫ້ການປັບປ່ຽນທິດທາງການສັນຈອນຄັ້ງນີ້ ດຳເນີນໄປຢ່າງໂລ່ງລ່ຽນ.

ສຳລັບມາດຕະການໃນການປັບໃໝ ທີ່ຈະນຳໃຊ້ຕໍ່ຜູ້ຂັບຂີ່ທີ່ລ່ວງລະເມີດ ແມ່ນຍັງບໍ່ທັນໄດ້ນຳໃຊ້ເທື່ອ ຄາດວ່າ 2-3 ເດືອນຕໍ່ໜ້າ ຈະເລີ່ມຈັດຕັ້ງປະຕິບັດການປັບໃໝຕໍ່ຜູ້ລ່ວງລະເມີດ.

ຂ່າວ-ພາບ: ທະນູທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເສີມຂະຫຍາຍມູນເຊື້ອສາມັກຄີ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ  (ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

ເສີມຂະຫຍາຍມູນເຊື້ອສາມັກຄີ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ (ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

ຫວນຄືນກ່ອນນີ້ 76 ປີ ຄືວັນທີ 13 ສິງຫາ 1950 ໃນກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດ ທີ່ມີຜູ້ແທນເຂົ້າຮວ່ມທັງໝົດ 105 ທ່ານ. ທີ່ເປັນຕົວແທນຂອງກຳລັງປະກອບອາວຸດທຸກພາກ, ຕົວແທນບັນດາເຜົ່າ, ຊັ້ນຄົນ, ບັນດາອົງການຈັດຕັ້ງສັງຄົມ, ສາສະໜາ ເພດ-ໄວ ຈາກເຂດຕໍ່ຕ້ານ ແລະ ເຂດກວດກາຂອງຂອງສັດຕູໃນທົ່ວປະເທດ ໄດ້ເຫັນດີເປັນເອກະສັນ ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃຫ້ຊື່ວ່າ: “ແນວລາວອິດສະຫຼະ” ປະກອບມີຄະນະກຳມະການແນວລາວອິດສະຫຼະ ຈຳນວນ 15 ທ່ານ ໂດຍແມ່ນ ສະເດັດ ເຈົ້າສຸພານຸວົງ ເປັນປະທານແນວລາວອິດສະຫຼະ.
ຄວາມຮູ້ສຶກ ຂອງທ່ານ ສົມຫວັງ ພິມມະວົງ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ຄວາມຮູ້ສຶກ ຂອງທ່ານ ສົມຫວັງ ພິມມະວົງ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໃນວັນທີ 8 ສິງຫາ ຜ່ານມາ, ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະແດງຄວາມຮູ້ສຶກວ່າ: ການຈາກໄປຂອງເພິ່ນ ຖືເປັນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ, ສະພາແຫ່ງຊາດ, ປະຊາຊົນລາວທັງຊາດ ກໍຄືຄອບຄົວ ແລະ ຍາດຕິພີ່ນ້ອງຂອງເພິ່ນ.
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2

ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2

ໃນລະຫວ່າງວັນທີ 10-11 ສິງຫາ 2026 ນີ້, ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2, ຊຶ່ງມີສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານ ກອງພົນທີ 2 ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການທີ່ຂ້ອງ ແລະ ກົມກອງເຫຼົ່າຮົບເຂົ້າຮ່ວມ.
ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ  ຈາກໄພພິບັດທຳມະຊາດ

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທຳມະຊາດ

ໃນວັນທີ 11 ສິງຫາ 206 ນີ້,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ພ້ອມຄະນະໄດ້ລົງຕິດຕາມເສັ້ນທາງຫຼວງແຫ່ງຊາດເລກ 8A ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໂດຍມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ມີຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ 2 ແຂວງຮ່ວມລົງຊຕິດຕາມ.
ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວໄດ້​ນຳ​ເອົາ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກໄປ​ມອບ​ໃຫ້​ປະ​ຊາ​ຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ​ນ້ຳ​ຖ້ວມຢູ​ເມືອງ​ຍົມ​ມະ​ລາດແຂວງ​ຄຳ​ມ່ວນ.
ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ສະພາບໄພພິບັດນໍ້າຖ້ວມຢູ່ເມືອງຍົມມະລາດແຂວງຄໍາມ່ວນ ພວມຢູ່ໃນສະຖານະການໜ້າເປັນຫ່ວງ ພາຍຫຼັງເກີດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າເຊບັ້ງໄຟ, ນໍ້າຍົມ ແລະ ນໍ້າສາຂາຕ່າງໆ ເພີ່ມສູງຂຶ້ນຢ່າງວ່ອງໄວ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍພື້ນທີ່.
ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ໃນວັນທີ 11 ສິງຫາ 2026 ຢູ່ທີ່ເມືອງຍົມມະລາດແຂວງຄຳມ່ວນໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຍົມມະລາດ. ເປັນກຽດມອບໂດຍທ່ານ ພອນປະເສີດ ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ເປັນກຽດຮັບໂດຍ ທ່ານ ເຫຼັງຄຳ ໄຊຄໍາຜັນ ເລຂາຄະນະບໍລິຫານງານພັກເມືອງຍົມມະລາດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານການນຳຈາກແຂວງ ,ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ .
ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ວັນທີ 10 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ໂດຍມີ ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນການທະຫານທ້ອງຖິ່ນແຂວງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງຫຼວງນ້ຳທາ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ ໃນວັນທີ 11 ສິງຫານີ້.
6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

ທ່ານ ສົມສັກ ສິດທິສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ນີ້ວ່າ:
ເພີ່ມເຕີມ