ສູນດັ່ງກ່າວໄດ້ຢືນຢັນພົບການຕິດເຊື້ອໃນ 31 ເຂດປົກຄອງຂອງ ສະຫະລັດ ອາເມຣິກ. ໂດຍມີຜູ້ຮັກສາໃນໂຮງໝໍ 128 ຄົນ ແລະ ເສຍຊີວິດ 3 ຄົນ. ປະມານ 96% ຂອງຜູ້ຕິດເຊື້ອບໍ່ໄດ້ສັກວັກຊິນ ຫຼື ຜູ້ທີ່ບໍ່ຮູ້ສະຖານະການສັກວັກຊິນ.
ຈຳນວນຄົນເຈັບທັງໝົດຂອງປີນີ້ ແມ່ນສູງກວ່າປີ 2024 ຢ່າງຫຼວງຫຼາຍ ຊຶ່ງມີຄົນເຈັບໝົດປີພຽງແຕ່ 285 ຄົນ ແລະ ຍັງຖືເປັນສະຖິຕິປະຈໍາປີທີ່ສູງທີ່ສຸດນັບຕັ້ງແຕ່ປີ 2019 ທີ່ມີຄົນເຈັບ 1,274 ຄົນ.
ສູນດັ່ງກ່າວເນັ້ນໜັກວ່າ: ການສັກຢາວັກຊິນຍັງຄົງເປັນວິທີທີ່ມີປະສິດທິພາບສູງທີ່ສຸດໃນການປ້ອງກັນພະຍາດໝາກແດງ.
ຄໍາເຫັນ