ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ, ມີທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ, ທ່ານ ຫຼ້າສາຍ ນວນທາສິງ ຜູ້ອໍານວຍການໃຫຍ່ ໂຄງການກອງທຶນສາມັກຄີ ແລະພັດທະນາແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບປົກກະຕິ ແລະ ທາງໄກໃນວັນທີ 5 ສິງຫານີ້.
ວັນທີ 4 ສິງຫາຜ່ານມາ ຢູ່ສະໂມສອນແຂວງ, ແຂວງຈໍາປາສັກ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຂອງພະແນກການ - ກົມກອງອ້ອມຂ້າງແຂວງ ທີ່ໄດ້ຮັບການປັບປຸງ ພ້ອມທັງແຕ່ງຕັ້ງພະນັກງານນາພາ - ຄຸ້ມຄອງ ໃນກົງຈັກການຈັດຕັ້ງຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງການຂອງແຂວງ ຈໍານວນໜຶ່ງ ຕາມນິຕິກຳຂອງສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈໍາປາສັກ.
ຊັບພະຍາກອນທໍາມະຊາດ ແມ່ນສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດທີ່ເກີດຂຶ້ນຕາມທໍາມະຊາດເຊັ່ນ: ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ບໍ່ແຮ່, ຫີນ, ຊາຍ ແລະ ອື່ນໆ ຊຶ່ງເປັນເງື່ອນໄຂອັນຈໍາເປັນໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.
ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສໍານັກຂ່າວ ABC ແລະ ສະຖານທູດອົສຕຣາລີ ປະຈໍາລາວ ຈັດຊຸດຝຶກອົບຮົມໃນຫົວຂໍ້: “ເວທີສົນທະນາການຫັນໄປສູ່ດີຈີຕອນ” ໃນວັນທີ 5 ສິງຫານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ນາງ ເມການ ຈອນ (Megan Jones) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດອົສຕຣາລີ ປະຈໍາ ສປປ ລາວ, ທ່ານ ແອຣອນ ແກນ (Mr Aaron Kearney) ຜູ້ອຳນວຍການ ABCID - ຜູ້ມີສ່ວນຮ່ວມ ແລະ ພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສໍາມະນາກອນ.
ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສື່ມວນຊົນລາວ ກໍຄືວັນສ້າງຕັ້ງ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ຄົບຮອບ 75 ປີ (13/8/1950 - 13/8/2025), ທ່ານ ດວງຈິດ ສະຫວັດບຸນມີ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ມີຄຳເຫັນວ່າ: ຕະຫຼອດ 75 ປີຜ່ານມາ, ພາຍໃຕ້ການຊີ້ນຳ ແລະ ນຳພາຢ່າງໃກ້ຊິດຂອງພັກ ປປ ລາວ ສື່ມວນຊົນລາວເວົ້າລວມ ແລະ ສື່ມວນຊົນທາງການຂອງລາວເວົ້າສະເພາະ ໄດ້ຮັບການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນບຸກທະລຸການໂຄສະນາຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກໄປສູ່ຄຸນນະພາບໃໝ່, ຈາກເມື່ອກ່ອນປະຊາຊົນເຂດຫ່າງໄກສອກຫຼີກບໍ່ສາມາດເຂົ້າເຖິງໄດ້ຂໍ້ມູນຂ່າວສານທາງການ,ແຕ່ປັດຈຸບັນກໍສາມາດຮັບຂໍ້ມູນຂ່າວສານໄດ້ສະດວກສະບາຍຂຶ້ນຫຼາຍກວ່າເກົ່າໂດຍຜ່ານສື່ແບບໃໝ່. ພ້ອມນັ້ນການຫັນສື່ມວນຊົນໄປສູ່ຄຸນນະພາບໃໝ່ກໍໄດ້ຮັບການປັບປຸງຢ່າງເປັນຮູບປະທຳ ແລະ ປັດຈຸບັນແມ່ນພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສົມກັບວ່າແມ່ນກະບອກສຽງຂອງພັກຢ່າງແທ້ຈິງ.
ໃນຕອນເຊົ້າວັນທີ 5 ສິງຫາ ນີ້, ບໍລິສັດ ໄຟຟ້າຫົງສາ ຈຳກັດ ຕາງໜ້າໂດຍ ທ່ານນາງ ພະນັດຊະກອນ ການຕານົນ ຜູ້ຮັບຜິດຊອບສື່ສານອົງກອນ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ທີ່ສຳນັກງານໜັງສືພິມ ເນື່ອງໃນໂອກາດວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 75 ປີ (13/8/1950 - 13/8/2025) ຊຶ່ງໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ.
ວັນທີ 4 ສິງຫານີ້ ທີຫ້ອງປະຊຸມຊັ້ນ 5 ຕຶກອົງການປົກຄອງແຂວງຜົ້ງສາລີ, ຫ້ອງວ່າກາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ, ໂດຍການເປັນປະທານຂອງ ທ່ານ ອຸ່ຄຳ ຕຸລາພັນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຜົ້ງສາລີ.
ຊຸດຝຶກອົບຮົມດົນຕຣີພື້ນເມືອງລາວ ໃຫ້ແກ່ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ ໄດ້ປິດລົງໃນວັນທີ 4 ສິງຫານີ້, ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດແຂວງ ຫົວໜ້າອະນຸຂະບວນການຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງ.
ທ່ານ ພົອ ວີໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ດ້ວຍຄະນະ ເຄືອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໃນຕອນເຊົ້າຂອງວັນທີ 1 ສິງຫາ 2025ນີ້ ທ່ານ ພົອ ວິໄລ ຫຼ້າຄຳຟອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ຕາມຂໍ້ຕົກລົງເລກທີ 20/ກມສພ ວ່າດ້ວຍການອະນຸມັດໃຫ້ທ່ານ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ແຂວງບໍ່ແກ້ວ ອອກພັກການຮັບອຸດໜູນບຳນານ ແລະ ຜ່ານມະຕິຕົກລົງເລກທີ 655/ລຄພສ ວ່າດ້ວຍການແຕ່ງຕັ້ງທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່), ແຕ່ງຕັ້ງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນກຳມະການຄະນະພັກ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແລະ ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.
ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ໃກ້ຈະມາເຖິງນີ້, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 4 ສິງຫານີ້ ທີ່ໜັງສືພິມປະຊາຊົນວ່າ: ວັນທີ 13 ສິງຫາຂອງທຸກໆປີແມ່ນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ທັງເປັນວັນສ້າງຕັ້ງໜັງສືພິມປະຕິວັດສະບັບທໍາອິດທີມີຊື່ວ່່າ: ລາວອິດສະຫຼະ ກໍຄືໜັງສືພິມປະຊາຊົນສຽງຂອງສູນກາງພັກໃນປັດຈຸບັນທີ່ໄດ້ໝູນວຽນມາບັນຈົບຄົບຮອບ 75 ປີ.
ຄໍາເຫັນ