ຈຳປາສັກມີຄວາມພ້ອມ 100% ໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ

ຈຳປາສັກມີຄວາມພ້ອມ 100% ໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ

ຈຳປາສັກມີຄວາມພ້ອມ 100% ໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ
ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ ໃຫ້ສໍາພາດວ່າ: ມາຮອດປັດຈຸບັນແຂວງຈຳປາສັກມີຄວາມພ້ອມ 100% ໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ IX ທີ່ຈະໄຂຂຶ້ນໃນວັນທີ 24 -25 ກັນຍາ 2025 ນີ້. ທັງນີ້ ກໍຍ້ອນຄວາມເອົາໃຈໃສ່ຊີ້ນຳໆພາຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ຄວາມເປັນເຈົ້າການຮັບຜິດຊອບຂອງແຕ່ລະອະນຸກຳມະການຄື: ອະນຸກຳມະການເນື້ອໃນ, ອະນຸກຳມະການເສດຖະກິດ, ອະນຸກຳມະການບຸກຄະລາກອນ, ອະນຸກຳມະການໂຄສະນາກໍ່ສ້າງຂະບວນການ, ອະນຸກຳມະການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ, ອະນຸກຳມະການສະຖານທີ່ ຄວາມສະອາດສວຍງາມ ແລະ ອື່ນໆ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VIII ໄດ້ກໍານົດ 11 ວຽກຈຸດສຸມ ຊຶ່ງຕີລາຄາແຕ່ລະຈຸດສຸມ ໄດ້ຮັບການຈັດຕັ້ງປະຕິບັດ ຫຼາຍຄາດໝາຍບັນລຸຜົນສໍາເລັດ, ບາງຄາດໝາຍກໍລື່ນແຜນ ມີລັກສະນະຕັ້ງໜ້າ ແລະ ບາງ ຄາດໝາຍບໍ່ບັນລຸຕາມແຜນ (ວຽກສຶກສາ ໃນ 15 ຄາດໝາຍ ບັນລຸ 8 ຄາດໝາຍ) ແຕ່ກໍມີຄວາມຄືບໜ້າ ໂດຍປະຕິບັດຕາມມະຕິ 09/ລບ ມີທ່າຕັ້ງໜ້າ, ອັນພົ້ນເດັ່ນ: ສາມາດຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ. ດ້ານເສດຖະກິດມະຫາພາກ: ມີການຂະຫຍາຍຕົວຕໍ່ເນື່ອງ ສາມາດບັນລຸລວມຍອດຜະລິດຕະພັນພາຍໃນ ຫຼື GDP ສະເລ່ຍ 5 ປີ ລະດັບ 5.45%, ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 51 ລ້ານ ກີບ ຫຼື ເທົ່າກັບ 2,424 ໂດລາສະຫະລັດ. ພົ້ນເດັ່ນ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ທັງໝົດ 11 ພັນຕື້ກວ່າກີບ ກວມເອົາ 6.8% ຂອງ GDP ສະເລ່ຍແຕ່ລະປີເພີ່ມຂຶ້ນ ເຮັດໃຫ້ແຂວງລື່ນແຜນ 3 ປີ ຊ້ອນ ເປັນແຂວງເກີນດຸນງົບປະມານ ແລະ ດຸ່ນດ່ຽງຊ່ວຍໜູນໃຫ້ສູນກາງ 758 ຕື້ກວ່າກີບ ພ້ອມທັງ ສາມາດແກ້ໄຂບັນຫາໜີ້ສິນ 804 ຕື້ກວ່າກີບ ແລະ ມີແຫຼ່ງທຶນເພື່ອພັດທະນາ, ນໍາພາແກ້ໄຂບັນຫາ ເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ເກີດມີຕົວແບບຜະລິດຕະພັນທີ່ພົ້ນເດັ່ນຫຼາຍຢ່າງ ເພີ້ມຂຶ້ນ ສາມາດຜະລິດເປັນສິນຄ້າກຸ້ມຕົນເອງ 188 ຜະລິດຕະພັນ, ສົ່ງອອກ 18 ຜະລິດຕະພັນ, ມີສິນຄ້າໂອດັອບ 150 ຜະລິດຕະພັນ, ສ້າງເປັນແບຣນຂອງຕົນເອງ 40 ຜະລິດຕະພັນ ເຮັດໃຫ້ແຂວງ ເປັນແຂວງເກີນດຸນການຄ້າ; ນໍາພາແກ້ໄຂບັນຫາຂອດອຸດຕັນ ໂດຍຍົກເລີກການເກັບຄ່າຜ່ານທາງ, ຫຼຸດຜ່ອນດ່ານກວດກາ ແລະ ຫຼຸດຂັ້ນຕອນການລົງທຶນ ເຮັດໃຫ້ການລົງທຶນເພີ່ມຂຶ້ນ ແລະ ນໍາພາສົ່ງເສີມການສຳພັນເສດຖະກິດ ແລະ ຮ່ວມມືພາຍໃນ ຕິດພັນກັບການພັດທະນາຕາມເຂດແຄວ້ນ ເຮັດໃຫ້ຖານການຜະລິດຂະຫຍາຍກວ້າງອອກ, ພົ້ນເດັ່ນ ສ້າງຕັ້ງທ່າບົກວັງເຕົ່າ, ຕະຫຼາດຄ່ຽນຖ່າຍ ສິນຄ້າເນລະມິດລາວ ທັງເປັນການເຕົ້າໂຮມສິນຄ້າ ພາຍໃນ ແລະ ເປັນສູນກາງສົ່ງອອກ ເຮັດໃຫ້ແຂວງພວກເຮົາມີການພັດທະນາດີຂຶ້ນ (ສະເພາະໃນປີ 2025 ອັດຕາເງິນເຟີ້ມີທ່ວງທ່າຫຼຸດລົງ ໃນເດືອນສິງຫາ 3.96%, ເດືອນກັນຍາ 2.85% ຫຼຸດລົງ 1.11%: ການຂະຫຍາຍຕົວຂອງ GDP ຢູ່ໃນ ລະດັບ 5.45%, ຮອດທ້າຍປີ 2025 ຄາດຄະເນການຂະຫຍາຍຕົວໃນລະດັບ 6%: ການຜະລິດໜໍ່ແໜງເປັນຕ່ອງໂສ້ ຕາມທິດ ສອຈ).

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວອີກວ່າ: ການດຳເນີນນກອງປະຊຸມໃຫຍ່ອົງຄະນະພັກແຂວງທີ່ຈະໄຂຂຶ້ນຄັ້ງນີ້, ມີຄວາມສຳຄັນຫຼາຍຊຶ່ງຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່, ຕີລາຄາການນຳພາພັດທະນາເສດຖະກິດ -ສັງຄົມໃນໄລຍະ 5 ປີຜ່ານມາ, ກຳນົດທິດທາງນຳພາ 5 ປີຕໍ່ໜ້າ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກຂະບວນການເພື່ອຂໍ່ານັບຊົມເຊີຍເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ IX ທີ່ຈະໄຂຂຶ້ນໃນວັນທີ 24 -25 ກັນຍາ 2025 ນີ້, ໃຫ້ມີບັນຍາກາດ, ມີຄວາມໝາຍ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

(ຂ່າວ: ເກດສະໜາ, ພາບ: ຈັນທະວີສັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ