ເຈົ້າແຂວງ ໄຊຍະບູລີ ຢ້ຽມຢາມປະຊາຊົນ ບ້ານກີ່ວງີ້ວ

ເຈົ້າແຂວງ ໄຊຍະບູລີ ຢ້ຽມຢາມປະຊາຊົນ ບ້ານກີ່ວງີ້ວ
ຫວ່າງແລ້ວນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ຢ້ຽມຢາມ ປະຊາຊົນ ບ້ານ ກີ່ວງີ້ວ ເມືອງ ເງິນ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບມີທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານ ກີ່ວງີ້ວ.
ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຈັດສັນ, ຍົກຍ້າຍ ບ້ານກີ່ວງີ້ວ ວ່າ: ບ້ານກິ່ວງິ້ວແມ່ນບ້ານໜຶ່ງໃນ 22 ບ້ານ ຂອງເມືອງເງິນ, ປະກອບມີ 2 ເຜົ່າຄື: ເຜົ່າມົ້ງ ແລະ ເຜົ່າກຶມມຸ, ມີ 10 ໜ່ວຍຄຸ້ມຄອງ, ມີ 109 ຄອບຄົວ, ມີປະຊາກອນທັງໝົດ 694 ຄົນ ຍິງ 334 ຄົນ. ບ້ານດັ່ງກ່າວເປັນບ້ານທີ່ຖືກຜົນກະທົບຈາກການສໍາປະທານເນື້ອທີ່ບ່ອນຖິ້ມດິນຂອງບໍລິສັດໄຟຟ້າຫົງສາຈໍາກັດ, ສະນັ້ນຈຶ່ງໄດ້ຈັດສັນທີ່ຢູ່ອາໄສໃໝ່ໃຫ້ປະຊາຊົນ, ຮອດປັດຈຸບັນ ຂັ້ນຕອນຕ່າງໆໃນການຊົດເຊີຍຜົນເສຍຫາຍ, ການສ້າງບ້ານໃໝ່ ແລະ ຍົກຍ້າຍປະຊາຊົນເຂົ້າຢູ່ແມ່ນສໍາເລັດໂດຍພື້ນຖານ, ຊຶ່ງໄດ້ປຸກເຮືອນຢູ່ຖາວອນມີທັງໝົດ 3 ປະເພດຄື: ເຮືອນປະເພດ1: ມີ 10 ຫຼັງ, ເຮືອນປະເພດ2: ມີ 6 ຫຼັງ, ເຮືອນປະເພດ3: ມີ 120 ຫຼັງ, ກໍ່ສ້າງໂຮງຮຽນປະຖົມ, ໂຮງຮຽນອານຸບານ ແຕ່ລະໂຮງຮຽນມີ ຫໍພັກຄູ, ຫ້ອງຄົວ, ຫ້ອງນໍ້າໂຮງຮຽນ ແລະ ຫ້ອງນໍ້າຂອງຄູ, ກໍ່ສ້າງຫໍປະຊຸມ+ຫ້ອງນໍ້າ 2 ຫ້ອງ, ສ້າງຕະຫຼາດ+ຫ້ອງນໍ້າ 2 ຫ້ອງ, ສາລາສັງເວດ+ຫ້ອງນໍ້າ 2 ຫ້ອງ, ກໍ່ສ້າງລະບົບໄຟຟ້າ ແລະ ນໍ້າສະອາດ, ກໍ່ສ້າງທາງຮ່ອມພາຍໃນບ້ານ ແລະ ໄດ້ຈັດສັນເນື້ອທີ່ທໍາການຜະລິດໃຫ້ປະຊາຊົນ 3 ຮຕ/ຄອບຄົວ.
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງ ໄຊຍະບູລີ ໄດ້ໂອ້ລົມຕໍ່ປະຊາຊົນ ແລະ ທ່ານໄດ້ຢື້​ຢາມຖາມຂ່າວເຖິງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງປະຊາຊົນທີ່ໄດ້ມາຢູ່ບ້ານໃໝ່ ພ້ອມທັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສືກສາອົບຮົມພໍ່ແມ່ປະຊາຊົນ ໃຫ້ມີສະຕິໃນການເຄົາລົບລະບຽບກົດໝາຍ, ເປັນພົນລະເມືອງດີຂອງສັງຄົມ, ອົບຮົມລູກຫຼານໃຫ້ຫ່າງໄກຈາກຢາເສບຕິດ, ສືບຕໍ່ຊີ້ນໍາແຕ່ລະຂະແໜງການຂອງບ້ານໃຫ້ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ນໍາພາປະຊາຊົນພາຍໃນບ້ານທໍາການຜະລິດໃຫ້ກຸ້ມກິນ ແລະ ຮັ່ງມີເທື່ອລະກ້າວ, ເອົາໃຈໃສ່ຮັກສາປ່າ-ແຫຼ່ງນໍ້າ, ປ້ອງກັນບໍ່ໃຫ້ມີໄຟໄໝ້ລາມປ່າ, ສໍາລັບອໍານາດການປົກຄອງເມືອງ ແລະ ຝ່າຍໂຄງການໃຫ້ສືບຕໍ່ຈັດສັນອາຊີບໃຫ້ປະຊາຊົນດ້ວຍການຝືກອົບຮົມໄລຍະສັ້ນ ແລະ ໄລຍະຍາວ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ເນື່ອງໃນໂອກາດໃກ້ຈະເຖິງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກສາກົນ ຄົບຮອບ 100 ປີ (1/6/1925-1/6/2025),
ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນຮ່ວມກັບອົງການສະຫະປະຊາຊາດແລະອົງການຈັດຕັ້ງສາກົນ ໄດ້ລົງຢ້ຽມຢາມ ແລະທັດສະນະສຶກສາຢູ່ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 30 ພຶດສະພາ 2025 ໂດຍໄດ້ເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ຮອດສະຖານີຫຼວງພະບາງ ຊຶ່ງນໍາໂດຍ ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ອົງການປະສານງານສະຫະປະຊາຊາດ (UNRCO); ທ່ານ Bakhodir Burkhanov ຜູ້ປະສານງານສະຫະປະຊາຊາດ ປະຈໍາ ລາວ, ແລະມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ UNFPA, ILO, WHO, UNICEP ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫຼວງນ້ຳທາ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ຫຼວງນ້ຳທາ ຈັດກິດຈະກຳປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ໃນວັນທີ 27 ພຶດສະພາຜ່ານມານີ້, ການນໍາແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານທະຫານ, ຕຳຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.
ພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟ້ຟ້ານໍ້າມັງ 3

ພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟ້ຟ້ານໍ້າມັງ 3

ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ໝູນວຽນຄົບຮອບອີກວາລະໜຶ່ງ,ໃນຕອນເຊົ້າວັນທີ 30 ພຶດສະພານີ້, ບໍລິສັດຜະລິດໄຟຟ້າລາວມະຫາຊົນ ຮ່ວມກັບ ເຂື່ອນໄຟຟ້ານໍ້າມັງ 3 ໄດ້ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ເຂື່ອນໄຟຟ້ານໍ້າມັງ 3 ເມືອງທຸລະຄົມ ແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານ ສຸລິວັດ ສຸວັນນະຈູມຄໍາ ປະທານສະພາບໍລິຫານ ຜ-ຟຟລ ຮອງລັດຖະມົນຕີກະຊວງການເງິນ, ມີແຂກຖືກເຊີນຈາກຂັ້ນສູນກາງ, ຂັ້ນແຂວງ, ເມືອງ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.
ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ

ກິດຈະກຳປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ

ພິທີຈັດກິດຈະກຳ“ປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ” ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ແລະ ເພື່ອຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງຊາດ, ຈັດໂດຍ ສະຫະພັນກຳມະບານ 3 ອົງການ,ຄະນະບໍລິຫານງານສູນກາງກຳມະບານລາວ(ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ, ສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ) ຂຶ້ນໃນວັນທີ 30 ພຶດສະພານີ້ ທີ່ສວນປະຕູໄຊ, ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອາລິຍາວັນ ອັກຄະວົງຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.
ຫສພຈັດພິທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກສາກົນ

ຫສພຈັດພິທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກສາກົນ

ເນື່ອງໃນໂອກາດທີ່ໃກ້ຈະເຖິງ ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45ປີ(1/6/1980-1/6 /2025) ແລະວັນເດັກສາກົນ ຄົບຮອບ 100ປີ (1/6/1925 - 1/6/2025), ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຂະບວນການປູກຕົ້ນໄມ້ ຂຶ້ນໃນວັນທີ30 ພຶດສະພານີ້ ທີ່ຫສພ.
ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ

ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດຂໍ່ານັບຮັບຕ້ອນແລະສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 100ປີແລະວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ ຂຶ້ນໃນເຊົ້າວັນທີ 30 ພຶດສະພານີ້ ທີ່ສູນຮັບຕ້ອນແລະຝຶກອົບຮົມວິຊາສະເພາະກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໂດຍການໃຫ້ກຽດເຂົ້າຮ່ວມແລະນໍາພາປູກຕົ້ນໄມ້ໃນຄັ້ງນີ້ໂດຍທ່ານນາງປານີຢາທໍ່ຕູ້ກຳມະການກົມການເມືອງສູນກາງພັກຮອງປະທານປະເທດແຫ່ງສປປລາວ.
ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ(ຫສປທ)ໄດ້ມອບໃບຢັ້ງຍືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນປະຈຳປີ2024ໃຫ້5ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຫສປທໃນວັນທີ30ພຶດສະພານີ້ທີ່ຫ້ອງປະຊຸມຫສປທ,ໂດຍການເປັນປະທານຂອງສະຫາຍນາງເຂັມມະນີພົນເສນາກຳມະການສູນກາງພັກເລຂາຄະນະພັກຫົວໜ້າ ຫສປທ; ມີເລຂາ-ຮອງເລຂາບັນດາໜ່ວຍພັກ, ພະນັກງານບໍານານ,ສະມາຊິກພັກ-ພະນັກງານພາຍໃນ ຫສປທ ເຂົ້າຮ່ວມ.
ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ2025-2029

ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ2025-2029

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງສ້າງລາຄາໄຟຟ້າປີ 2025-2029 ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມາທີ່ກະຊວງພະລັງງານແລະບໍ່ແຮ່ (ພບ)ພາຍໃຕ້ການເປັນປະທານຂອງທ່ານຄໍາໂສ້ກຸໂພຄໍາຫົວໜ້າຫ້ອງການກະຊວງພະລັງງານແລະບໍ່ແຮ່; ມີທ່ານອາຄົມເດດວົງໄຊຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າ (ຟຟລ), ມີຄະນະກົມ,ຄະນະສະຖາບັນ, ຄະນະອຳນວຍການຟຟລພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.
ນາ​ຍົກຫວຽດນາມ ສະ​ເໜີ​ໃຫ້​ຍົກ​​ເງິນ​ລົງ​ທຶນ ຫວຽດ​ນາມ - ໂອ​ແມນ ຂຶ້ນລະດັບ​1 ຕື້ໂດລາ

ນາ​ຍົກຫວຽດນາມ ສະ​ເໜີ​ໃຫ້​ຍົກ​​ເງິນ​ລົງ​ທຶນ ຫວຽດ​ນາມ - ໂອ​ແມນ ຂຶ້ນລະດັບ​1 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເນສເຊີ ບິນ ຊຸລິມານ ອັລ ຮາທິ ຮອງປະທານອົງການລົງທຶນແຫ່ງຊາດ ໂອມານ (OIA) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ເພີ່ມເຕີມ