ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ບ້ານສະພານໄຊ ນະຄອນປາກເຊ ໂດຍມີທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງນະຄອນ ແລະ ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບພາຍໃນບ້ານສະພານໄຊ ເຂົ້າຮ່ວມ.
ທ່ານເຈົ້າແຂວງ ໄດ້ອະທິບາຍກ່ຽວກັບສະພາບໄພນໍ້າຖ້ວມ ໃນປີນີ້ ຊຶ່ງເກີດຂຶ້ນຍ້ອນທໍາມະຊາດ, ແຕ່ແນວໃດກໍດີ, ພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະ ກໍແມ່ນຄະນະພັກ - ອົງການປົກຄອງແຂວງຈໍາປາສັກ ໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງນໍາພາ - ຊີ້ນໍາການຈັດຕັ້ງທຸກຂັ້ນ ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມຮັບມືກັບໄພນໍ້າຖ້ວມທີ່ເກີດຂຶ້ນໃນປີນີ້ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງພົນລະເມືອງ ຫຼື ຖ້າມີກໍໃຫ້ມີໜ້ອຍທີ່ສຸດ. ພາຍຫຼັງທີ່ນໍ້າບົກ, ຄະນະພັກ - ອົງການປົກຄອງແຂວງ ກໍໄດ້ວາງແຜນຟື້ນຟູຫຼັງຈາກນໍ້າບົກ ໂດຍຈະສຸມໃສ່ແກ້ໄຂບັນຫາຄອງ - ຮ່ອງລະບາຍນໍ້າ, ກະກຽມແນວພັນພືດ, ແນວພັນເຂົ້າ ເພື່ອຊຸກຍູ້ປະຊາຊົນທໍາການຜະລິດ ພາຍຫຼັງນໍ້າບົກ ຫຼື ລະດູແລ້ງ. ພ້ອມນີ້ ທ່ານເຈົ້າແຂວງ ຍັງໄດ້ຊີ້ນໍາໃຫ້ຄະນະພັກ - ອົງການປົກຄອງບ້ານ ສືບຕໍ່ຕິດຕາມເຝົ້າລະວັງໄພນໍ້າຖ້ວມ ເຖິງແມ່ນວ່າລະດັບນໍ້າມີທ່າອ່ຽງຫຼຸດລົງແລ້ວກໍຕາມ. ໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ມອບໝີ່, ນໍ້າດື່ມ ແລະ ປາກະປ໋ອງ ໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອຊ່ວຍບັນເທົາທຸກປະຊາຊົນໃນໄລຍະສຸກເສີນ.
(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ