ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ
ວັນທີ​ 16 ມິຖຸນາ​ຜ່ານມາ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການສ້ອມແປງ, ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ​ ໂດຍມີການນໍາບໍລິສັດຜູ້ຮັບເໝົາການກໍ່ສ້າງ,​ ອົງການປົກຄອງບ້ານ​ພັດທະນາໂພນໄຊ​ ເຂົ້າຮ່ວມ.​ ທັງນີ້,​ ກໍເພື່ອເປັນການຊຸກຍູ້ໃຫ້ການກໍ່ສ້າງເສັ້ນທາງເບຕົງ​ດັ່ງກ່າວ ມີຜົນສໍາເລັດ,​ ຕອບສະໜອງໃຫ້ແກ່ການສັນຈອນໄປ​ - ມາ ມີຄວາມສະດວກ​ ທັງປະກອບສ່ວນໃຫ້ນະຄອນປາກເຊ​ ມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ.
ເຈາແຂວງຈາປາສກ​ ເຄອນໄຫວຊກຍການກສາງທາງເບຕງ​ ຢບານໂພນໄຊ - image 1
 

ໂອກາດນີ້, ທ່ານເຈົ້າແຂວງຈໍາປາສັກ ໄດ້ຍ້ອງຍໍຊົມຊົມຄະນະພັກ - ອົງການປົກຄອງນະຄອນປາກເຊ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານພັດທະນາໂພນໄຊ ທີ່ມີຄວາມຕັດສິນໃຈເປັນເອກະພາບ ພ້ອມພຽງກັນປະກອບສ່ວນດ້ານວັດຖຸ ແລະ ທຶນຮອນໃນການກໍ່ເສັ້ນທາງພາຍໃນບ້ານ. ພ້ອມນີ້ ກໍສະແດງຄວາມຂອບໃຈນັກທຸລະກິດ, ຜູ້ປະກອບການ ທີ່ສະໜັບສະໜູນທຶນຮອນປະກອບສ່ວນໃນການກໍ່ສ້າງທາງເບຕົງ ຢູ່ບ້ານດັ່ງກ່າວ. ຕອນທ້າຍ ທ່ານ ຍັງແນະນໍາໃຫ້ຫ້ອງການ ຍທຂ ນະຄອນປາກເຊ ສົມທົບກັບ ຄະນະນໍາບ້ານ ແລະ ພໍ່ແມ່ປະຊາຊົນ ປະກອບສ່ວນໃນການອະນາໄມ ແລະ ຮັກສາເສັ້ນທາງ ເພື່ອເຮັດໃຫ້ເສັ້ນທາງສາມາດນໍາໃຊ້ຢ່າງຍືນຍົງ.

ເຈາແຂວງຈາປາສກ​ ເຄອນໄຫວຊກຍການກສາງທາງເບຕງ​ ຢບານໂພນໄຊ - image 2
 

ທ່ານ ສຸກວິໃສ ສີສົມຫວັງ ເຈົ້ານະຄອນປາກເຊ ໃຫ້ຮູ້ວ່າ: ການກໍ່ສ້າງເສັ້ນທາງ ຢູ່ຂອບເຂດບ້ານໂພນໄຊ ຄັ້ງນີ້, ມີ 2 ເສັ້ນທາງ ຄື: ເສັ້ນທາງເລກທີ 24 ແລະ 46 ຄື: ເສັ້ນທາງເລກທີ 24, ກວ້າງ 12 ແມັດ, ທາງຄົນຍ່າງ ກວ້າງ 1,5 ແມັດ x 2 ເບື້ອງ ເປັນ 3 ແມັດ, ລວມ 15 ແມັດ, ຍາວ 320 ແມັດ, ມີຮ່ອງລະບາຍນໍ້າເປັນຮູບໂຕຢູ. ເສັ້ນທາງເລກທີ 46, ກວ້າງ 9 ແມັດ, ທາງຄົນຍ່າງ ກວ້າງ 1,5 ແມັດ x 2 ເບື້ອງ ເປັນ 3 ແມັດ, ລວມ 12 ແມັດ, ຍາວ 393 ແມັດ, ມີຮ່ອງລະບາຍນໍ້າເປັນຮູບໂຕຢູ ໂດຍແມ່ນບໍລິສັດ ຕັງຈະເລີນ ເປັນຜູ້ດໍາເນີນການສ້ອມແປງ - ກໍ່ສ້າງ ມູນຄ່າປະມານ 10 ຕື້ກີບ ຊຶ່ງເປັນທຶນທີ່ໄດ້ມາຈາກການລະດົມຂອງຄະນະພັກ - ອົງການປົກຄອງແຂວງຈໍາປາສັກ, ການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ, ບໍລິສັດ, ຫົວໜ່ວຍທຸລະກິດ, ນະຄອນປາກເຊ ແລະ ປະຊາຊົນພາຍໃນບ້ານພັດທະນາໂພນໄຊ. ປັດຈຸບັນ ບໍລິສັດ ຕັງຈະເລີນ ໄດ້ລົງມືສ້ອມແປງ - ກໍ່ສ້າງເສັ້ນທາງທັງເທເບຕົງ ແລະ ອະນາໄມໜ້າທາງ, ເກດ - ກວາດປັບລະດັບໜ້າທາງ, ຈົກຮ່ອງ - ວາງທໍ່ລະບາຍນໍ້າ ເພື່ອສູ້ຊົນສ້ອມແປງ - ກໍ່ສ້າງໃຫ້ສໍາເລັດໃນເດືອນກັນຍາ 2025.

ເຈາແຂວງຈາປາສກ​ ເຄອນໄຫວຊກຍການກສາງທາງເບຕງ​ ຢບານໂພນໄຊ - image 3
 

(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 11 ສິງຫານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຕິດຕາມ ກວດກາກອງປະຊຸມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ບັນດາອານຸກຳມະການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX ເຂົ້າຮ່ວມ.
ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ໃນວັນທີ 8 ສິງຫາຜ່ານມານີ້, ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາ ທິການ ແລະຂົນສົ່ງ (ຍທຂ) ແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກ ຍທຂ ໄດ້ສ້າງຂະບວນການອອກແຮງງານລວມ. ຊຶ່ງການອອກແຮງງານຄັ້ງນິ້,
ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຂະບວນຍ່າງມາລາທອນ ເພື່ອສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນຄົບຮອບ 34 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ສິງຫານີ້ ທີ່ເດີ່ນສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ເປັນກຽດເຂົ້າຮ່ວມພິທີມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ໄລຍະ 6 ເດືອນຕົ້ນປີ 2025 ແຂວງອັດຕະປື ໄດ້ມີຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ອັນທີ່ພົ້ນເດັ່ນແມ່ນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ, ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນວຽກງານ 3 ສ້າງ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ. ຄຽງຄູ່ກັນນັ້ນ, ຍັງປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກ ເສດຖະກິດ-ການເງິນ, ກຸ່ມຄົນບໍ່ຫວັງດີ ຍັງສືບຕໍ່ໃສ່ຮ້າຍປ້າຍສີການນຳພາຂອງພັກ ຢ່າງບໍ່ລົດລະຄວາມພະຍາຍາມ.
ສື່ມວນຊົນລາວ ນັບມື້ມີບົດບາດສຳຄັນ ໃນການເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ ພັກ-ລັດ

ສື່ມວນຊົນລາວ ນັບມື້ມີບົດບາດສຳຄັນ ໃນການເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ ພັກ-ລັດ

ທ່ານ ບຸນທວາຍ ສິລິປັນຍາທອງ ພະນັກງານອາວຸໂສບຳນານ ໃນນາມທີ່ເຄີຍດຳລົງຕໍາແໜ່ງ ແລະ ຊີ້ນໍາໃນຂົງເຂດສື່ມວນຊົນ ແຂວງຄຳມ່ວນ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຜ່ານສື່ມວນຊົນແຂວງຄໍາມ່ວນເມື່ອບໍ່ດົນຜ່ານມານີ້ວ່າ:
ກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນຕິດຕາມຜົນເສຍຫາຍໄພພິບັດຢູ່ເມືອງເງິນ

ກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນຕິດຕາມຜົນເສຍຫາຍໄພພິບັດຢູ່ເມືອງເງິນ

ເມື່ອບໍ່ດົນມານີ້. ທ່ານ ກີນດາວົງ ຫຼວງຣາຊ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ພ້ອມດ້ວຍ ຜູ້ຕາງໜ້າຈາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງ ແລະ ຜູ້ຕາງໜ້າຈາກອົງການຢູເອັນ, ອົງການຢູນິເຊັບ ໄດ້ລົງຕິດຕາມຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ເມືອງເງິນ ແຂວງໄຊຍະບູລີ.
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ໃນຕອນບ່າຍຂອງວັນທີ 10 ສິງຫານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ຊຶ່ງຕ້ອນຮັບໂດຍທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະການນຳຂອງແຂວງ.
ບົດຄວາມ:  ສື່ມວນຊົນປະຕິວັດລາວ ກຳເນີດເກີດຂຶ້ນ ຕິດພັນກັບການປະຕິວັດ  (ເນື່ອງໃນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ, 13/8/1950-13/8/2025)

ບົດຄວາມ: ສື່ມວນຊົນປະຕິວັດລາວ ກຳເນີດເກີດຂຶ້ນ ຕິດພັນກັບການປະຕິວັດ (ເນື່ອງໃນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ, 13/8/1950-13/8/2025)

ມູນເຊື້ອແຫ່ງການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດລາວ ແລະ ກະແສຟອງແຫ່ງການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ຈົນໄດ້ໄຊຊະນະຢ່າງສົມບູນ ຕິດພັນຢ່າງສະໜິດແໜ້ນ ກັບໝາກຜົນແຫ່ງການດໍາເນີນວຽກງານການເມືອງ-ແນວຄິດ ດ້ວຍການນໍາໃຊ້ຫຼາຍວິທີການ, ຫຼາຍພາຫະນະເພື່ອໂຄສະນາເຜີຍແຜ່ ກົນອຸບາຍຂອງສັດຕູ ແລະ ປຸກລະດົມຂົນຂວາຍ ກຳລັງແຮງຂອງປະຊາຊົນບັນດາເຜົ່າ. ໃນໄລຍະທໍາອິດຂອງການປະຕິວັດສາມຊາດອິນດູຈີນ, ການດຳເນີນວຽກງານການເມືອງ-ແນວຄິດ ນອກຈາກໂຄສະນາປາຖະກະຖາ ດ້ວຍປາກເປົ່າແລ້ວ, ຍັງນໍາໃຊ້ໃບປິວ-ໃບຂ່າວ ກໍຄືສື່ສິ່ງພິມ ຊຶ່ງແມ່ນພາຫະນະສື່ມວນຊົນ ຕາມທິດຊີ້ນໍາອັນຖືກຕ້ອງຂອງ “ພັກກອມມູນິດອິນດູຈີນ: ຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວ”[1].
ລະນຶກວັນສາກົນຕ້ານການຄ້າມະນຸດ 2025

ລະນຶກວັນສາກົນຕ້ານການຄ້າມະນຸດ 2025

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດພິທີລະນຶກວັນສາກົນເພື່ອຕ້ານການຄ້າມະນຸດຂຶ້ນໃນວັນທີ 9 ສິງຫາ ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈຳການ), ມີສະມາຊິກກອງເລຂາຂອງແຕ່ລະກະຊວງ, ປກສ 9 ຕົວເມືອງ, ຂັ້ນບ້ານ, ຜູ້ປະກອບການໂຮງແຮມ, ເຮືອນພັກ, ອົງການຈັດຕັ້ງສາກົນ ແລະ ນັກຮຽນເຂົ້າຮ່ວມ.
ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງພັກ - ລັດຢ່າງແທ້ຈິງ

ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງພັກ - ລັດຢ່າງແທ້ຈິງ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນ, ເນື່ອງຈາກວ່າສື່ມວນຊົນມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນເຄື່ອງມື ເປັນປາກກະບອກສຽງອັນແຫຼມຄົມຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການໂຄສະນາສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມທົ່ວປວງຊົນໃຫ້ມີນໍ້າໃຈຮັກຊາດຮັກລະບອບໃໝ່.
ເພີ່ມເຕີມ