ໂອກາດນີ້, ທ່ານ ເຈົ້າແຂວງຈໍາປາສັກ ໄດ້ສະແດງການຕ້ອນຮັບ ພ້ອມສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ຕະ ເຟືອງ ຢຸ້ງ ທີ່ໄດ້ຮັບການແຕ່ງຕັ້ງມາ ດໍາລົງຕໍາແໜ່ງເປັນກົງສູນໃຫຍ່ແຫ່ງ ສສຫວຽດນາມ ປະຈຳພາກໃຕ້ຂອງລາວ ຄົນໃໝ່, ຄະນະພັກ-ຄະນະນໍາແຂວງພ້ອມໃຫ້ການສະໜັບສະໜຸນ ແລະ ເຊື່ອໝັ້ນຕໍ່ທ່ານກົງສູນໃຫຍ່ໃນການນຳເອົາປະສົບປະການ ແລະ ຄວາມຮູ້ຄວາມສາມາດ ແຜນການທິດທາງການຮ່ວມມືລະຫວ່າງສອງຊາດລາວ-ຫວຽດນາໃຫ້ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ການເມືອງອັນສໍາຄັນ, ປະກອບສ່ວນເຂົ້າໃນການພັດທະນາ, ຊຸກຍູ້ປຸກລະດົມ, ເຕົ້າໂຮມຄວາມສາມັກຄີຊາວຫວຽດນາມທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ບັນດາ ແຂວງພາກໃຕ້ກໍ່ຄືແຂວງຈໍາປາສັກ.
ໂອກາດດັ່ງກ່າວ, ທ່ານ ນາງ ຕະ ເຟືອງ ຢຸ້ງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ແລະໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງພາກໃຕ້ຂອງລາວ ກໍ່ຄືແຂວງຈໍາປາສັກ ກັບບັນດາແຂວງຂອງ ສສ ຫວຽດນາມໃຫ້ນັບມື້ແແໜ້ນແຟ້ນແລະຈະເລີນງອກງາມຍິ່ງໆຂຶ້ນ.
(ແຫຼ່ງຂ່າວ: ແຂວງຈໍາປາສັກ)
ຄໍາເຫັນ