ເຈົ້າແຂວງຄຳມ່ວນ ລົງຊຸກຍູ້ບ້ານທ່າແຂກກາງ, ບ້ານນາໂບສ້າງຄວາມເປັນລະບຽບຮຽບຮ້ອຍດຶງດູດນັກ ທ່ອງທ່ຽວ

ເຈົ້າແຂວງຄຳມ່ວນ ລົງຊຸກຍູ້ບ້ານທ່າແຂກກາງ, ບ້ານນາໂບສ້າງຄວາມເປັນລະບຽບຮຽບຮ້ອຍດຶງດູດນັກ ທ່ອງທ່ຽວ
ວັນທີ 29 ກຸມພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມຄະນະພະແນກການ, ອົງການທີ່ກ່ຽວຂ້ອງ, ການນຳເມືອງທ່າແຂກ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການປັບປຸງຄວາມເປັນລະບຽບ ຮຽບຮ້ອຍພາຍໃນບ້ານທ່າແຂກກາງ ແລະ ບ້ານນາໂບ ທີ່ເປັນຈຸດໃຈກາງໃນການຕ້ອນຮັບນັກທ່ອງທ່ຽວຂອງເມືອງ ທ່າແຂກ ໂດຍມີອຳນາດການປົກຄອງ, ຄະນະການຈັດຕັ້ງທັງສອງບ້ານເຂົ້າຮ່ວມ.
 ຕາງໜ້າການຈັດຕັ້ງທັງສອງບ້ານ ໄດ້ລາຍງານກ່ຽວກັບສະພາບຈຸດພິເສດ ລວມເຖິງການຈັດຕັ້ງປະຕິ ບັດວຽກງານການບໍລິຫານຂັ້ນບ້ານໃນໄລຍະທີ່ຜ່ານມາ ຊຶ່ງທັງສອງບ້ານ ແມ່ນຕັ້ງຢູ່ຈຸດໃຈກາງຂອງເທສະບານ ເມືອງທ່າແຂກ ແຂວງຄຳມ່ວນ, ມີບັນດາຮ້ານຄ້າ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ເປັນຈຳນວນຫຼາຍ ແລະ ເບື້ອງຕາເວັນຕົກແມ່ນຕິດກັບແມ່ນໍ້າຂອງ ທີ່ເປັນບ່ອນນິຍົມຊົມຊອບຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຊົມບັນຍາກາດຕາເວັນໃກ້ຈະຫຼັບຂອບຟ້າ ແລະ ຄວາມສວຍງາມຂອງຝັ່ງແມ່ນໍ້າຂອງ. ນອກນີ້ ຍັງມີຫໍໄຫວ້ມູນເຊື້ອ 21 ມີນາ (ນໍ້າພຸ) ແລະ ເຮືອນເກົ່າສະໄໝຝຣັ່ງ ຊຶ່ງມີຄຸນຄ່າທາງດ້ານວັດທະນະທຳ, ສະຖາ ປັດຕະຍະກຳ ແລະ ສິລະປະກຳຂອງປະຊາຊົນລາວ ຊາວເມືອງທ່າແຂກ ທີ່ປະດິດສ້າງຂຶ້ນໃນສະໄໝຝຣັ່ງປົກຄອງ ປັດຈຸບັນນີ້ ແມ່ນໄດ້ມີການຂຶ້ນທະບຽນ ເພື່ອອະນຸລັກໄວ້ໃຫ້ມີຄວາມຍືນຍົງ ແລະ ເປັນບ່ອນສຶກສາຮຽນຮູ້ ທາງດ້ານ ປະຫວັດສາດໃຫ້ຄົນຮຸ່ນຕໍ່ໆໄປ.
 ໂອກາດນີ້. ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ຍ່າງຕິດຕາມເບິ່ງສະພາບຄວາມເປັນລະບຽບຮຽບ ຮ້ອຍຕາມເສັ້ນທາງຊອຍຂອງບ້ານ ທີ່ຫາກໍໄດ້ຮັບການຕິດຕັ້ງດອກໄຟໂຊລາເຊວ ເພື່ອເພີ່ມຄວາມສະຫວ່າງ ແລະ ເພີ່ມສີສັນຄວາມສວຍງາມໃນຍາມຄໍ່າຄືນ. ພ້ອມດຽວກັນທ່ານເຈົ້າແຂວງຍັງໄດ້ມີຄຳເຫັນຊີ້ນຳ ໂດຍໃຫ້ພະແນກ ການ, ອົງການກ່ຽວຂ້ອງຂັ້ນແຂວງ, ເມືອງ ສົມທົບກັບອຳນາດການປົກຄອງບ້ານ ໃນການປັບປຸງ, ອະນາໄມ ປະດັບປະດາ ພາຍໃນບ້ານໃຫ້ມີຄວາມສະອາດ, ສວຍງາມ, ໃຫ້ອຳນາດການປົກຄອງບ້ານ ປຸກລະດົມພໍ່ແມ່ປະຊາ ຊົນ ໃຫ້ມີສະຕິຄວາມເປັນເຈົ້າການໃນການຈັດສັນ, ກຳຈັດ ແລະ ເກັບມ້ຽນຂີ້ເຫຍື້ອ ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ, ປຸກລະດົມໃຫ້ປະຊາຊົນມີສ່ວນຮ່ວມ ແລະ ເປັນເຈົ້າພາບທີ່ດີໃນການຕ້ອນຮັບນັກທ່ອງທ່ຽວ, ມີຄວາມສາມັກຄີພາຍໃນບ້ານຢ່າງເຂັ້ມແຂງ ເຮັດໃຫ້ກາຍເປັນບ້ານແບບຢ່າງທາງດ້ານການຮັກສາຄວາມສະອາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ບໍລິການນັກທ່ອງທ່ຽວດ້ວຍຄວາມພາກພູມໃຈ.
(ຂ່າວ-ພາບ: ກອງຄຳ)
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອະດີດຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ

ອະດີດຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ ໃນວັນທີ 19 ພຶດສະພາຜ່ານມາ, ໂດຍການຕ້ອນຮັບຂອງທ່ານ ບຸນທັນ ຈັນທະສັກ ປະທານຄະນະກຳມະການປົກຄອງເມືອງນໍ້າບາກ ແຂວງຫຼວງພະບາງ ພ້ອມດ້ວຍຄະ ນະເຂົ້າຮ່ວມ.
ຫ້ອງວ່າການສຳນັກງານປະທານປະເທດ ປາຖະກະຖາ 2 ວັນ ປະຫວັດສາດ

ຫ້ອງວ່າການສຳນັກງານປະທານປະເທດ ປາຖະກະຖາ 2 ວັນ ປະຫວັດສາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18/5/1959-18/5/2026) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24/5/1960-24/5/2026) ຂຶ້ນໃນວັນທີ 21 ພຶດສະພານີ້ ທີີ່ຫ້ອງປະຊຸມ ຫສປທ ຊຶ່ງມີ ສະຫາຍ ນາງ ຟອງສະມຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຫ້ອງການສຳນັກງານ ປະທານປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມແພງ.
ຄະນະນຳ ກົມວິທະຍາສາດ-ປະຫວັດສາດການທະຫານ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

ຄະນະນຳ ກົມວິທະຍາສາດ-ປະຫວັດສາດການທະຫານ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

ໃນວັນທີ 19 ພຶດສະພາຜ່ານມາ, ສະຫາຍ ພັນເອກ ສິງ ບຸນນິວົງ ຮອງຫົວໜ້າກົມວິທະຍາສາດ-ປະຫວັດ ສາດການທະຫານ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ຫງວຽນ ຕ້ວນແອງ ຊ່ຽວຊານສະຖາບັນຍຸດທະສາດ ແລະ ປະຫວັດສາດ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພັນເອກ ສິງທອງ ອິນທະວອງ ຫົວໜ້າຫ້ອງ ການ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ

ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ

ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ ໃນວັນທີ 20 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມສ່ວຍສາອາກອນປະຈຳແຂວງຫຼວງພະບາງ, ໂດຍມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍພະນັກງານ ສ່ວຍສາອາກອນປະຈຳແຂວງ ແລະ ນະຄອນ-ຫຼວງພະບາງໃຫ້ການຕ້ອນຮັບ.
ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ

ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຄົ້ນຄວ້າປຶກສາຫາລື, ໃນການສົ່ງເສີມການຜະລິດລະດູຝົນ, ເຊິ່ງມີແຜນປູກພືດລະດູຝົນ ປີ 2026, ໃນເນື້ອທີ 170 ພັນເຮັກຕາ, ຄາດຄະເນຜົນຜະລິດ 2,2 ລ້ານໂຕນ, ໃນນັ້ນເຂົ້ານາປີ ມີເນື້ອທີ່ຜະລິດ 81,400 ເຮັກຕາ, ຄາດຄະເນຜົນຜະລິດ 370,000 ໂຕນ, ເຊິ່ງມີຈຸດສຸມຍົກສະມັດຕະພາບ 6 ໂຕນຕໍ່ເຮັກຕາ, ໃນເນື້ອທີ່ 1 ພັນເຮັກຕາ ກວມເອົາ 5 ເມືອງ ຄື: ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ ແລະ ເມືອງລະຄອນເພັງ.
ຄໍາມ່ວນ ປາຖະກະຖາ 2 ວັນປະຫວັດສາດ

ຄໍາມ່ວນ ປາຖະກະຖາ 2 ວັນປະຫວັດສາດ

ພິທີປາຖະກະຖາ ຫວນຄືນ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960 - 24 ພຶດສະພາ 2026) ແລະ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 67 ປີ (18 ພຶດສະພາ 1959 - 18 ພຶດສະພາ 2026) ໄດ້ຈັດຂື້ນໃນວັນທີ 20 ພຶດສະພາ 2026 ທີ່ ແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ວຽກພັກ-ພະນັກງານ, ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງ, ບັນດາພະແນກການ, ກໍາລັງປະກອບອາວຸດ ປກຊ-ປກສ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມຮັບຟັງ.
ສາລະວັນ ອະນຸມັດໃຫ້ສອງບໍລິສັດ ສໍາຫຼວດຄວາມເປັນໄປໄດ້ ໂຄງການປູກໄມ້ໃຫ້ໝາກ

ສາລະວັນ ອະນຸມັດໃຫ້ສອງບໍລິສັດ ສໍາຫຼວດຄວາມເປັນໄປໄດ້ ໂຄງການປູກໄມ້ໃຫ້ໝາກ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການເຊົ່າ-ສຳປະທານເນື້ອທີ່ດິນລັດຢູ່ ບ້ານຂະເໝົາ ແລະ ບ້ານດົງມອນ ເມືອງວາປີ, ແຂວງສາລະວັນ ເພື່ອປູກກາເຟ, ໝາກຄ້ຽວ, ໝາກມ່ວງຫິມະພານ ແລະ ໝາກໄມ້ອື່ນໆ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ, ເປັນຂັ້ນເລີ່ມຕົ້ນ ທີ່ເປີດໂອກາດໃຫ້ບໍລິສັດເອກະຊົນ ເຂົ້າມາສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ການເຊົ່າ ຫຼື ສຳປະທານດິນຂອງລັດ ເປັນການກຽມຄວາມພ້ອມຂັ້ນຕົ້ນເພື່ອປ່ຽນດິນລັດ ໃຫ້ກາຍເປັນຖານການຜະລິດກະສິກຳຂະໜາດໃຫຍ່ ທີ່ຈະຊ່ວຍຍົກລະດັບເສດຖະກິດຂອງເມືອງ ກໍຄືແຂວງສາລະວັນ ໃຫ້ເຕີບໃຫຍ່, ທັງໄດ້ຂໍອະນຸຍາດເຂົ້າກວດກາເບິ່ງຄຸນນະພາບຂອງດິນ, ສະພາບດິນຟ້າອາກາດ, ແຫຼ່ງນ້ຳ ແລະ ດ້ານຜົນກະທົບຕ່າງໆ ກ່ອນຈະມີການເຊັນສັນຍາສຳປະທານໃນຂັ້ນຕອນຕໍ່ໄປ.
ປະທານອົງການປົກຄອງແຂວງຄໍາມ່ວນ ເຄື່ອນໄຫວເຮັດວຽກຢູ່ເມືອງຫີນບູນ

ປະທານອົງການປົກຄອງແຂວງຄໍາມ່ວນ ເຄື່ອນໄຫວເຮັດວຽກຢູ່ເມືອງຫີນບູນ

ວັນທີ 18 ພຶດສະພາ ຜ່ານ​ມາ​ນີ້, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມຄະນະຕິດຕາມ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຫີນບູນ, ໂດຍສົມທົບກັບອໍານາດການປົກຄອງເມືອງ ແລະ ຂະ​ແໜງການທີ່ກ່ຽວຂ້ອງ ເພື່ອຕິດຕາມການພັດທະນາ ແລະ ແກ້ໄຂບັນຫາຕ່າງໆ ພາຍໃນທ້ອງຖິ່ນ.
ຫົວໜ້າ ປກສ ແຂວງຜົ້ງສາລີ ພົບປະໂອ້ລົມນັກສຶກສາລົງຝຶກງານ

ຫົວໜ້າ ປກສ ແຂວງຜົ້ງສາລີ ພົບປະໂອ້ລົມນັກສຶກສາລົງຝຶກງານ

ໃນວັນທີ 18 ພຶດສະພາຜ່ານ, ສະຫາຍ ພົຈວ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມນັກສຶກສາລົງຝຶກງານ ທີ່ມາຈາກວິທະຍາໄລຕໍາຫຼວດປະຊາຊົນເລກ I ແຂວງອຸດົມໄຊ ແລະ ວິທະຍາໄລສັນຕິບານປະຊົນເລກ I ແຂວງຫຼວງພະບາງ, ມີສະຫາຍ ພັທ ສານແສງ ເສົາສຸລີພົມ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ພ້ອມດ້ວຍຄະນະພັກ, ຄະນະຫ້ອງ, ຄູ-ອາ ຈານ, ນັກສຶກສາລົງຝຶກງານເຂົ້າຮ່ວມ.
ຝຶກອົບຮົມຂຽນແຜນສະເໜີໂຄງການ ທີ່ນຳໃຊ້ງົບປະມານຂອງລັດ

ຝຶກອົບຮົມຂຽນແຜນສະເໜີໂຄງການ ທີ່ນຳໃຊ້ງົບປະມານຂອງລັດ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດຊຸດຝຶກອົບຮົມໃນ ຫົວຂໍ້: “ການຂຽນແຜນສະເໜີໂຄງການທີ່ນຳໃຊ້ງົບປະມານທຶນຂອງລັດ” ໃຫ້ແກ່ພະນັກງານ-ລັດຖະກອນ ໃນວັນທີ 18-20 ພຶດສະພາ ນີ້ ໂດຍການເປັນປະທານຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.
ເພີ່ມເຕີມ