ເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ກຸ່ມການຜະລິດເສັ້ນສະຄູ ທີ່ບ້ານພຽງໄຊ

ເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ກຸ່ມການຜະລິດເສັ້ນສະຄູ ທີ່ບ້ານພຽງໄຊ
ວັນທີ 5 ມີນາຜ່ນມາ, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ລົງຕິດຕາມຊຸກຍູ້ກຸ່ມການຜະລິດ ເສັ້ນສະຄູ ທີ່ບ້ານພຽງໄຊ ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງບຸນເໜືອ ເຂົ້າຮ່ວມຕິດຕາມ.
    ທ່ານ ທິດ ຄຳເຜົາ ຕ່າງໜ້າກຸ່ມຜະລິດເສັ້ນສະຄູ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານພຽງໄຊ ເປັນບ້ານຊົນເຜົ່າພູນ້ອຍ ມີຈຳນວນ 60 ຄົວເຮືອນ, ໂດຍໄດ້ເລີ້ມການສ້າງຕັ້ງເປັນກຸ່ມຜະລິດເສັ້ນສະຄູ ໃນຕົ້ນເດືອນ 10, 2020 ມີສະມາຊິກກຸ່ມຈຳນວນ 20 ຄອບຄົວ ແລະ ໄດ້ຮັບກາໝາຍສິນຄ້າໂອດອບ ໃນປີ 2022; ການຜະລິດປຸງແຕ່ງ ວັດຖຸດິບຫົວມັນສະຄູແມ່ນປະຊາຊົນປູກເອງ ແລະ ມາຜະລິດຕາມຂັ້ນຕອນ ແລະ ກຳມະວິທີ ໂດຍໃຊ້ແຮງງານຄົນເປັນຫຼັກ, ການຜະລິດຄັ້ງໜຶ່ງເລີ່ມແຕ່ຂັ້ນຕອນທຳອິດຈົນຮອດເປັນເສັ້ນແຫ້ງ ໃຊ້ເວລາຕໍ່າສຸດ 3 ຊົ່ວໂມງຕໍ່ຄັ້ງ; ຜະລິດຕະພັນເສັ້ນສະຄູມີ 2 ປະເພດ: ປະເພດເສັ້ນ ແລະ ປະເພດແປ້ງ. ການຜະລິດເປັນເສັ້ນສະຄູພາຍຫຼັງຕາກແຫ້ງແລ້ວໄດ້ນຳມາບັນຈຸ, ຫຸ້ມຫໍ່, ໃສ່ຖົງ, ຕິດສະຫຼາກໂລໂກເປັນຂອງກຸ່ມ ແລ້ວສົ່ງອອກຈຳໜ່າຍ.
ດ້ານການຕະຫຼາດໄດ້ເຂົ້າຮ່ວມງານວາງສະແດງ, ງານບຸນ ແລະ ງານເທດສະການຕ່າງໆ ເພື່ອໂຄສະນາຜະລິດຕະພັນ ຊຶ່ງໃນແຕ່ລະຄັ້ງ ແມ່ນໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ມີຍອດຂາຍເພີ່ມຂຶ້ນໃນແຕ່ລະປີ, ໃນປີ 2023-2024 ໄດ້ນໍາເອົາຜະລິດຕະພັນເສັ້ນສະຄູເຂົ້າຮ່ວມງານວາງສະແດງຕ່າງໆທັງໝົດ 390 ກິໂລ ສ້າງລາຍຮັບໄດ້ 58.500.000 ກີບ ແລະ ໄດ້ຝາກຂາຍຕາມຮ້ານຄ້າ ແລະ ຕະຫຼາດພາຍໃນ, ສ່ວນຫຼາຍແມ່ນລຸກຄ້າສັ່ງຊື້ແລ້ວຈັດສົ່ງ ຫຼື ຝາກໃຫ້; ສາມາດສ້າງລາຍຮັບເຂົ້າສູ່ສະມາຊິກກຸ່ມ ກໍຄືບ້ານຫຼາຍຂຶ້ນ. ປັດຈຸບັນລາຄາຂາຍສົ່ງ 140.000 ກີບ/ກິໂລ; ຂາຍຍ່ອຍ 150.000 ກີບ/ກິໂລ. ພ້ອມກັນນີ້ ທາງກຸ່ມຍັງໄດ້ສະເໜີການນຳຊ່ວຍເຄື່ອງຈັກແບບຫັດຖະກຳ ຈຳນວນ 2 ເຄື່ອງ, ເຄື່ອງບົດຫົວມັນສະຄູດີບ ແລະ ເຄື່ອງຕັດເປັນເສັ້ນ.
ການລົງ ຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງກໍໄດ້ສະແດງຄວາມຊົມເຊີຍ ຕໍ່ ກຸ່ມການຜະລິດເສັ້ນສະຄູ ທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ພາຍໃນ ເຮັດໃຫ້ປະຊາຊົນມີອາຊີບ ສ້າງວຽກເຮັດງານທຳ, ພ້ອມກັນນັ້ນທ່ານ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆ, ຕໍ່ກັບກຸ່ມການຜະລິດໃຫ້ສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ປະຕິບັດຕາມແນວທາງຂອງພັກ-ລັດວາງອອກ, ໂດຍການຮັກສາອາຊີບທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງຕື່ມ, ສືບຕໍ່ຊອກຕະຫຼາດທາງສື່ອອນລາຍເພື່ອຈຳໜ່າຍເສັ້ນສະຄູ ໃຫ້ໄດ້ຫຼາຍກ່ວາເກົ່າ ສ່ວນຂໍ້ສະເໜີຂອງທາງກຸ່ມແມ່ນທາງແຂວງ ແລະ ເມືອງ ເຫັນດີຊ່ວຍເຫຼື່ອໃນການຈັດຊື້.
( ພາບ-ຂ່າວ: ແສງຄຳ ສາລີວັນ )

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ