ໂດຍມີຄະນະນໍາຂອງເມືອງໃຫ້ການຕ້ອນຮັບ, ພ້ອມທັງໄດ້ຮັບຟັງການລາຍງານໂດຍສັງເຂບຈາກ ທ່ານເລຂາພັກເມືອງ ກ່ຽວກັບສະພາບນ້ຳຖ້ວມພາຍໃນເມືອງ, ຊຶ່ງບ້ານທີ່ມີຄວາມສ່ຽງ ແລະ ໄດ້ຮັບຜົນກະທົບ ຈໍານວນ 22 ບ້ານ, ມີ 6.057 ຄອບຄົວ, ມີ 1.510 ຫຼັງຄາເຮືອນ, ມີ 19.105 ຄົນໄດ້ຮັບຜົນກະທົບ, ມີເສັ້ນທາງຖືກຕັດຂາດ 6 ບ້ານ, ມີເນື້ອທີ່ທໍາການຜະລິດນາປີໄດ້ຮັບຄວາມເສຍຫາຍ 6.919 ເຮັກຕາ. ໃນນັ້ນ, ທາງເມືອງຍັງໄດ້ຕັ້ງສູນຈຸດພັກສຸກເສີນ 14 ຈຸດ ພາຍໃນເມືອງ ເພື່ອກະກຽມຄວາມພ້ອມໃນເວລາເກີດໄພພິບັດນໍ້າຖ້ວມໃຫ້ປະຊາຊົນໄດ້ພັກເຊົາ ໂດຍມີຈໍານວນຄອບຄົວທັງໝົດທີ່ໄດ້ຮັບຜົນກະທົບຈໍານວນ6.057 ຄອບຄົວ,ມີ 1.510 ຫຼັງຄາເຮືອນ, ມີ 19.105 ຄົນ.
ໂອກາດນີ້, ທ່ານ ເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມເປັນຫວ່າງເປັນໄຍຕໍ່ກັບປະຊາຊົນທີ່ໄດ້ຮັບຜົນກະທົບ, ພ້ອມທັງໄດ້ເນັ້ນໃຫ້ຄະນະນຳເມືອງ ເອົາໃຈໃສ່ຕິດຕາມລະດັບນ້ຳຢ່າງໃກ້ຊິດ, ເພື່ອໃຫ້ພໍ່ແມ່ປະຊາຊົນໃນເຂດສ່ຽງໄພກະກຽມຄວາມພ້ອມ, ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ແນະນຳໃຫ້ປະຊາຊົນ ປູກພຶດໄລຍະສັນໃນເວລານ້ຳບົກແຫ້ງເຊັ່ນ: ຜັກກາດ, ໝາກຖົ່ວ, ຜັກບົ່ວ, ໝາກແຕງ ຫຼື ພຶດຜັກຕ່າງໆເພື່ອສ້າງລາຍໄດ້ ແລະ ແນະນຳໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ຊອກຫາແນວພັນເຂົ້າ ຫຼື ພືດພັກຕ່າງໆ...ສາທິດໃຫ້ປະຊາຊົນຮັບຮູ້ເພື່ອເຂົ້າໃຈໃນການເຮັດກະສິກຳໃຫ້ໄດ້ຜົນປະໂຫຍດຫຼາຍຂຶ້ນກ່ວາເກົ່າ. ຈາກນັ້ນ, ທ່ານ ເຈົ້າ ແລະ ຄະນະນໍາເມືອງຍັງໄດ້ໄປຕິດຕາມກວດບິ່ງການເຊາະເຈື່ອນທີ່ບ້ານຊະຄືນ ແລະ ກວດກາການກໍ່ສ້າງກັນເຈື່ອນຂອງຄັນຄູຝາຍສຸຍທີ່ຍັງບໍ່ທັນສຳເລັດ.
(ຂ່າວ: ສະຫວັນ)
ຄໍາເຫັນ