ເຈົ້າແຂວງສະຫວັນະເຂດ ເນັ້ນກາແດງແຂວງ ຖືເອົາວຽກງານການຮັບບໍລິຈາກເລືອດ ເປັນບູລິມະສິດ

ເຈົ້າແຂວງສະຫວັນະເຂດ ເນັ້ນກາແດງແຂວງ ຖືເອົາວຽກງານການຮັບບໍລິຈາກເລືອດ ເປັນບູລິມະສິດ

ເຈົ້າແຂວງສະຫວັນະເຂດ ເນັ້ນກາແດງແຂວງ ຖືເອົາວຽກງານການຮັບບໍລິຈາກເລືອດ ເປັນບູລິມະສິດ
ໃນວັນທີ 18 ມີນາຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງສະພາບຄວາມເສຍຫາຍຈາກເຫດການໄຟໄໝ້ສາງເກັບມ້ຽນເຄື່ອງຂອງອົງການກາແດງແຂວງ ທັງນີ້ກໍ່ເພື່ອເກັບກຳຂໍ້ມູນຕ່າງໆ ແລະ ໃຫ້ການຊ່ວຍເຫຼືອທີ່ຈຳເປັນຮີບດ່ວນ.

 

ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າອົງການກາແດງແຂວງສະຫວັນນະເຂດ ໄດ້ລາຍງານສະພາບການເກີດອັກຄີໄພສາງມ້ຽນເຄື່ອງຂອງອົງການກາແດງແຂວງ ແລະ ຜົນເສຍຫາຍຈາກເຫດການດັ່ງກ່າວ ພ້ອມທັງໄດ້ລາຍງານສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ. ສໍາລັບເຫດການໄຟໄໝ້ສາງເກັບມ້ຽນເຄື່ອງຂອງອົງການກາແດງແຂວງ ໄດ້ເກີດຂຶ້ນໃນເວລາ 10 ໂມງ 45 ນາທີຂອງຄ່ຳຄືນວັນທີ 23 ກຸມພາ 2025 ຊຶ່ງມີເຫດການໄຟຟ້້າລັດວົງຈອນ ແລະ ໄດ້ກໍ່ໃຫ້ເກີດໄຟໄໝ້ຕົວອາຄານສາງເຄື່ອງຂອງອົງການກາແດງແຂວງ ທີ່ເປັນເຮືອນກໍຝາດິນຈີ່ຊັ້ນດຽວ, ມຸງດ້ວຍກະເບື້ອງ, ໂຄງໄມ້ຫຼັງຄາ, ຂະໜາດກວ້າງ 3.50 ແມັດ, ຍາວ 17 ແມັດ, ສູງ 3 ແມັດ, ມີ 2 ຫ້ອງນອນຂອງພະນັກງານ, 3 ຫ້ອງສາງເກັບມ້ຽນ, ຊຶ່ງຈາກເຫດການດັ່ງກ່າວ ໄດ້ສົ່ງຜົນກະທົບໃຫ້ມີພະນັກງານຖືກບາດເຈັບ 3 ຄົນ, ເຄື່ອງຂອງທີ່ຢູ່ພາຍໃນສາງ ທີ່ເປັນເຄື່ອງໃຊ້ ແລະ ອຸປະກອນຮັບໃຊ້ແກ່ການເຄື່ອນໄຫວວຽກງານຮັບບໍລິຈາກເລືອດ ລວມທັງຊັບສິນວັດຖຸສ່ວນບຸກຄົນຖືກໄຟໄໝ້ເສຍຫາຍໝົດ, ລວມມູນຄ່າເສຍຫາຍທັງໝົດ 789 ລ້ານກວ່າກີບ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ທິດຊີ້ນຳຫຼາຍດ້ານຕໍ່ກັບອົງການກາແດງແຂວງ. ໃນນີ້, ທ່ານເຈົ້າແຂວງ ຈະປະກອບສ່ວນຕຽງທີ່ໃຊ້ໃນພາກສະໜາມໃນການເຄ່ືອນໄຫວຮັບບໍລິຈາກເລືອດທີ່ຖືກໄຟໄໝ້ຈຳນວນ 15 ໜ່ວຍໃຫ້ອົງການກາແດງໃໝ່ ລວມທັງເຄື່ອງຂອງ ແລະ ອຸປະກອນຈຳເປັນອື່ນໆທີ່ໃຊ້ເຂົ້າໃນການຮັບບໍລິຈາກເລືອດ ໂດຍໃຫ້ອົງການກາແດງແຂວງ ຂຸ້ນຂ້ຽວເຮັດໃບສະເໜີຂຶ້ນມາຫາແຂວງ ເພື່ອຈະຊອກທິດທາງຊ່ວຍເຫຼືອ ແລະ ເລັ່ງແກ້ໄຂໃຫ້ໂດຍໄວ, ອັນສໍາຄັນແມ່ນເພື່ອເຮັດໃຫ້ການເຄື່ອນໄຫວຮັບບໍລິຈາກເລືອດໄດ້ດຳເນີນໄປຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດ ທັງນີ້ກໍເພື່ອຮັບປະກັນໃຫ້ພວກເຮົາມີຄັງເລືອດພຽງພໍຕໍ່ຄວາມຕ້ອງການໃນການປິ່ນປົວຄົນເຈັບຕາມໂຮງໝໍແຫ່ງຕ່າງໆ. ສະນັ້ນ, ຈິ່ງໃຫ້ຄະນະພັກ-ຄະນະນຳອົງການ ເອົາໃຈໃສ່ ແລະ ຖືເອົາວຽກງານການຮັບບໍລິຈາກເລືອດເປັນບູລິມະສິດອັນດັບໜຶ່ງ ພ້ອມນີ້, ພວກເຮົາຈະຕ້ອງໄດ້ມີການຂົນຂວາຍ ແລະ ປຸກລະດົມທົ່ວສັງຄົມໃຫ້ເຫັນເຖິງຄວາມສຳຄັນ ແລະ ຈຳເປັນຂອງການບໍລິຈາກເລືອດ ໂດຍຈະຕ້ອງໄດ້ເຮັດຢ່າງຈິງຈັງ ແລະ ເຮັດໃຫ້ເປັນຂະບວນການອັນກວ້າງຂວາງກວ່າເກົ່າ ໂດຍໃຫ້ການນຳຂັ້ນຕ່າງໆເຂົ້າມາມີສ່ວນຮ່ວມໃນວຽກງານດັ່ງກ່າວນີ້. ປັດຈຸບັນ, ແຂວງພວກເຮົາມີຄວາມຕ້ອງການເລືອດເພື່ອນຳໃຊ້ເຂົ້າໃນການປີ່ນປົວຄົນເຈັບທີ່ນັບມື້ນັບສູງຂຶ້ນ ໃນຂະນະທີ່ອັດຕາການຮັບບໍລິຈາກເລືອດແມ່ນເຫັນວ່າຍັງບໍ່ທັນພຽງພໍຕໍ່ຄວາມຕ້ອງການຂອງສັງຄົມ.

ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ຍັງໄດ້ມອບເງິນຊ່ວຍເຫຼືອແກ່ພະນັກງານຂອງອົງການກາແດງແຂວງ ທີ່ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ນຳອີກ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ