ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມຊຸກຍູ້ວຽກງານຢູ່ເມືອງເຊໂປນ ແລະເມືອງພີນ

ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມຊຸກຍູ້ວຽກງານຢູ່ເມືອງເຊໂປນ ແລະເມືອງພີນ
ທ່ານບຸນໂຈມ ອຸບົນປະເສີດເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍບັນດາທ່ານຫົວໜ້າພະແນກການຕ່າງໆຂອງແຂວງຄື: ພະແນກແຜນການ ແລະການລົງທຶນ, ພະແນກຊັບພະຍາກອນທະມະຊາດ ແລະສິ່ງແວດລ້ອມ, ຫົວໜ້າພະແນກກະສິກຳ ແລະປ່າໄມ້, ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະວິຊາການກ່ຽວຂ້ອງຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວຕິດຕາມ ແລະຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມຢູ່ເມືອງເຊໂປນ ແລະເມືອງພີນ ໃນວັນທີ 8 ພຶດສະພາ 2024ນີ້.
ໃນການລົງເຄື່ອນໄຫວຄັ້ງນີ້, ກ່ອນອື່ນ ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ເຂົ້າພົບປະໂອ້ລົມຄະນະບໍລິຫານງານພັກເມືອງ ແລະພະນັກງານຫຼັກແຫຼ່ງຂອງເມືອງເຊໂປນ ທີ່ສະໂມສອນຂອງເມືອງ. ໂອກາດນີ້, ທ່ານ ພົງຄຳຮັກ ບຸດທະວົງ ເລຂາພັກເມືອງ ເຈົ້າເມືອງເຊໂປນ ກໍ່ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໂດຍສັງເຂບວ່າ: ເມືອງເຊໂປນ ປະກອບມີ 88 ບ້ານ, ມີ 5 ຈຸດສຸມ, ໃນນັ້ນ ມີ 3 ຈຸດສຸມຂຶ້ນກັບແຂວງ ແລະ2 ຈຸດສຸມ ທີ່ຂຶ້ນກັບເມືອງ, ມີ 6 ກຸ່ມບ້ານ,14 ບ້ານໃຫຍ່, ມີ 12.877 ຄອບຄົວ, ມີປະຊາກອນ 66.995 ຄົນ, ປະກອບມີ: ເຜົ່າລາວ, ຜູ້ໄທ ແລະຊົນເຜົ່າບຣູ 70%(ຕຣີ ແລະມັງກອງ). ທົ່ວເມືອງມີສະມາຊິກພັັກ 2.267 ສະຫາຍ, ມີ 17 ຄະນະພັກຮາກຖານ, 138 ໜ່ວຍພັກ, ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນມີ 36 ໜ່ວຍ, ປະຈຸບັນ ການປັບປຸງການຈັດຕັ້ງຂັ້ນບ້ານ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ຂອງເມືອງ ສໍາເລັດແລ້ວ 60 ບ້ານ, ການຈັດຕັ້ງປະຕິບັດຂໍ້ກໍານົດ 416 ສໍາເລັດແລ້ວ 3 ຈຸດຄື: ບ້ານແດນສະຫວັນ ໄດ້ປັບປຸງໜ່ວຍພັກຮາກຖານ ມາເປັນຄະນະພັກຮາກຖານ ບ້ານໃຫຍ່ແດນສະຫວັນ, ປັບປຸງຈາກຄະນະພັກຮາກຖານຈຸດສຸມຊຽງຕູບ ມາເປັນຄະນະພັກຮາກຖານກຸ່ມບ້ານຈຽງຕູບ ແລະປັບປຸງຈາກຄະນະພັກຮາກຖານຈຸດສຸມກະຕູບ ມາເປັນຄະນະພັກຮາກຖານກຸ່ມບ້ານກະຕູບ.
ທ່ານເຈົ້າແຂວງ ພ້ອມຄະນະ ກໍ່ໄດ້ລົງຢ້ຽມຢາມ ແລະຊີ້ນຳວຽກງານບາງດ້ານຢູ່ໂຮງງານປຸງແຕ່ງມັນຕົ້ນເຊໂປນ ແລະບໍລິສັດຊັນເປເປີ້ໂຮນ ໂອກາດນີ້, ກໍ່ໄດ້ຮັບຟັງການລາຍງານສະພາບການດໍາເນີນງານຈາກຜູ້ບໍລິຫານຂອງທັງສອງບໍລິສັດດັ່ງກ່າວ ໂດຍໄດ້ຍົກໃຫ້ຮູ້ເຖິງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການດຳເນີນທຸລະກິດໃນໄລຍະຜ່ານມາ ເພື່ອຂໍທິດຊີ້ນຳຈາກທ່ານເຈົ້າແຂວງສະຫວັນນະເຂດ.
ໃນວັນດຽວກັນທ່ານ ເຈົ້າແຂວງ ກໍ່ໄດ້ສືບຕໍ່ເດີນທາງມາພົບປະໂອ້ລົມນຳຄະນະພັກ-ຄະນະນຳ ແລະພະນັກງານຫຼັກແຫຼ່ງຂອງເມືອງພີນ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງດັ່ງກ່າວ. ໃນນີ້, ທ່ານ ສຸດໃຈ ໄຊຍະວົງ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງພີນ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງພີນ ປະກອບມີ 15 ກຸ່ມບ້ານ, ມີ 99 ບ້ານ. ມີ 11.763 ຄອບຄົວ, ມີພົນລະເມືອງທັງໝົດ 74.862 ຄົນ, ປະກອບມີ: ເຜົ່າລາວ, ຜູ້ໄທ, ກະຕາງ ແລະມັງກອນ, ທົ່ວເມືອງມີ 17 ຮາກຖານພັກ, ມີ 141 ໜ່ວຍພັກ, ມີສະມາຊິກພັກທັງໝົດ 2.174 ສະຫາຍ, ກະກຽມດຳເນີນກອງປະຊຸມໃຫຍ່ຮາກຖານພັກ ແລະໜ່ວຍພັກອ້ອມຂ້າງໄດ້ 7 ໜ່ວຍ.
ເຊິ່ງໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ເຈົ້າແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະທິດຊີ້ນຳຕໍ່ຄະນະພັກ-ຄະນະປົກຄອງ ແລະພະນັກງານຫຼັກແຫຼ່ງຂອງເມືອງເຊໂປນ ແລະເມືອງພີນ ໂດຍກ່ອນອື່ນ, ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເມືອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມນີ້, ທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ເມືອງ ກະກຽມຄວາມພ້ອມດ້ານຕ່າງໆແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະແມ່ນທາງດ້ານເນື້ອໃນ ກໍ່ຄືບັນດາໂຕເລກແຜນພັດທະນາເສດຖະກິດ-ສັງຄົມ ຕ້ອງໄດ້ໃຫ້ສຳເລັດນັບແຕ່ຂັ້ນຮາກຖານ ເພື່ອເປັນບ່ອນອີງໃນການກຳນົດແຜນຂອງຂັ້ນເມືອງ, ຂັ້ນແຂວງ ແລະສູນກາງ ເພື່ອໃຫ້ມີຄວາມເອກະພາບກັນ, ຊຶ່ງກອງປະຊຸມໃຫຍ່ຂັ້ນເມືອງ ຄາດວ່າຈະໄດ້ຈັດຂຶ້ນໃນຕົ້ນປີ 2025, ຂັ້ນແຂວງ ແມ່ນໃນຊ່ວງເດືອນສິງຫາ 2025 ແລະຂັ້ນສູນກາງຄາດວ່າຕົ້ນປີ 2026 ໂດຍໄລຍະເວລາແຕ່ລະຂັ້ນ ແມ່ນບໍ່ໃຫ້ເກີນ 6 ເດືອນ ທັງນີ້ກໍ່ເພື່ອບໍ່ໃຫ້ບັນດາໂຕເລກແຜນການຂອງແຕ່ລະຂັ້ນ ຜິດດ່ຽງກັນຫຼາຍ ຈາກນີ້, ທ່ານ ເຈົ້າແຂວງ ຍັງໄດ້ເນັ້ນໜັກໃຫ້ແຕ່ລະເມືອງຖືສຳຄັນຕໍ່ກັບວຽກງານການປັບປຸງຮາກຖານການເມືອງ ໂດຍສະເພາະບັນດາກຸ່ມບ້ານຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ເພາະຖ້າຮາກຖານການເມືອງເຮົາບໍ່ໜັກແໜ້ນ ຈະເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ສະນັ້ນ, ຈິ່ງຮຽກຮ້ອງມາຍັງຄະນະພັກແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ຈິງຈັງ ແລະຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ ຈາກນີ້, ທ່ານ ເຈົ້າແຂວງ ກໍ່ຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາສຳຄັນ ຊຶ່ງລ້ວນແລ້ວແຕ່ເປັນບົດຮຽນອັນສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການປັບປຸງຊີວິດການເປັນຢູ່ຂອງພໍ່່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງເຊໂປນ ແລະເມືອງພີນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ