ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ
ໃນວັນທີ 16 ກໍລະກົດຜ່ານມາ ທີ່ສະໂມສອນເມືອງອຸທຸມພອນ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ,ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມພະນັກງານການນໍາເມືອງອຸທຸມພອນເພື່ອຮັບຟັງການລາຍງານ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ
ເຈາແຂວງສະຫວນນະເຂດ ເນນໃຫການນາເມອງອທມພອນປະເມນຄນມະຕກອງປະຊມໃຫຍຄງທ 9 ຂອງອງຄະນະພກເມອງ - image 1
 

ທ່ານ ທອງໃສ ໄຊຍະວົງຄໍາດີ ເລຂາຄະນະບໍລິຫານງານພັກເມືອງ ອຸທຸມພອນ ໄດ້ລາຍງານວ່າ: ພາຍຫຼັງທີ່ລັດຖະບານໄດ້ມີມະຕິຮັບຮອງເອົາການໂຮມກົງຈັກການຈັດຕັ້ງຫຼາຍອົງການເຂົ້າກັນ, ຄະນະນໍາເມືອງກໍໄດ້ເຜີຍແຜ່ມະຕິຂອງສູນກາງພັກ, ມະຕິຂອງສະພາແຫ່ງຊາດ,ຄໍາສັ່ງຂອງແຂວງ,ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ຢູ່ຂັ້ນເມືອງໄດ້ 5 ຄັ້ງ ແລະ ເຜີຍແຜ່ຢູ່ຮາກຖານບ້ານໄດ້ 5 ຈຸດ ຖືວ່າທົ່ວເຖິງທຸກເປົ້າໝາຍ, ທຸກບ້ານ,ພ້ອມນັ້ນ ຍັງໄດ້ມອບໃຫ້ບັນດາທ່ານຄະນະພັກຮາກຖານ,ເລຂາໜ່ວຍພັກບ້ານສຶບຕໍ່ເຜີຍແຜ່ໃຫ້ປະຊາຊົນຢູ່ແຕ່ລະບານໄດ້ເຂົ້າໃຈຢ່າງເລິກຊຶ່ງຕື່ມອີກ

ອົງຄະນະພັກເມືອງອຸທຸມພອນ ສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 1 ສະໄໝທີ 9, ເພື່ອເຊື່ອມຊືມບົດລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ທີ່ວາງໄວ້,ສະເພາະໃນ 6 ເດືອນຕົ້ນປີ 2025 ການນໍາຂອງເມືອງໄດ້ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບເກືອບ 3%, ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ບັນລຸໄດ້ 2,423.10 ຕື້ກີບ,ໃນປີນີ້ແຜນເກັບລາຍຮັບເຂົ້າງົບປະມານທັງໝົດ 16.4 ຕື້ກີບ,ມາຮອດປັດຈຸບັນສາມາດເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 8.3 ຕື້ກີບ ເທົ່າກັບ 51%,ນອກຈາກນີ້ຍັງໄດ້ຊຸກຍູ້ໃຫ້ປະຊາຊົນປັກດໍາເຂົ້ານາປີໄດ້ແລ້ວ 60%,ນາຢອດ 200 ເຮັກຕາ,ນາຫວ່ານ 100 ເຮັກຕາ ແລະ ປູກພຶດລະດູຝົນໄດ້ແລ້ວ 595 ເຮັກຕາກວ່າ.

ທ່ານ ທອງໃສ ໄຊຍະວົງຄໍາດີ ກ້າວຕື່ມວ່າ: ເພື່ອກະກຽມສ້າງເປັນຕາແສງ, ຄະນະນໍາເມືອງໄດ້ປະກາດສ້າງຕັ້ງ 4 ຄະນະພັກຮາກຖານຄື: ຄະນະພັກຮາກຖານໂພນເດື່ອ ມີ 12 ບ້ານ,ຄະນະພັກຮາກຖານດົງທ່າ ມີ 12 ບ້ານ,ຄະນະພັກຮາກຖານໜອງບົວທອງ ມີ 12 ບ້ານ,ຄະນະພັກຮາກຖານດົງນ້ອຍ ມີ 7 ບ້ານ, ຊຶ່ງໄດ້ແຕ່ງຕັ້ງກໍາມະການພັກເມືອງ ເປັນເລຂາຄະນະພັກຮາກຖານລໍຖ້າແຕ່ງຕັ້ງເປັນປະທານປົກຄອງຕາແສງໃນຕໍ່ໜ້າ,ແຕ່ງຕັ້ງພະນັກງານຫຼັກແຫຼ່ງສຶບທອດປ່ຽນແທນຂອງເມືອງເປັນຮອງເລຂາຄະນະພັກຮາກຖານ. ປັດຈຸບັນໄດ້ສໍາຫຼວດທີ່ດິນສະຖານທີ່ຈະສ້າງຕັ້ງສໍານັກງານປົກຄອງຕາແສງສໍາເລັດແລ້ວ

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນວ່າ: ພາຍຫຼັງເຜີຍແຜ່ຜົນສໍາເລັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງແລ້ວ ກໍຕ້ອງປະເມີນຄືນໃນຄະນະພັກຊຸດທີ 9 ໂດຍເນັ້ນໃສ່ການເຊື່ອມຊືມໃນ 25 ສະຫາຍ. ອັນນີ້, ຖືວ່າມີຄວາມສໍາຄັນຫຼາຍ. ເມືອງຂອງພວກເຮົາມີຫຼາຍທ່າແຮງບົ່ມຊ້ອນ ເປັນຕົ້ນ ທ່າແຮງທີ່ຕັ້ງຂອງເມືອງ,ທ່າແຮງທາງດ້ານເສດຖະກິດໃນການພັດທະນາ, ສະນັ້ນຢາກໃຫ້ບັນດາໃນ 25 ສະຫາຍ ມີຄວາມຮັບຮູ້ຕໍ່ມະຕິຫຼາຍໜ້ອຍຊໍ່າໃດ? ເພື່ອຢາກໃຫ້ໄປລວງດຽວກັນ,ສິ່ງສໍາຕ້ອງແກ້ໃຫ້ໄດ້ບັນຫາແນວຄິດຄອງເດີມ,ຄຽງຄູ່ກັນນີ້ການເຊື່ອມຊືມມະຕິ 5 ຂອງສູນພັກ ເພື່ອເຮັດໃຫ້ລະບົບຮາກຖານມີຄວາມເຂັ້ມແຂງຮອບດ້ານ,ການສ້າງຕັ້ງຕາແສງ ກໍແມ່ນແນໃສ່ເຮັດໃຫ້ລະບົບການເມືອງມີຄວາມເຂັ້ມແຂງ,ຂໍໃຫ້ບັນດາສະຫາຍກໍາໄດ້ທິດຊີ້ນໍາຂອງຂັ້ນເທິງ ແລະ ກໍຕ້ອງຄໍານຶງເຖິງການສ້າງພະນັກງານກັບທີ່,ໂດຍສະເພາະເພດຍິງ ແລະ ເຜົ່າ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ