ເຈົ້າແຂວງສະຫວັນນະເຂດ ເນັ້ນການກຳນົດພະນັກງານນໍາພາ-ຄຸ້ມຄອງ ຕ້ອງຄັດເລືອກຜູ້ທີ່ມີຜົນງານດີເດັ່ນ

ເຈົ້າແຂວງສະຫວັນນະເຂດ ເນັ້ນການກຳນົດພະນັກງານນໍາພາ-ຄຸ້ມຄອງ ຕ້ອງຄັດເລືອກຜູ້ທີ່ມີຜົນງານດີເດັ່ນ
ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປະເມີນ ແລະ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂອງນະຄອນ ຂຶ້ນເມື່ອວັນທີ 29 ມັງກອນ ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ປະສົງສິນ ຈະເລີນສຸກ ກໍາມະການປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນໄກສອນ ພົມວິຫານ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ປະສົງສິນ ຈະເລີນສຸກ ໄດ້ສະຫຼຸບລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ (ແຜນ 3.3) ນັບແຕ່ປີ 2020-2023 ຊຶ່ງໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດການສ້າງແຜນກຳນົດຂັ້ນແຂວງຄຸ້ມຄອງຂອງນະຄອນ ສາມາດສັງລວມ ແລະ ຄັດຈ້ອນຂອງຄະນະກໍາມະການສັງລວມຄະແນນ ຕາມຫາງສຽງທາບທາມ ແລະ ຜ່ານການຄົ້ນຄວ້າເຫັນດີເປັນເອກະພາບໃນກອງປະຊຸມຄະນະປະຈໍາພັກນະຄອນ ແລະ ຄະນະກໍາມະການສ້າງແຜນກໍານົດຂັ້ນແຂວງ ໄດ້ສະເໜີຮັບຮອງເອົາແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ (ແຜນ 3.3) ຊຶ່ງມີບຸກຄະລາກອນທີ່ບັນຈຸຢູ່ໃນແຜນທັງໝົດຄື: ແຜນຄາດຄະເນຕໍາແໜ່ງເລຂາພັກນະຄອນມີ 3 ສະຫາຍ,  ຕໍາແໜ່ງຮອງເລຂາພັກນະຄອນ 3 ສະຫາຍ ຍິງ 2 ສະຫາຍ, ຕໍາແໜ່ງກໍາມະການປະຈໍາພັກນະຄອນມີ 7 ສະຫາຍ ຍິງ 2 ສະຫາຍ ແລະ ກໍາມະການພັກນະຄອນມີ 12 ສະຫາຍ ຍິງ 3 ສະຫາຍ. 
ພາຍຫຼັງທີ່ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ລະປະເພດຖືກຮັບຮອງແລ້ວ, ກໍມີຂັ້ນຕອນໃນການຈັດວາງເອົາເຂົ້າໃນແຜນຈະແຈ້ງວ່າ ຈະສັບຊ້ອນເຂົ້າໃນຕໍາແໜ່ງຫຍັງ, ຢູ່ໃສ, ຮັບຜິດຊອບໜ້າທີ່ຫຍັງ ພ້ອມທັງສ້າງເປັນແຜນລະອຽດໃນການບໍາລຸງ-ກໍ່ສ້າງພະນັກງານ ເຊັ່ນ: ຈະໃຫ້ໄປຍົກລະດັບດ້ານໃດ, ຢູ່ໃສ, ເວລາໃດ, ຈະເອົາໄປສ້າງໃນຂະບວນການຕົວຈິງຢູ່ຮາກຖານແນວໃດ ແລະ ຈັດວາງນໍາໃຊ້ພະນັກງານໃຫ້ສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ສົມຄູ່ກັບຄວາມຮູ້-ຄວາມສາມາດຂອງພະນັກງານ ແລະ ອັນສໍາຄັນ ຕ້ອງໃຫ້ມີການຕິດຕາມ, ຄຸ້ມຄອງຢ່າງໃກ້ຊິດ, ໃຫ້ການແນະນໍາຊ່ວຍເຫຼືອຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ການຝຶກຝົນຫຼໍ່ຫຼອມຕົນເອງຂອງພະນັກງານທີ່ຢູ່ໃນແຜນໃຫ້ພົ້ນເດັ່ນໃນຂະບວນການຕ່າງໆຂອງມະຫາຊົນຢ່າງແທ້ຈິງ.
ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ມີຄໍາເຫັນວ່າ: ການກໍານົດພະນັກງານນໍາພາ-ຄຸ້ມຄອງ ຕ້ອງແນໃສ່ຮັບປະກັນການສືບທອດຕໍ່ເນື່ອງ, ຮັບປະກັນຄຸນທາດການເມືອງຢ່າງໜັກແໜ້ນ, ປະກອບກັບມີຄວາມຮູ້-ຄວາມສາມາດ ຖືເອົາຜົນປະໂຫຍດສ່ວນລວມເປັນທີ່ຕັ້ງ ແລະ ຕັດສິນ ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມທັງໝົດ ຈົ່ງສຸມໃສ່ຕິດຕາມ ແລະ ຄົ້ນຄວ້າໃຫ້ເລິກເຊິ່ງຕໍ່ເນື້ອໃນ, ຄວາມໜາຍຄວາມສຳຄັນຂອງການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ມາດຕະຖານຂອງພະນັກງານເພື່ອມາເຍືອງໃສ່ພະນັກງານ ພ້ອມກັນນັ້ນ, ກໍຈົ່ງໄດ້ຄົ້ນຄິດພິຈາລະນາຢ່າງຮອບດ້ານ, ນຳໃຊ້ສິດປະຊາທິປະໄຕດ້ວຍຄວາມຮັບຜິດຊອບສູງ ເພື່ອຊອກໃຫ້ເຫັນບຸກຄົນຜູ້ທີ່ເດັ່ນ ຈາກຂະບວນການຕົວຈິງ, ມີຄຸນສົມບັດ ສິນທຳປະຕິວັດ, ມີຄວາມຕື່ນຕົວ, ມີຄວາມຫ້າວຫັນ, ມີຄວາມຮູ້ຄວາມສາມາດ, ຮູ້ນຳພາ ແລະ ຈັດຕັ້ງຜັນຂະຫຍາຍມະຕິຂອງພັກ.
ຈາກນັ້ນ, ໃນພິທີຍັງໄດ້ຜ່ານເອກະສານ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ ພ້ອມທັງແນະນໍາການທາບທາມ ແລະ ດໍາເນີນການທາບທາມໃນຮອບທີ 1 ຮອບທີ 2 ແລະ ຮອບທີ 3 ຕາມລຳດັບ. 
ຂ່າວ: ແຂວງສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ