ເຈົ້າແຂວງສະຫວັນນະເຂດ ຊີ້ນຳວຽກງານຮອບດ້ານຢູ່ສອງເມືອງ

ເຈົ້າແຂວງສະຫວັນນະເຂດ ຊີ້ນຳວຽກງານຮອບດ້ານຢູ່ສອງເມືອງ

ເຈົ້າແຂວງສະຫວັນນະເຂດ ຊີ້ນຳວຽກງານຮອບດ້ານຢູ່ສອງເມືອງ
ໃນວັນທີ 21 ກໍລະກົດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ລົງຕິດຕາມ, ຊຸກຍູ້ການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງຊົນນະບູລີ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ອົງຄະນະພັກເມືອງຈຳພອນ ແຂວງສະຫວັນນະເຂດ.
ເຈາແຂວງສະຫວນນະເຂດ ຊນຳວຽກງານຮອບດານຢສອງເມອງ - image 1
 

ໂອກາດນີ້, ທ່ານເຈົ້າແຂວງ ໄດ້ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ຂອງສອງເມືອງດັ່ງກ່າວ, ຊຶ່ງມີເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປກຊ-ປກສ, ເລຂາພັກບ້ານ-ນາຍບ້ານພາຍໃນສອງເມືອງເຂົ້າຮ່ວມຮັບຟັງ.

ທ່ານ ສຸກສາຄອນ ໂພທິລາດ ເລຂາພັກເມືອງຊົນນະບູລີ ແລະ ທ່ານ ບຸນຊູ ທຸ່ນຊົມພູ ເລຂາພັກເມືອງຈຳພອນ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໃນໄລຍະຜ່ານມາໂດຍສັງເຂບ. ຈາກນັ້ນ, ທ່ານ ເຈົ້າແຂວງສະຫວັນນະເຂດ ໄດ້ໂອ້ລົມ, ຊຶ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຄວາມພະຍາຍາມຂອງຄະນະບໍລິຫານງານພັກເມືອງທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໃນແຕ່ລະຂົງເຂດວຽກງານ, ຊຶ່ງສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ພ້ອມນີ້, ຍັງໄດ້ເນັ້ນໜັກ ຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ໃນຈຳນວນ 25 ສະຫາຍໃຫ້ເອົາໃຈໃສ່ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງເປັນຕົ້ນ: ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມທັງສອງພາກໃຫ້ເລິກເຊິ່ງ, ອັນສໍາຄັນຕ້ອງກຳໃຫ້ໄດ້ຜົນສຳເລັດທີ່ເປັນດ້ານຕັ້ງໜ້າຂອງຄະນະພັກເມືອງຊຸດເກົ່າ, ເພື່ອເສີມຂະຫຍາຍໃຫ້ຍືນຍົງພ້ອມທັງກຳໃຫ້ໄດ້ບັນດາຈຸດອ່ອນຂໍ້ຄົງຄ້າງເພື່ອຄົ້ນຄວ້າກັບຄະນະພັກເພື່ອວາງແຜນການແກ້ໄຂ ແລະ ພ້ອມກັນຊອກຄົ້ນທ່າແຮງບົ່ມຊ້ອນໃນດ້ານຕ່າງໆພາຍໃນທ້ອງຖິ່ນຂອງຕົນ, ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ໃຫ້ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງ,

ເຈາແຂວງສະຫວນນະເຂດ ຊນຳວຽກງານຮອບດານຢສອງເມອງ - image 2
 

ທ່ານເຈົ້າແຂວງ ຍັງໄດ້ຍົກໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນໃນການສ້າງຕັ້ງຕາແສງ, ຊຶ່ງແມ່ນການປັບປຸງບູລະນະລະບອບປະຊາທິປະໄຕ ປະຊາຊົນ, ເພື່ອສ້າງຮາກຖານການເມືອງໃຫ້ໜັກ ແໜ້ນເຂັ້ມແຂງ, ຊຶ່ງແມ່ນເນື້ອໃນຈິດໃຈຂອງພັກໃນການຫັນວຽກ, ຫັນບໍລິການຂອງລັດ, ຫັນນະໂຍ ບາຍ, ຫັນງົບປະມານ, ຫັນຄົນລົງສູ່ຮາກຖານ, ແນໃສ່ເພື່ອບໍລິການແກ່ປະຊາຊົນໃຫ້ມີຄວາມສະດວກສະບາຍທີ່ສຸດ, ພ້ອມນັ້ນ ກໍໃຫ້ປະຊາຊົນຮັບຮູ້, ເຂົ້າໃຈທຸກແນວທາງປ່ຽນແປງໃໝ່ຂອງພັກ-ລັດ, ໃຫ້ເຂົາເຈົ້າມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄັມ ແລະ ໃຫ້ປະຊາຊົນໄດ້ຊົມໃຊ້ໝາກຜົນທີ່ພວກເຂົາມີສ່ວນຮ່ວມ, ສຳລັບພະນັກງານທີ່ຈະລົງໄປປະຈຳຢູ່ຕາແສງແມ່ນໃຫ້ເຂົ້າໃຈວ່າບໍ່ແມ່ນການລົງຮາກຖານແຕ່ແມ່ນການໄປຮັບໜ້າທີ່ໃໝ່ ເພື່ອລົງນຳພາ-ຊີ້ນຳປະຊາຊົນໃຫ້ຮູ້ເຮັດການຜະລິດ, ສ້າງເສດຖະກິດປ່ຽນແປງໃໝ່ທີ່ກ້າວໜ້າ, ມີຄຸນນະພາບ. ຜູ້ທີ່ຈະປະກອບເປັນອົງຄະນະພັກຕາແສງຕ້ອງເປັນເຈົ້າການພັດທະນາທ້ອງຖິ່ນ ເຮັດໃຫ້ປະຊາຊົນບັນດາເຜົ່າພວກເຮົາມີຊີວິດການເປັນຢູ່ທີ່ດີຂຶ້ນຢ່າງເປັນກ້າວໆຕາມແນວທາງນະໂຍບາຍຂອງພັກ-ລັດວາງໄວ້.

ເຈາແຂວງສະຫວນນະເຂດ ຊນຳວຽກງານຮອບດານຢສອງເມອງ - image 3
 

ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ຍັງໄດ້ລົງໄປຕິດຕາມສະພາບຕາຝັ່ງເຈື່ອນເຊຊັງຊອຍ ບ້ານໂຄກຫົວຊ້າງ, ຕິດຕາມການສ້າງຄອງເໝືອງຊົນລະປະທານບ້ານດົງບູນ ເມືອງຊົນນະບູລີ ພ້ອມທັງໄດ້ສືບຕໍ່ຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງຂອງປະຊາຊົນບ້ານແກ້ງກອກກາງ ແລະ ບ້ານແກ້ງກອກດົງ ເມືອງຈຳພອນ, ຊຶ່ງໃນໂອກາດລົງເຄື່ອນໄຫວໃນແຕ່ລະຈຸດ, ທ່ານເຈົ້າແຂວງໄດ້ໃຫ້ທິດຊີ້ນຳທີ່ເປັນປະໂຫຍດຕໍ່ການພັດທະນາທ້ອງຖິ່ນຮາກຖານ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຂອງສອງເມືອງດັ່ງກ່າວ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ