ຢ້ຽມຢາມນາຍ-ພົນທະຫານ ແລະ ປະຊາຊົນບ້ານດອນຖ້ຳເງິນ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມນາຍ-ພົນທະຫານ ແລະ ປະຊາຊົນບ້ານດອນຖ້ຳເງິນ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມນາຍ-ພົນທະຫານ ແລະ ປະຊາຊົນບ້ານດອນຖ້ຳເງິນ
ດ້ວຍຄວາມເປັນຫ່ວງເປັນຕໍ່ການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະ ຢ້ຽມຢາມເບິ່ງຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ, ພ້ອມປະຊາຊົນບ້ານດອນຖ້ຳເງິນເມືອງໄຊພູທອງ

ແຂວງສະຫວັນນະເຂດ; ໃນວັນທີ 22 ມັງກອນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ໄດ້ຂີ່ເຮືອຕາມແມ່ນ້ຳຂອງແຕ່ບ້ານຄັນທ່າຈານໄປຫາບ້ານດອນຖ້ຳເງິນເມືອງໄຊພູທອງ, ມີທ່ານນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ເພື່ອນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຈຳນວນໜຶ່ງ ປະກອບສ່ວນໃນການພັດທະນາທ້ອງຖິ່ນໃນເຂດບ້ານດອນຖໍ້າເງິນ ແລະ ຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ຂອງປະຊາຊົນໃນເຂດດອນ. ໃນນັ້ນ, ໄດ້ຢ້ຽມຢາມເບິ່ງການສິດສອນຂອງໂຮງຮຽນປະຖົມສົມບູນ ບ້ານດອນຖໍ້າເງິນ ຊຶ່ງເປັນໂຮງຮຽນເອກະລາດຂຶ້ນກັບກຸ່ມບ້ານທີ 1 ຂອງເມືອງ, ມີຄູສອນ 2 ຄົນ ແລະ ມີນັກຮຽນແຕ່ຊັ້ນ ປໍ1 ຮອດຊັ້ນປໍ 5 ລວມມີນັກຮຽນ 20 ຄົນ ຍິງ 9 ຄົນ ໂດຍທ່ານເຈົ້າແຂວງ ໄດ້ມອບຊຸດນັກຮຽນ, ອຸປະກອນການຮຽນໃຫ້ນ້ອງນັກຮຽນ, ພ້ອມທັງໃຫ້ນັກຮຽນຮູ້ຮ້ອງເພງຊາດລາວ, ຮູ້ຮັກຊາດລາວ, ພ້ອມກັນຕັ້ງໃຈຮຽນ ເພື່ອເອົາຄວາມຮູ້ມາພັດທະນາຕົນເອງ ແລະ ໄດ້ມອບເງິນໃຫ້ໂຮງຮຽນຈຳນວນໜຶ່ງເພື່ອພັດທະນາໂຮງຮຽນຕື່ມອີກ. ຈາກນັ້ນ, ກໍໄດ້ພົບປະກັບອຳນາດການປົກຄອງ ແລະ ປະຊາຊົນເພື່ອຖາມກ່ຽວກັບການພັດທະນາຊີວິດການເປັນຢູ່, ການຊອກແຫຼ່ງລາຍຮັບໃຫ້ຄອບຄົວ ແລະ ໃຫ້ປະຊາຊົນສະເໜີຕໍ່ການນຳແຂວງກ່ຽວກັບຄວາມຕ້ອງການ ເພື່ອສຸມໃສ່ການພັດທະນາໃຫ້ດີຂຶ້ນ. ບ້ານດອນຖ້ຳເງິນມີ 48 ຫຼັງຄາເຮືອນ, 46 ຄອບຄົວ, ມີ 243 ຄົນ ຍິງ 111 ຄົນ, ມີເນື້ອທີ່ນາປີ 103 ເຮັກຕາ, ເນື້ອທີ່ການຜະລິດລະດູແລ້ງ 76 ເຮັກຕາ ລວມທັງການປູກພືດຖົ່ວດິນ, ສາລີ ແລະ ເຮັດນາແຊງ.

ບ້ານດອນຖໍ້າເງິນມີແຫຼ່ງທ່ອງທ່ຽວທຳມະຊາດຄື: ແຫຼ່ງທ່ອງທ່ຽວຖ້ຳໝາກຍໍປະຫວັດສາດເກົ່າ ຊຶ່ງເປັນກົກເຄົ້າປະຫວັດສາດບ້ານດອນຖ້ຳເງິນ, ປະຊາຊົນມີຄວາມຕ້ອງການທໍ່ແງ່ມ, ເພື່ອນຳເອົານ້ຳຂຶ້ນຫົດເນື້ອທີ່ປູກພືດລະດູແລ້ງ. ຕ້ອງການສ້າງສາລາໂຮງທຳໃຫ້ສຳເລັດ.

ໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ມອບເງິນພັດທະນາບ້ານ ແລະ ທ່ານເຈົ້າເມືອງໄຊພູທອງກໍໄດ້ລະດົມການປະກອບສ່ວນຈາກພະແນກການທີ່ໄປຮ່ວມຄັ້ງນີ້ໄດ້ເງິນຈຳນວນ 40 ລ້ານກ່ວາກີບເພື່ອສ້າງສາລາໂຮງທຳຂອງບ້ານ ໃຫ້ສຳເລັດ.

ໃນວັນດຽວກັນນີ້, ທ່ານເຈົ້າແຂວງໄດ້ໄປຢ້ຽມຢາມນາຍ ແລະ ພົນທະຫານທີ່ປະຕິບັດໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ທີ່ປະຈໍາຢູ່ບັນດາເກາະດອນຕ່າງໆ, ພ້ອມມອບເງິນຈໍານວນໜຶ່ງ ໃຫ້ກັບຈຸທະຫານທີ່ຂຶ້ນກັບກອງຮ້ອຍທະຫານຊາຍແດນ 325.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ