ເຈົ້າແຂວງສະຫວັນນະເຂດເຄື່ອນໄຫວຢ້ຽມຢາມໂຮງໝໍທະຫານແຂວງ

ເຈົ້າແຂວງສະຫວັນນະເຂດເຄື່ອນໄຫວຢ້ຽມຢາມໂຮງໝໍທະຫານແຂວງ
ເມື່ອບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດໄດ້ເຄື່ອນໄຫວຢ້ຽມຢາມໂຮງໝໍທະຫານແຂວງໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພັທບຸນແຂວງ ຣາຊພົນຫົວໜ້າການເມືອງຜູ້ອຳນວຍການໂຮງໝໍທະຫານແຂວງ ພ້ອມຄະນະ ແລະພະນັກງານແພດໝໍເຂົ້າຮ່ວມ.
ທ່ານ ພັທບຸນແຂວງ ຣາຊພົນ ໄດ້ລາຍງານສະພາບລວມຈຸດພິເສດທີ່ຕັ້ງຕົ້ນກຳເນີດ ແລະການເຄື່ອນໄຫວວຽກງານໂດຍຫຍໍ້ຂອງກົມກອງ.ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະຕິບັດວຽກງານຂອງຄະນະພັກຄະນະອຳນວຍການລວມເຖິງພະນັກງານແພດໝໍທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຕາມຄວາມຮັບຜິດຊອບຂອງຕົນຢ່າງມີຜົນສຳເລັດ ແລະ ອວຍພອນໄຊອັນປະເສີດມາຍັງພະນັກງານນັກຮົບຊຸດຂາວພາຍໃນໂຮງໝໍທະຫານແຂວງ ພ້ອມດ້ວຍຄະນະບໍລິຫານເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີຕື່ມອີກ. 
ໂອກາດດັ່ງກ່າວ, ທ່ານເຈົ້າແຂວງໄດ້ມອບອຸປະກອນເຄື່ອງມືແພດ, ຊຸດກິລາ, ນໍ້າດື່ມ, ດອກໄຟໂຊລາເຊວ ແລະອື່ນໆໃຫ້ກັບໂຮງໝໍ ລວມມູນຄ່າເກືອບ50 ລ້ານກີບເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ວັນທີ 19 ເມສາຜ່ານມານີ້, ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກການກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຮັບເໝົາການກໍ່ສ້າງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ແລະ ຕິດຕາມການແກ້ໄຂ ບັນຫາການສັນຈອນລົດບັນທຸກ ໃນທາງຂຶ້ນຫາດ່ານ ຊ່ວງຈຸດສຸມຫຼັງຄັງ ຫາ ດ່ານນາເພົ້າມີຄວາມຍາວ 18 ກິໂລແມັດ.
ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ນີ້, ສະຖິຕິອຸປະຕິເຫດຢູ່ເມືອງໂຂງ ແຂວງຈຳປາສັກ ເຫັນວ່າມີຕົວເລກຫຼຸດລົງເມື່ອທຽບກັບປີຜ່ານມາ, ເຖິງແມ່ນວ່າຍັງມີຜູ້ເສຍຊີວິດ 1 ຄົນ ກໍຕາມ.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດ  ຂຶ້ນໃນທ້າຍເດືອນນີ້

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດ ຂຶ້ນໃນທ້າຍເດືອນນີ້

ກອງປະຊຸມກວດກາຄວາມພ້ອມ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 17 ເມສາ ຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານ ສນຊ ຊຶ່ງມີບັນດາຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ-ຫົວໜ້າກົມ ສນຊ ເຂົ້າຮ່ວມ.
ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ຊາວນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ເມືອງມໍຣະດົກໂລກ ໄດ້ຈັດພິທີ ອາຣາດຖະນາອົງພະບາງພຸດທະຣາວັນ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາສະນິກະຊົນ ໄດ້ຫົດສົງ ໂອກາດບຸນປີໃໝ່ລາວ. ພິທີອາຣາດຖະນາ, ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງ.
ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ໃນວັນທີ 16 ເມສານີ້, ແຂວງຄໍາມ່ວນ ໄດ້ແຫ່ ສົງການຕາມຕໍານານບູຮານລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີລາວ ພສ 2569 ຢ່າງຄຶກຄື້ນ ທີ່ເທສະບານເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມແຫ່ຂະບວນໂດຍທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍບັນດາການນໍາແຂວງ, ພະເຖລະນູເຖຣະ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026). ຄຊປປລ ມີມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະ ຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງ ການ ແລະ ທ້ອງຖິ່ນ. ຊາວໜຸ່ມລາວ ຍັງເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ.
ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ກອງບັຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນ ແລະ ບັນຈຸກໍາລັງເຂົ້າໃສ່ບ່ອນທີ່ມີການຈັດງານສະເຫຼີມສະຫຼອງແຕ່ລະຈຸດ ໂດຍສົມທົບກໍາລັງພາກສ່ວນ ປກສ ນະຄອນຫຼວງ, ທະຫານເມືອງ ແລະ ອົງການປົກຄອງຕ່າງໆ.
ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ດ້ວຍການຫຼິ້ນບຸນກຸດສົງການ ປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ຢູ່ນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ວັນທີ່ 13 ເມສານີ້ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ແຂວງຫຼວງພະບາງໄດ້ຈັດພິທີແຫ່ຊ້າງຮຽງເກີຍ ຊຶ່ງເປັນພິທີກັມ ຄອບລາ ຫຼື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫຼື ສັງກາດປີໃໝ່ ຕາມຄວາມເຊື່ອຖື ທີ່ຊາວຫຼວງພະບາງສືບທອດກັນມາແຕ່ບູຮານນະການ.ພິທີແຫ່ຊ້າງຮຽງເກີຍນີ້, ຖືເປັນພິທີສ່ຽງ-ທວາຍວ່າ: ໃນປີນັ້ນ, ເປັນປີທີ່ດິນຟ້າອາກາດ, ສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫຼື ຫຍຸ້ງຍາກຫຍັງແດ່ ເກີດຂຶ້ນກັບບ້ານເມືອງ ແລະບັນດາພົນລະເມືອງ ເພື່ອຈະອາໄສດິນຟ້າອາກາດໃນການເຮັດກະສິກຳ, ກະກຽມຮັບມືກັບເຫດການອາດຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ).
ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ  ໃໝ່ລາວ

ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ ໃໝ່ລາວ

​ ຕາມການເລົ່າຂານຕໍ່ກັນມາໃນຕຳລາໂຫລາສາດ ການເຮັດບຸນເດືອນ 5 ຫຼື ສະເຫຼີມສະຫຼອງບຸນກຸດສົງ ການ ຫຼື ຕຸດສົງການປີໃໝ່ລາວ ແມ່ນມີລັກສະນະເຈືອປົນກັນ ລະຫວ່າງສາສະໜາພາມ ແລະ ສາສະໜາພຸດຖືເປັນບຸນປະເພນີຂອງປະເທດລາວຂອງເຮົາທີ່ມີແຕ່ບູຮານນະການ ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ ແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ໂດຍກຳນົດ 3 ມື້ ຄື 14-15-16 ເມສາຂອງທຸກໆປີ
ເພີ່ມເຕີມ