ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ນໍາເອົາເງິນຈໍານວນ 144 ລ້ານກີບ ທີ່ໄດ້ຈາກການຊ່ວຍເຫຼືອ ຂອງຄະນະພັກ-ອົງການປົກຄອງແຂວງກວາງນາມ ສສ ຫວຽດນາມ ມອບໃຫ້ການນໍາເມືອງກະລຶມ ເພື່ອມອບຕໍ່ໃຫ້ປະຊາຊົນບ້ານຕະລຸຍ ທີ່ປະສົບອັກຄີໄພ (ໄຟໄໝ້ເຮືອນ) ໃນວັນທີ 3 ເມສາ 2025 ຜ່ານມາ, ກ່າວຮັບໂດຍທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງາຍພັກເມືອງກະລຶມ.
ໂອກາດນີ້, ທ່ານ ສາຍຄໍາ ແກ້ວບຸນປານ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານເຈົ້າແຂວງເຊກອງ ກໍຄື ຄະນະພັກ-ອົງການປົກຄອງແຂວງກວາງນາມ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ຖືເປັນການແບ່ງເບົານໍ້າຈິດ, ນໍ້າໃຈ ແລະ ເປັນຂວັນກຳລັງໃຈໃຫ້ແກ່ປະຊາຊົນບ້ານຕະລຸຍ ທີ່ປະສົບອັກຄີໄພ (ໄຟໄໝ້ເຮືອນ). ສະນັ້ນ, ຄະນະພັກ-ອົງການປົກຄອງເມືອງກະລຶມ ກໍຈະນໍາເອົາເງິນຈໍານວນດັ່ງກ່າວນີ້, ໄປມອບຕໍ່ໃຫ້ປະຊາຊົນ ເພື່ອໃຫ້ປະຊາຊົນນໍາໃຊ້ເຂົ້າໃນການປັບປຸງທີ່ຢູ່ອາໄສ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ກັບຄືນສູ່ສະພາບປົກກະຕິໂດຍໄວ.
(ຂ່າວ-ພາບ: ສັນຍາ)
ຄໍາເຫັນ