ເຈົ້າແຂວງຊຽງຂວາງ ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ເມືອງຜາໄຊ

ເຈົ້າແຂວງຊຽງຂວາງ ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ເມືອງຜາໄຊ
ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊີ້ນຳການກະກຽມ ດຳເນີນກອງປະຊຸມໃຫຍ່ຂອງເມືອງຜາໄຊ ເມື່ອວັນທີ 26 ມີນາຜ່ານມາ.  ທ່ານ ບຸນມາ ສຸຍະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຜາໄຊ ໄດ້ລາຍງານການຊີ້ນຳ-ນຳພາພັດທະນາເສດຖະກິດ-ສັງຄົມຂອງເມືອງ ຊຶ່ງເສດຖະກິດຂອງເມືອງໄດ້ຂະຫຍາຍຕົວ 4,18% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 154,40 ຕື້ກີບ, ສະເລ່ຍໄດ້ 11.949.000 ກີບຕໍ່ຄົນຕໍ່ປີ ໂດຍຖືເອົາການປູກຝັງຽລ້ຽງສັດໃຫຍ່ເປັນສິນຄ້າ, ການທ່ອງທ່ຽວ ແລະ ໄດ້ລົງຕິດແທດກັບບັນດາບ້ານໃນການກະກຽມດຳເນີນກອງປະຊຸມໃຫຍ່ຂອງບ້ານ, ກຸ່ມບ້ານ ແລະ ໜ່ວຍພັກອ້ອມຂ້າງສຳນັກງານ. ປັດຈຸບັນສຳເລັດແລ້ວ 35 ໜ່ວຍພັກ, ຍັງບໍ່ທັນສຳເລັດ 33 ໜ່ວຍພັກ ແລະ 4 ຄະນະພັກຮາກຖານ. 
ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງ ໄດ້ມີຄຳຄິດເຫັນແລກປ່ຽນຊີ້ນຳ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ກ້ວາງຂວາງບົນພື້ນຖານແນວທາງຂອງພັກ-ລັດ, ຕ້ານ-ສະກັດກັ້ນບັນຫາຢາເສບຕິດ ແລະ ເຝົ້າລະວັງການລະບາດຂອງຜະຍາດຄົນ-ສັດ ເນື່ອງຈາກກຽມເຂົ້າລະດູຝົນ ຊຶ່ງມັກມີຜະຍາດຫຼາຍສະນິດເກີດຂື້ນ, ສຸມໃສ່ແກ້ໄຂຄວາມທຸກຍາກເພິ່ງຕົນເອງກຸ້ມຕົນເອງ, ປົກປັກຮັກສາປ່າໄມ້, ເອົາໃຈໃສ່ວຽກງານ ປກຊ-ປກສ ເປັນຫຼັກ, ກຳປະຊາຊົນໃຫ້ແໜ້ນ, ຮັກສາເຂດນ້ຳແດນດິນ, ຊຸກຍູ້ສົ່ງເສີມລູກຫຼານເຂົ້າໂຮງຮຽນ, ຮັກສາອານາໄມ 3 ສະອາດ ແລະ ຊຸກຍູ້ສົ່ງເສີມວຽກງານອື່ນໆ. ນອກນີ້ ທ່ານເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມການລ້ຽງມ້າຂອງປະຊາຊົນບ້ານນາໂຄ້, ການຫຼໍ່ບ່ວງຂອງປະຊາຊົນບ້ານນາເພຍ, ກຸ່ມສ້າງເຕົາໂລ້,  ກຸ່ມລ້ຽງແບ້ບ້ານຫໍກາງ ແລະໂອ້ລົມຊີ້ນຳປະຊາຊົນໃນການກະກຽມ ດຳເນີນກອງປະຊຸມໃຫຍ່ຂອງໜ່ວຍພັກບ້ານ ພ້ອມມອບເຄື່ອງນຸ່ງຫົ່ມຈຳນວນໜຶ່ງໃຫ້ກັບປະຊາຊົນ ແລະ ໂຮງຮຽນບ້ານນ້ຳກະ
(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຕ​ມາດ​ທີ​ໜຶ່ງ ​ປີ 2026 ກໍາ​ປູ​ເຈຍ​ ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ 146 ໂຄງການ​

ໄຕ​ມາດ​ທີ​ໜຶ່ງ ​ປີ 2026 ກໍາ​ປູ​ເຈຍ​ ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ 146 ໂຄງການ​

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ບົດ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ຂອງ​ສະ​ພາ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ ​ໃຫ້ຮູ້​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ 2026, ສະ​ພາ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ​ ໄດ້​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນທັງ​ໝົດ 146 ໂຄງ​ການ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ຕາມ​ສັນ​ຍາ​ ມີເຖິງ 2 ຕື້ 500 ລ້ານ​ໂດ​ລາ ຊຶ່ງຈະ​ສາມາດສ້າງວຽກເຮັດງານທໍາ​ໄດ້ 82,000 ຕໍາ​ແໜ່ງ.
ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ວັນທີ 19 ເມສາຜ່ານມານີ້, ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກການກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຮັບເໝົາການກໍ່ສ້າງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ແລະ ຕິດຕາມການແກ້ໄຂ ບັນຫາການສັນຈອນລົດບັນທຸກ ໃນທາງຂຶ້ນຫາດ່ານ ຊ່ວງຈຸດສຸມຫຼັງຄັງ ຫາ ດ່ານນາເພົ້າມີຄວາມຍາວ 18 ກິໂລແມັດ.
ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ນີ້, ສະຖິຕິອຸປະຕິເຫດຢູ່ເມືອງໂຂງ ແຂວງຈຳປາສັກ ເຫັນວ່າມີຕົວເລກຫຼຸດລົງເມື່ອທຽບກັບປີຜ່ານມາ, ເຖິງແມ່ນວ່າຍັງມີຜູ້ເສຍຊີວິດ 1 ຄົນ ກໍຕາມ.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດ  ຂຶ້ນໃນທ້າຍເດືອນນີ້

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດ ຂຶ້ນໃນທ້າຍເດືອນນີ້

ກອງປະຊຸມກວດກາຄວາມພ້ອມ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 17 ເມສາ ຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານ ສນຊ ຊຶ່ງມີບັນດາຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ-ຫົວໜ້າກົມ ສນຊ ເຂົ້າຮ່ວມ.
ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ຊາວນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ເມືອງມໍຣະດົກໂລກ ໄດ້ຈັດພິທີ ອາຣາດຖະນາອົງພະບາງພຸດທະຣາວັນ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາສະນິກະຊົນ ໄດ້ຫົດສົງ ໂອກາດບຸນປີໃໝ່ລາວ. ພິທີອາຣາດຖະນາ, ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງ.
ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ໃນວັນທີ 16 ເມສານີ້, ແຂວງຄໍາມ່ວນ ໄດ້ແຫ່ ສົງການຕາມຕໍານານບູຮານລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີລາວ ພສ 2569 ຢ່າງຄຶກຄື້ນ ທີ່ເທສະບານເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມແຫ່ຂະບວນໂດຍທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍບັນດາການນໍາແຂວງ, ພະເຖລະນູເຖຣະ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026). ຄຊປປລ ມີມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະ ຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງ ການ ແລະ ທ້ອງຖິ່ນ. ຊາວໜຸ່ມລາວ ຍັງເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ.
ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ກອງບັຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນ ແລະ ບັນຈຸກໍາລັງເຂົ້າໃສ່ບ່ອນທີ່ມີການຈັດງານສະເຫຼີມສະຫຼອງແຕ່ລະຈຸດ ໂດຍສົມທົບກໍາລັງພາກສ່ວນ ປກສ ນະຄອນຫຼວງ, ທະຫານເມືອງ ແລະ ອົງການປົກຄອງຕ່າງໆ.
ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ດ້ວຍການຫຼິ້ນບຸນກຸດສົງການ ປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ຢູ່ນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ວັນທີ່ 13 ເມສານີ້ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ແຂວງຫຼວງພະບາງໄດ້ຈັດພິທີແຫ່ຊ້າງຮຽງເກີຍ ຊຶ່ງເປັນພິທີກັມ ຄອບລາ ຫຼື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫຼື ສັງກາດປີໃໝ່ ຕາມຄວາມເຊື່ອຖື ທີ່ຊາວຫຼວງພະບາງສືບທອດກັນມາແຕ່ບູຮານນະການ.ພິທີແຫ່ຊ້າງຮຽງເກີຍນີ້, ຖືເປັນພິທີສ່ຽງ-ທວາຍວ່າ: ໃນປີນັ້ນ, ເປັນປີທີ່ດິນຟ້າອາກາດ, ສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫຼື ຫຍຸ້ງຍາກຫຍັງແດ່ ເກີດຂຶ້ນກັບບ້ານເມືອງ ແລະບັນດາພົນລະເມືອງ ເພື່ອຈະອາໄສດິນຟ້າອາກາດໃນການເຮັດກະສິກຳ, ກະກຽມຮັບມືກັບເຫດການອາດຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ).
ເພີ່ມເຕີມ