ເຈົ້າແຂວງຊຽງຂວາງພົບປະເລຂາພັກແຂວງເຊີນລາ

ເຈົ້າແຂວງຊຽງຂວາງພົບປະເລຂາພັກແຂວງເຊີນລາ

ເຈົ້າແຂວງຊຽງຂວາງພົບປະເລຂາພັກແຂວງເຊີນລາ
ໃນວັນທີ10ຕຸລາຜ່ານມານີ້,ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ແລະ 8ແຂວງພາກເໜືອຂອງ ສປປ ລາວ ໄດ້ເຂົ້າພົບປະທ່ານ ຮວ່າງ ກວັກ ວຽດ ເລຂາພັກແຂວງເຊີນລາ ສສ ຫວຽດນາມພ້ອມດ້ວຍຄະນະ.ຊຶ່ງທ່ານ ບຸນຈັນ ສີວົງພັນ ໄດ້ຕາງໜ້າແຂວງ ແລະ 8ແຂວງພາກເໜືອ ກ່າວເຖິງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ເພື່ອເຂົ້າຮ່ວມ ສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງເຊີນລາຄົຍຮອບ130ປີ (10ຕຸລາ1895-10ຕຸລາ2025)
ເຈາແຂວງຊຽງຂວາງພບປະເລຂາພກແຂວງເຊນລາ - image 1
 

 ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນສຳເລັດຂອງແຂວງເຊີນລາ ທີ່ໄດ້ຜ່ານຜ່າອຸປະສັກ ຕ້ານຈັກກະພັດຜູ້ຮຸກຮານ, ສ້າງສາພັດທະນາ ຈົນກາຍເປັນແຂວງທີ່ມີຄວາມເຂັ້ມແຂງ ຈະເລີນ ສີວິໄລ ພ້ອມນີ້ກໍໄດ້ສະແດງຄວາມຂອບໃຈ ຢ່າງລົ້ນເຫຼືອມາຍັງແຂວງ ກໍຄືປະຊາຊົນບັນດາເຜົ່າຊາວແຂວງເຊີນລາ ທີ່ໄດ້ສ້າງບຸກຄະລາກອນ ຊ່ວຍເຫຼືອດ້ານການສຶກສາ, ສາທາລະນະສຸກ, ກະສິກຳ, ວຽກງານປົກປ້ອງຊາຍແດນ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ວຽກງານອື່ນໆ ແກ່ບັນດາແຂວງພາກເໜືອຂອງລາວ ຕະຫຼອດມາ ພວກເຮົາຈະສືບຕໍ່ຮ່ວມມື ຂະຫຍາຍຄວາມສາມັກຄີພິເສດສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນ9ແຂວງພາກເໜືອຂອງລາວ ກັບແຂວງເຊີນລາ ໃຫ້ເຂົ້າສູ່ລວງເລິກ ຮອບດ້ານ.

ເຈາແຂວງຊຽງຂວາງພບປະເລຂາພກແຂວງເຊນລາ - image 2
 

ໂອກາດນີ້, ທ່ານ ຮວ່າງ ກວັກ ວຽດ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານຄວາມເປັນມາຂອງແຂວງເຊີນລາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ການຮ່ວມມືກັບບັນດາແຂວງຂອງລາວ ແລະ ຈະສືບຕໍ່ຮ່ວມມື ຮອບດ້ານກັບບັນດາແຂວງລາວ ເພີ່ມພູນຄູນສ້າງຄວາມສາມັກຄີ ສອງຊາດໃຫ້ງອກງາມຂຶ້ນເລື້ອຍໆ.

ໂອກາດຢ້ຽມຢາມແຂວງເຊີນລາໃນຄັ້ງນີ້, ຂອງບັນດາແຂວງພາກເໜືອຂອງລາວ ໄດ້ຢ້ຽມຢາມເຂື່ອນໄຟຟ້າເຊີນລາ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊີນລາ ຢ່າງຍິ່ງໃຫຍ່ ເບີກບານມ່ວນຊື່ນ ຊົມການສະແດງສິລະປະ, ປະເພນີ, ວັດທະນາທຳຂອງແຂວງເຊີນລາ.

ເຈາແຂວງຊຽງຂວາງພບປະເລຂາພກແຂວງເຊນລາ - image 3
 

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈັດຝຶກອົບຮົມໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ສສຊ ປະຈໍາເຂດທີ 12 ຊຸດທີ X ແລະ ສສຂ ຄໍາມ່ວນ ຊຸດທີ V

ຈັດຝຶກອົບຮົມໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ສສຊ ປະຈໍາເຂດທີ 12 ຊຸດທີ X ແລະ ສສຂ ຄໍາມ່ວນ ຊຸດທີ V

ກອງປະຊຸມຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 12 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຄໍາມ່ວນ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 4 ກຸມພານີ້ ທີ່ເຮືອນພັກເລກ 1 ຂອງແຂວງ, ເປັນປະທານໂດຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ທັງເປັນຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາຜູ້ສະໝັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໂຮງງານບຳບັດນໍ້າເປື້ອນທັນສະໄໝ

ມອບ-ຮັບໂຮງງານບຳບັດນໍ້າເປື້ອນທັນສະໄໝ

ວັນທີ 4 ກຸມພານີ້ ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີມອບ-ຮັບໂຮງງານບຳບັດນໍ້າເປື້ອນ ນວ ແລະ ລະບົບສາຍທໍ່ສົ່ງນໍ້າເປື້ອນ ທີ່ມີຄວາມສາມາດບຳບັດ 26,000 ແມັດກ້ອນ/ວັນ ແລະ ຮອງຮັບການຂະຫຍາຍໄດ້ເຖິງ 52,000 ແມັດກ້ອນ/ວັນ ດ້ວຍເຕັກໂນໂລຊີ MBBR ທັນສະ ໄໝ ຕາມມາດຕະຖານ EU.
ສູນກາງ ອພສ ຖະແຫຼງຜົນສຳເລັດງານ 3 ງານບຸນໃຫຍ່ລະດັບຊາດ

ສູນກາງ ອພສ ຖະແຫຼງຜົນສຳເລັດງານ 3 ງານບຸນໃຫຍ່ລະດັບຊາດ

ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ຈັດພິທີຖະແຫຼງຂ່າວຜົນສຳເລັດການຈັດງານບຸນມະຫາກຸສົນຍິ່ງໃຫຍ່ລະດັບຊາດ ຄື: ງານບຸນສະຫຼອງພະໄຕປີດົກລາວ, ພິທີຫົດສົງມະຫາເຖຣາພິເສກ ປະທານສູນກາງ ອພສ ອົງທີ 7, ຫົດສົງເຖຣາພິເສກຄະນະສົງທີ່ຈັດທໍາພະໄຕປີດົກລາວ ແລະ ງານສະຫຼອງເປີດອາຄານສຳນັກງານປະທານສົງສູນກາງ ອພສ ຫຼັງໃໝ່ຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ສຳນັກ ງານສູນກາງ ອພສ ວັດພະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%

2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%

ບໍລິສັດ ຮຸ້ນສ່ວນການບິນ ຫວຽດເຈັດ (Vietjet Aviation Joint Stock Company - HOSE: VJC). ອີງຕາມບົດລາຍງານການເງິນ, Vietjet ມີລາຍຮັບສະເພາະຂອງບໍລິສັດໃນໄຕມາດ 4 ປີ 2025 ບັນລຸ 29,035 ຕື້ດົງ (ປະມານ 24.01 ຕື້ກີບ), ເພີ່ມຂຶ້ນ 47% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສຳລັບລາຍຮັບສະເພາະຕະຫຼອດທັງປີແມ່ນບັນລຸ 81,426 ຕື້ດົງ (ປະມານ 67.35 ຕື້ກີບ), ເພີ່ມຂຶ້ນ 14%. ກຳໄລຂັ້ນຕົ້ນສະເພາະຂອງສາຍການບິນໃນປີ 2025 ຢູ່ທີ່ 8,213 ຕື້ດົງ (ປະມານ 6.79 ຕື້ກີບ) ຊຶ່ງເປັນຜົນມາຈາກການຂະຫຍາຍເຄືອຂ່າຍການບິນ ແລະ ຕົ້ນທຶນນ້ຳມັນເຊື້ອໄຟທີ່ຫຼຸດລົງເມື່ອທຽບໃສ່ປີກ່ອນໜ້າ.
ຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ວຽງຈັນ ຊຸດທີ V

ຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ວຽງຈັນ ຊຸດທີ V

ກອງປະຊຸມຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ)ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ)ວຽງຈັນ ຊຸດທີ Vໄດ້ຈັດຂຶ້ນໃນວັນທີ 4 ກຸມພານີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນກຽດເຂົ້າຮ່ວມທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ມີບັນດາຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂົ້າຮ່ວມ.
ລົງນາມ ຜັນຂະຫຍາຍການຫັນເປັນດີຈີຕອນ

ລົງນາມ ຜັນຂະຫຍາຍການຫັນເປັນດີຈີຕອນ

ພິທີເຊັນສັນຍາຜັນຂະຫຍາຍການຫັນເປັນດີຈີຕອນໃຫ້ລັດຖະບານ ລະຫວ່າງລັດວິສາຫະກິດລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ສະຕາໂທລະຄົມ ຈໍາກັດ (ຢູນີເທວ) ຈັດຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ຮ່ວມລົງນາມໂດຍທ່ານ ພົນຈັດຕະວາ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ເອເຊຍ ໂທລະຄົມ ແລະ ທ່ານ ເຈິ່ນ ຈຸງ ຮຶງ ຜູ້ອໍານວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ຈຳກັດ (ຢູນີເທວ) ທັງສອງຝ່າຍເຫັນດີເປັນເອກະພາບ ໃນການສ້າງຕັ້ງສາຍພົວພັນການຮ່ວມມືແບບຍຸດທະສາດ ຮອບດ້ານ ແລະ ຍາວນານ.
ຄົ້ນຄວ້າຮັບຮອງເອົາກາເຄື່ອງໝາຍ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ

ຄົ້ນຄວ້າຮັບຮອງເອົາກາເຄື່ອງໝາຍ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ເພື່ອຄົ້ນຄວ້າຮັບຮອງເອົາກາເຄື່ອງໝາຍ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດໃນວັນທີ 3 ມັງກອນ ຜ່ານມາ ໂດຍການເປັນປະທານຂອງທ່ານ ພັອ ທັດສະພອນ ວົງພະຈັນ ຮອງຫົວໜ້າກົມ 512, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ວັນເຮືອງ ນັນທະຈັກ ນັກວິທະຍາສາດອາວຸໂສ ແລະ ທ່ານ ພົຈວ ສຸກນິລັນດອນ ກຸນລະວົງ ຫົວໜ້າອຳນວຍການວິທະຍາຄານການ ເມືອງ ປກສ, ມີບັນດາກຳມະການສະພາວິທະຍາສາດ ປກສ ແລະ ນັກວິທະຍາສາດກົມ 512 ເຂົ້າຮ່ວມ.
ມອບລົດຖີບ ໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ເຂດຫ່າງໄກສອກຫຼີກ ຢູ່ເມືອງແກ່ນທ້າວ.

ມອບລົດຖີບ ໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ເຂດຫ່າງໄກສອກຫຼີກ ຢູ່ເມືອງແກ່ນທ້າວ.

ໃນຕອນບ່າຍວັນທີ 3 ກຸມພານີ້ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບລົດຖີບໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ຫ່າງໄກສອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງ ຈໍານວນ 16 ຄັນ,ໂດຍເປັນກຽດມອບຂອງທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ຜູ້ບໍລິຫານການສຶກສາ, ຄູສອນ, ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.
ອ່ານກະວີ “ສິນໄຊຖານທີ່ໝັ້ນແຫ່ງຍຸກສະໄໝ” ສົ່ງເສີມພາສາ-ວັນນະຄະດີລາວ

ອ່ານກະວີ “ສິນໄຊຖານທີ່ໝັ້ນແຫ່ງຍຸກສະໄໝ” ສົ່ງເສີມພາສາ-ວັນນະຄະດີລາວ

ງານເສວະນາ ແລະ ອ່ານກະວີເລື່ອງ “ສິນໄຊຖານທີ່ໝັ້ນແຫ່ງຍຸກສະໄໝ” ຕິດພັນກັບບຸນເຂົ້າຈີ່ປະເພນີລາວ ຈັດຂຶ້ນໃນວັນທີ 1 ກຸມພາຜ່ານມາ ທີ່ວັດຕົ້ນຕະກຸນສີຊົມຊື່ນນາຄາຣາມ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ນໍາພາໂດຍພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດຕົ້ນຕະກຸນສີຊົມຊື່ນນາຄາຣາມ, ມີນັກກະວີລາງວັນຊີໄຣ ແລະ ແມ່ນໍ້າຂອງ, ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ມີຄູບາ-ອາຈານ, ນັກປະພັນ-ນັກກະວີເຂົ້າຮ່ວມ.
ມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ແກ່ຄະນະຊາວໜຸ່ມ ກຕທ

ມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ແກ່ຄະນະຊາວໜຸ່ມ ກຕທ

ກະຊວງການຕ່າງປະເທດ (ກຕທ) ໄດ້ຈັດພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ໃນວັນທີ 3 ກຸມພານີ້ ທີ່ກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ພ້ອມທັງມີຄະນະພັກ-ຄະນະນໍາກະຊວງ, ຜູ້ຕາງໜ້າສະຫະພັນກໍາມະບານ ແລະ ສະຫະພັນແມ່ຍິງກະຊວງ, ຜູ້ຕາງໜ້າຄະນະໜ່ວຍພັກ ແລະ ສະມາຊິກຊາວໜຸ່ມຂອງ ກຕທ ພ້ອມດ້ວຍແຂກຖືກເຊີນຈາກສູນກາງຊາວໜຸ່ມ ແລະ ບັນດາ ກະຊວງອ້ອມຂ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ