ຊຸກຍູ້ຂະບວນການຜະລິດ ຂອງກຸ່ມຜະລິດປູກພຶດເປັນສິນຄ້າ

ເຈົ້າເມືອງມຸນລະປາໂມກ ຕິດຕາມຊຸກຍູ້ກຸ່ມຜະລິດປູກພຶດເປັນສິນຄ້າຈຸດດອນພວນ

ເຈົ້າເມືອງມຸນລະປາໂມກ ຕິດຕາມຊຸກຍູ້ກຸ່ມຜະລິດປູກພຶດເປັນສິນຄ້າຈຸດດອນພວນ
ທ້າຍອາທິດຜ່ານມາ, ທ່ານ ວັນນະສັກ ຊາດຕະກູນ ເຈົ້າເມືອງມຸນລະປາໂມກ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງພາຍໃນເມືອງ ໄດ້ລົງຕິດຕາມຊຸກຍູ້ຂະບວນການຜະລິດ ຂອງກຸ່ມຜະລິດປູກພຶດເປັນສິນຄ້າຢູ່ 2 ກຸ່ມຄື: ກຸ່ມບ້ານໄໝ່

 ແລະ ກຸ່ມບ້ານດອນນາງລອຍ (ຈຸດດອນພວນ), ພາຍຫຼັງໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ, ພ້ອມທັງມອບແນວພັນພຶດ ມູນຄ່າ 12,800,000 ກີບ ໃຫ້ກຸ່ມຜະລິດດັ່ງກ່າວ ຊຶ່ງມີ 6 ແນວພັນຄື: ແນວພັນສາລີຂາວເຂົ້າໜຽວ, ສາລີເຫຼືອງຫວານສາຍນ້ຳເຜີ້ງ, ຖົ່ວຝັກຍາວ,ໝາກແຕງ, ໝາກເຜັດ ແລະ ໝາກເຂືອ. ກຸ່ມຜະລິດປູກພຶດເປັນສິນຄ້າ ບ້ານໃໝ່ ແລະ ບ້ານດອນນາງລອຍ ມີທັງໝົດ 25 ຄອບຄົວ, ມີເນື້ອທີປູກ 25.70 ເຮັກຕາ, ສະເລ່ຍລາຍຮັບຂອງແຕ່ລະຄອບຄົວທີ່ໄດ້ຈາກການຂາຍຜົນຜະລິດ 35-40 ລ້ານກີບຕໍ່ຄອບຄົວຕໍ່ປີ.

ໃນການລົງຕິດຕາມຊຸກຍູ້ຂະບວນການຜະລິດຄັ້ງນີ້, ທ່ານເຈົ້າເມືອງໄດ້ຮັບຟັງການລາຍງານ ຂອງຫົວໜ້າກຸ່ມຜະລິດປູກພືດເປັນສິນຄ້າແຕ່ລະກຸ່ມ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນກະທົບ, ສິ່ງທ້າທາຍ ຈາກສັດຕູພືດ ແລະ ໄພທຳມະຊາດທີ່ເກີດຂຶ້ນໃນການຜະລິດ, ພ້ອມນັ້ນທ່ານ ພູວອນ ອຸດົມສຸກ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ກໍໄດ້ແນະນຳ ວິທີການປ້ອງກັນຈາກສັດຕູພຶດ, ເຕັກນິກ ແລະ ການບົວລະບັດຮັກສາ, ວິທີການໃສ່ຝຸ່ນ, ພ້ອມທັງແນະນຳວິທີການຮັບມືກັບທຳມະຊາດທີ່ຈະເກີດຂຶ້ນ.

ໃນໂອກາດນີ້, ທ່ານເຈົ້າເມືອງພ້ອມຄະນະ ໄດ້ເບີ່ງການປູກຖົ່ວດິນຂອງພໍ່ແມ່ປະຊາຊົນຊາວບ້ານດອນນາງລອຍທີ່ເປັນສິນຄ້າ ສ້າງລາຍຮັບຫຼາຍລ້ານກີບຕໍ່ປີຕື່ມອີກ.

(ຂ່າວ-ພາບ: ນ ໜູລີ່ ຊາພັກດີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທຫລ. ພຕ ສະຫຼຸບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ທຫລ. ພຕ ສະຫຼຸບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້ (ທຫລ.ພຕ) ຈັດກອງປະຊຸມສະຫຼຸບຕີລາຄາວຽກງານຄຸ້ມຄອງເງິນຕາຕ່າງປະເທດຢູ່ແຂວງເຊກອງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງເຊກອງ ໂດຍການເປັນປະທານຂອງ ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ຄອນສະຫວັນ ສິງສະຫວັນ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ປະຈໍາພາກໃຕ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປີຜ່ານມາແຂວງວຽງຈັນ ສາມາດປະຕິບັດລາຍຮັບງົບປະມານ ໄດ້ 1,352 ຕື້ກວ່າກີບ.

ປີຜ່ານມາແຂວງວຽງຈັນ ສາມາດປະຕິບັດລາຍຮັບງົບປະມານ ໄດ້ 1,352 ຕື້ກວ່າກີບ.

ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານຂອງພະແນກການເງິນ ແຂວງວຽງຈັນ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຕໍ່ກອງປະຊຸມ ສະຫຼຸບວຽກງານຂອງພະແນກການເງິນແຂວງວຽງຈັນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ທີ່ໄຂຂຶ້ນ ໃນວັນທີ 24 ມີນາ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງວຽງຄຳ ແຂວງວຽງຈັນ ບາງຕອນວ່າ: ການເກັບລາຍຮັບງົບປະມານ ປີ 2025 ແຂວງວຽງຈັນ ສາມາດປະຕິບັດໄດ້ 1,352.60 ຕື້ກີບ, ລື່ນແຜນການ 21.59% ຂອງແຜນການ (ແຜນການ 1,112.45 ຕື້ກີບ).
ເມືອງບໍ່ແຕນ ປາຖະກະຖາ 2 ວັນປະຫວັດສາດຂອງພັກ

ເມືອງບໍ່ແຕນ ປາຖະກະຖາ 2 ວັນປະຫວັດສາດຂອງພັກ

ວັນທີ 24 ມີນານີ້, ຄະນະພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ວາງກະຕ່າດອກໄມ້ຢູ່ທີອານຸສອນສະຖານ ປະທານໄກສອນພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (ວັນທີ 22 ມີນາ 1955- 22 ມີນາ 2026), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 -21 ມີນາ 2026). ຈາກນັນ, ກໍໄດ້ຈັດ ປາຖະກາຖາ 2 ວັນດັ່ງກ່າວຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດປະຖະກາຖາ ໂດຍ ສະຫາຍ ບຸນພະລັງ ວິໄລສັກ ກໍາມະການພັກແຂວງ ເລຂາພັກເມືອງບໍ່ແຕນ ຊອ່ງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການນໍາພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ຊຶ່ງໄດ້ຍົກໃຫ້ເຫັນຕົ້ນກໍາເນີດ, ທາດແທ້ ແລະ ອຸດົມການຂອງພັກ.
ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ໃນໂອກາດຄົບຮອບ 10 ປີ (23 ມີນາ 2016 - 23 ມີນາ 2025) ຂອງການສ້າງຕັ້ງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີຄວາມປິຕິຍິນດີ ທີ່ໄດ້ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ.
ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ລັດຖະມົນຕີ ຮສສ ມອບເຄື່ອງບັນເທົາທຸກສຸກເສີນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ

ວັນທີ 23 ມີນາ ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ ຜ່ານມາ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຢ່າງຮີບດ່ວນ.
ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ວາງກະຕ່າດອກໄມ້ລະນຶກວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ

ໃນຕອນເຊົ້າວັນທີ 24 ມີນາ ນີ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ, ຫ້ອງວ່າການສູນກາງພັກ(ຫສພ) ນຳໂດຍ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ນຳພາຄະນະພັກ, ພະນັກງານນຳພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນຳເອົາກະຕ່າດອກໄມ້ ໄປວາງຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ (24 ມີນາ 1955 – 24 ມີນາ 2026) ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດພວກເຮົາ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ກອງປະຊຸມຄະນະກໍາມະການປົກຄອງແຂວງເຊກອງ ຄັ້ງທີ 2 ສະໄໝທີ XI (ປະຈໍາໄຕມາດ I) ແລະວາງທິດທາງແຜນການປະຈໍາໄຕມາດ II ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ, ມີຄະນະກໍາມະການປົກຄອງເມືອງ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ວັນທີ 23 ມີນາ ນີ້, ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີມອບ-ຮັບ ການຈັດຕັ້ງພະນັກງານການນຳຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ໃນວັນທີ 23 ມີນານີ້, ທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງຢູ່ພາຍໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍມີອົງການຈັດຕັ້ງບ້ານ, ປະຊາຊົນ ແລະ ບັນດາບໍລິສັດ ເຂົ້າຮ່ວມ.
ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ວັນທີ່ 23 ມີນານີ້, ກຸ່ມພະນັກງານນໍາທ່ຽວ ແຂວງຫຼວງພະບາງ ສົມທົບກັບບັນດາ ໂຮງແຮມພາຍໃນແຂວງ ໄດ້ສ້າງຂະບວນການອອກແຮງງານ ເກັບຂີ້ເຫຍື້ອ ໃນເທດສະບານນະຄອນຫຼວງພະບາງໃຫ້ມີຄວາມສະອາດ. ທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການສ້າງຂະບວນການຄັ້ງນີ້,
ເພີ່ມເຕີມ