ນົກທີ່ນໍາໄປປ່ອຍຄັ້ງນີ້, ເປັນນົກຫອນຈຸກແກ້ມແດງ (ນົກກະຫຼິວຫອນຈຸກ) ທີ່ຍຶດໄດ້ຈາກພໍ່ຄ້າຊາວຕ່າງປະເທດ, ໃນມື້ວັນທີ 19 ກັນຍາ 2024 ມີຈໍານວນ 906 ໂຕ, ນົກຫອນຈຸກແກ້ມແດງ ດັ່ງກ່າວແມ່ນປະເພດສັດຄຸ້ມຄອງ ຫຼື ບັນຊີ II ປະກອບດ້ວຍ 61 ຊະນິດ. ໃນນີ້, ສັດລ້ຽງລູກດ້ວຍນົມ 21 ຊະນິດ, ສັດເລຶອຄານ 7 ຊະນິດ, ສັດປີກ 24 ຊະນິດ, ສັດເຄິ່ງບົກ-ເຄິ່ງນໍ້າ 1 ຊະນິດ ແລະ ແມງໄມ້ 8 ຊະນິດ
ການປ່ອຍນົກຄັ້ງນີ້, ໂດຍອີງຕາມກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ) ໃນໝວດທີ II ມາດຕາ 12, ສັດປ່າບັນຊີ II ແມ່ນສັດປ່າທີ່ບໍ່ຖືກໄພຂົ່ມຂູ່ຕໍ່ການສູນພັນ, ມີຄຸນປະໂຫຍດທາງດ້ານລະບົບນິເວດ,ເສດຖະກິດ-ສັງຄົມ ແລະ ການສຶກສາຄົ້ນຄວ້າດ້ານວິທະຍາສາດ, ສັດປ່າ ບັນຊີ II ຕ້ອງມີການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ຄວບຄຸມການນໍາໃຊ້
(ຂ່າວ: ເມືອງອຸທຸມພອນ)
ຄໍາເຫັນ