ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ

ເຈົ້າໜ້າທີ່ອາວຸໂສແອັກແມັກທົບທວນ ແລະວາງທິດທາງກຽມຮ່າງແຜນແມ່ບົດ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS)ໄດ້ຈັດຂຶ້ນໃນວັນທີ 14 ຕຸລານີ້

 

ທີ່ ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECSຂອງ ສປປ ລາວ, ມີເຈົ້າໜ້າທີ່ອາວຸໂສACMECSຈາກ ກໍາປູເຈຍ, ມຽນມາ, ໄທ, ສສຫວຽດນາມເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດແຜນແມ່ບົດ ACMECS(2019-2023) ແລະ ວາງທິດທາງເພື່ອກະກຽມຮ່າງແຜນແມ່ບົດ ACMECS ໃນຕໍ່ໜ້າຂອງຂອບການຮ່ວມມື ACMECS. ພ້ອມດຽວກັນ, ກໍໄດ້ປຶກສາຫາລື ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງບັນດາ 3 ເສົາຄໍ້າຂອງACMECS ຄື: 1. ເສົາຄໍ້າການເຊື່ອມຈອດດ້ານພື້ນຖານໂຄງລ່າງທີ່ໂລ່ງລ່ຽນ; 2. ເສົາຄໍ້າການປະສານສົມທົບກັນດ້ານພື້ນຖານໂຄງບົນທີ່ມີຄວາມກົມກຽວ; 3. ເສົາຄໍ້າການພັດທະນາທີ່ຍືນຍົງ ແລະ ທັນສະໄໝ. ນອກນັ້ນ, ໃນທີ່ປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃນການຈັດກອງປະຊຸມສຸດຍອດ ACMECS ຄັ້ງທີ 10 ທີ່ ສປປ ລາວ ຈະເປັນປະທານໃນເດືອນພະຈິກ 2024 ນີ້, ໂດຍສະເພາະແມ່ນການກະກຽມດ້ານພະລາທິການ, ວາລະກອງປະຊຸມ ແລະ ທາງດ້ານເນື້ອໃນເປັນຕົ້ນຮ່າງຖະແຫຼງການວຽງຈັນທີ່ບັນດາການນໍາຂັ້ນສູງຂອງປະເທດສະມາຊິກທີ່ຈະຮັບຮອງເອົາໃນກອງປະຊຸມສຸດຍອດດັ່ງກ່າວ.

ໃນຕອນບ່າຍຂອງມື້ດຽວກັນ,ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສCLMVຂອງ ສປປ ລາວໄດ້ສືບຕໍ່ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສກຳປູເຈຍ-ລາວ-ມຽນມາ-ຫວຽດນາມCLMV ພາຍໃຕ້ການເປັນປະທານຂອງ ສສ ມຽນມາ ຊຶ່ງມີບັນດາເຈົ້າໜ້າທີ່ອາວຸໂສCLMVແລະ ບັນດາກະຊວງຂະແໜງການກ່ຽວຂ້ອງ ຂອງປະເທດສະມາຊິກCLMV ເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດCLMVຄັ້ງທີ10ຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດແຜນວຽກເພື່ອການພັດທະນາ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (Framework for CLMV Development), ພ້ອມທັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດຂອງບັນດາ8 ໜ່ວຍງານພາຍໃຕ້ຂອບການຮ່ວມມື CLMV ໃນໄລຍະຜ່ານມາ ກໍຄືຂໍ້ສະດວກ, ຂໍ້ຄົງຄ້າງ ແລະຂໍ້ສະເໜີໃນການແກ້ໄຂສິ່ງທ້າທາຍຮ່ວມກັນໃນຕໍ່ໜ້າ ຊຶ່ງບັນດາ 8 ໜ່ວຍງານປະກອບມີ: 1. ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ; 2. ການຮ່ວມມື ດ້ານການຂົນສົ່ງ; 3. ການຮ່ວມມື ດ້ານອຸດສາຫະກໍາ; 4. ການຮ່ວມມື ດ້ານການທ່ອງທ່ຽວ; 5. ການຮ່ວມມື ດ້ານພະລັງງານ; 6.ການຮ່ວມມື ດ້ານການພັດທະນາຊັບພະຍາກອນມະນຸດ; 7. ການຮ່ວມມື ດ້ານກະສິກໍາແລະ 8. ການຮ່ວມມື ດ້ານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ (ICT); ພ້ອມດຽວກັັນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ບັນດາເອກກະສານທີ່ຈະຮັບຮອງໃນກອງປະຊຸມສຸດຍອດ CLMV ຄັ້ງທີ 11.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 9 ກໍລະກົດນີ້ ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ (Mr. Edi Irwan Bin Mahmu) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ຊຶ່ງທ່ານໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ.
ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ໃນວັນທີ 3 ກໍລະກົດ ຜ່ານມາ, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມພົບປະກັບ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະ ມົນຕີ ແລະ ໃຫ້ຄຳໝັ້ນສັນຍາວ່າອົສຕຣາລີຈະສືບຕໍ່ສະໜັບສະໜູນບຸລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງປະເທດອົສຕຣາລີ ແລະ ສປປ ລາວ.
ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ໃນວັນທີ 6 ກໍລະກົດ ຜ່ານມານ ທີ່ນະຄອນຫຼວງໂຣມ ສ ອີຕາລີ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ແຊຈິໂອ ມັດຕາເຣນລາ (H.E. Mr. Sergio Mattarella) ປະທານາທິບໍດີແຫ່ງສາທາລະນະລັດອີຕາລີ ເພື່ອດໍາລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິຕາລີ ຊຶ່ງມີສໍານັກງານຕັ້ງຢູ່ເຊີແນວ ປະເທດສະວິດ.
ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ ໃນວັນທີ 8 ກໍລະກົດນີ້ ທີ່ກະຊວງຍຸຕິທຳ.
ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ໃນ​ວັນ​ທີ 8 ກໍລະກົດນີ້ ທີ່ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້​າຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ​ທ່ານ ອິດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ອິດີ ອີວານ ບິນ ມາມຸດ (Edi Irwan Bin Mahmud) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍສາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ

ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານສື່ສານ ເພື່ອການປ່ຽນແປງພຶດຕິກຳ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນຂະບວນການຈັດຕັ້ງປະຕິບັດວັນສັກວັກຊິນກັນພະຍາດແຫ່ງຊາດ (ວສຊ) ໃຫ້ວັກຊິນກັນພະຍາດໂປລີໂອ 2025 -2026 ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນານີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ບິລາລ ໂອແຮັງ ເຊັບ ດູຣານິ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າ ສະຖາບັນ, ກົມ, ສູນ ອ້ອມຂ້ອງກະຊວງສາທາລະນະສຸກ, ສູນກາງຊາວໜຸ່ມ, ສູນກາງສະຫະພັນແມ່ຍິງລາວ, ສື່ມວນຊົນ, ໜ່ວຍງານສົ່ງເສີມສຸຂະພາບ ແລະ ສຸຂະສຶກສາ ຈາກພະແນກສາທາລະນະສຸກແຂວງຈາກທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ເຄືອຈັກກະພົບ ບາຮາມາສ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ເຄືອຈັກກະພົບ ບາຮາມາສ

ຫວ່າງບໍ່ດົນມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເຄືອຈັກກະພົບ ບາຮາມາສ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ເຄືອຈັກກະພົບ ບາຮາມາສ ແມ່ນ ທ່ານ ສະແຕນ ໂອດູມາ ສະມິດຕ໌ (H.E. Mr. Stan Oduma Smith) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ເຄືອຈັກກະພົບ ບາຮາມາສ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພົບປະກັບ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມນູນິດກູບາ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພົບປະກັບ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມນູນິດກູບາ

ໃນວັນທີ 7 ກໍລະກົດນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ພົບປະຜ່ານຮູບແບບວີດີໂອທາງໄກ ກັບ ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ (Emilio Ratmir Lozada Garcia) ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
ປະທານອົງການກວດສອບແຫ່ງລັດ ຕ້ອນຮັບທູດມາເລເຊຍ ເຂົ້າຢ້ຽມຂໍ່ານັບອໍາລາ

ປະທານອົງການກວດສອບແຫ່ງລັດ ຕ້ອນຮັບທູດມາເລເຊຍ ເຂົ້າຢ້ຽມຂໍ່ານັບອໍາລາ

ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ (Mr. Edi Irwan Bin Mahmu) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທີ່ທ່ານໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ, ໃນວັນທີ 7 ກໍລະກົດນີ້ ທີ່ອົງການກວດສອບແຫ່ງລັດ.
ເພີ່ມເຕີມ