ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ
ໂດຍ: ສຳນານ ພົມພັກດີ ພັກ-ລັດຖະບານ ເວົ້າລວມກໍຄືກະຊວງການເງິນຈະຫັນວຽກງານຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ ໂດຍປະຕິບັດບັນດາກິດຈະກຳທີ່ເປັນບຸລິມະສິດຂອງໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ຫຼື ໂຄງການ DRMM ຊຶ່ງຈະເຮັດໃຫ້ລາຍຮັບງົບປະມານພາຍໃນເພີ່ມຂຶ້ນ, ລວມສູນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້

ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນກ່າວຄວາມເປັນມາຂອງໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝຕໍ່ພິທີເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝເມື່ອບໍ່ດົນມານີ້ວ່າ: ໃນການຈັດຕັ້ງປະຕິບັດໂດຍຈະສຸມໃສ່ພັດທະນາ 4 ດ້ານຄື: ການຫັນເປັນທັນສະໄໝໃນການບໍລິການເສຍອາກອນຜ່ານຊ່ອງທາງດີຈີຕອນໂດຍພັດທະນາຖານຂໍ້ມູນ, ປັດຈຸບັນພວກເຮົານຳໃຊ້ລະບົບ Server ຊຶ່ງບໍ່ສາມາດຮອງຮັບຂໍ້ມູນເປັນຈໍານວນຫຼາຍໄດ້ ຈໍາເປັນຕ້ອງໄດ້ຍ້າຍຂໍ້ມູນໄປໄວ້ຢູ່ຖານຂໍ້ມູນ Cloud ທີ່ສາມາດຮອງຮັບຂໍ້ມູນຂະໜາດໃຫຍ່ ແລະ ພັດທະນາລະບົບເຊື່ອມຕໍ່ອື່ນໆໄດ້ຢ່າງມີປະສິດທິພາບ, ການພັດທະນາລະບົບຄຸ້ມຄອງໃບເກັບເງິນແບບເອເລັກໂຕຣນິກ (E-invoice): ລະບົບດັ່ງກ່າວແມ່ນມີຄວາມສຳຄັນຫຼາຍຕໍ່ຂະແໜງສ່ວຍສາອາກອນ ເພື່ອສົ່ງເສີມການນຳໃຊ້ໃບເກັບເງິນ, ລະບົບ E-Invoice ທີ່ໂຄງການຈະພັດທະນາໃໝ່ນີ້ ຈະຊ່ວຍໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ກວດສອບຄວາມຖືກຕ້ອງຂອງໃບເກັບເງິນອາກອນທີ່ຊໍາລະຜ່ານລະບົບທະນາຄານ, ຊ່ວຍໃຫ້ຜູ້ຂາຍ, ຜູ້ຊື້ມີຄວາມສະດວກ ແລະ ປະຢັດຄ່າໃຊ້ຈ່າຍໃນການຈັດພິມໃບເກັບເງິນ, ການພັດທະນາການວິເຄາະ-ວິໄຈຂໍ້ມູນຄວາມສ່ຽງໃນການຫຼົບຫຼິີກການປະຕິບັດພັນທະອາກອນ: ໂມດູນດັ່ງກ່າວຈະສ້າງຄວາມເຂັ້ມແຂງໃຫ້ກົມສ່ວຍສາອາກອນ ໃນການນໍາໃຊ້ຂໍ້ມູນຈາກຫຼາຍແຫຼ່ງທີ່ມາ ເພື່ອວິເຄາະວິໄຈລາຍຮັບ ແລະ ປະເມີນຄວາມສ່ຽງຜູ້ເສຍອາກອນທີ່ຫຼົບຫຼີກເຊື່ອງອຳລາຍຮັບ ໂດຍລະບົບຈະມີການອອກແບບ ແລະ ພັດທະນາ Platform ເພື່ອວິເຄາະຂໍ້ມູນ ໃນນັ້ນຈະມີການນໍາໃຊ້ຂໍ້ມູນການແຈ້ງ-ມອບພັນທະອາກອນຕ່າງໆ ຂອງຜູ້ເສຍອາກອນໂດຍແຍກເປັນ ປະເພດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ຂະແໜງການດຳເນີນທຸລະກິດ (ການຄ້າ, ການຜະລິດ ແລະ ການບໍລິການ), ການສ້າງຕັ້ງສະຖາບັນການສຶກສາດ້ານອາກອນ (ຫ້ອງຝຶກອົບຮົມ): ເປັນກິດຈະກໍາທີ່ຈະຊ່ວຍເພີ່ມປະສິດທິພາບໃຫ້ຄວາມຮູ້ກ່ຽວກັບວຽກງານສ່ວຍສາອາກອນ ໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ (ສະໜອງອຸປະກອນດ້ານໄອທີ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ) ເພື່ອອໍານວຍຄວາມສະດວກເພີ່ມຂີດຄວາມສາມາດໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ໃນການນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການຈັດເກັບລາຍຮັບໃຫ້ໂປ່ງໃສ, ວ່ອງໄວ ແລະ ສາມາດກວດສອບໄດ້.

ໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ແມ່ນເປັນການສືບຕໍ່ພັດທະນາວຽກງານຄຸ້ມຄອງສ່ວຍສາອາກອນເປັນທັນສະໄໝຢ່າງຕໍ່ເນື່ອງ ຊຶ່ງຈະໄດ້ສຸມໃສ່ບັນດາກິດຈະກຳທີ່ເປັນບຸລິມະສິດ, ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານສ່ວຍສາອາກອນ ແລະ ຜູ້ເສຍອາກອນໃຫ້ມີຄວາມເຂົ້າໃຈຢ່າງລວງເລິກ. ໂຄງການດັ່ງກ່າວເປັນການປະກອບສ່ວນທີ່ສຳຄັນ ແລະ ສອດຄ່ອງກັບແຜນຍຸດທະສາດເສດຖະກິດດີຈີຕອນຂອງລັດຖະບານ ໂດຍມີເປົ້າໝາຍໃນການຈັດເກັບລາຍຮັບຂອງຂະ ແໜງສ່ວຍສາອາກອນໃຫ້ຄົບຖ້ວນ, ເພີ່ມລາຍຮັບພາຍໃນປະເທດໃຫ້ມີຄວາມຍືນຍົງ ໂດຍມີຄາດໝາຍໂຕເລກລາຍຮັບສ່ວຍສາອາກອນຢ່າງໜ້ອຍບໍ່ຫຼຸດ 20% ຂອງ GDP. ເຖິງແມ່ນວ່າ ມີລະບົບການຄຸ້ມຄອງທີ່ທັນສະໄໝ, ມີແຜນງານຈຸດສຸມໃນການຕິດຕາມການຈັດຕັ້ງປະຕິບັດ, ແຕ່ໃນການຈັດຕັ້ງປະຕິບັດຕົວຈິງແລ້ວ ແມ່ນມີຄວາມຈຳເປັນທີ່ສຸດຕ້ອງມີສ່ວນຮ່ວມຈາກຫຼາຍພາກສ່ວນ ລວມທັງພາກລັດ, ພາກທຸລະກິດ ແລະ ທຸກຊັ້ນຄົນໃນສັງຄົມ ໂດຍສະເພາະຜູ້ເສຍອາກອນຕ້ອງໃຫ້ການຮ່ວມມື ໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ການຫັນປ່ຽນຈາກລະບົບທີ່ຂີດຂຽນດ້ວຍມືໄປສູ່ລະບົບດີຈີຕອນທີ່ກ້າວໜ້າ ແລະ ທັນສະໄໝຂຶ້ນກວ່າເກົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2026-2030) ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດວ່າ:
ກອງປະຊຸມຠຄັ້ງປະຖົມມະລືກ ສະພາຜູ້ພິພາກສາສານປະຊາຊົນສູງສຸດ

ກອງປະຊຸມຠຄັ້ງປະຖົມມະລືກ ສະພາຜູ້ພິພາກສາສານປະຊາຊົນສູງສຸດ

ກອງປະຊຸມຄັ້ງປະຖົມມະລືກ ຠສະພາຜູ້ພິພາກສາສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ ແລະ ສະມາຊິກສະພາຜູ້ພິພາກສາເຂົ້າຮ່ວມ.
ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປະຈຳປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທາ ແລະ ກ່າວເປີດກອງປະຊຸມ ໂດຍທ່ານ ຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ຊຶ່ງມີຮອງລັດຖະມົນຕີ ຮອງປະທານອົງການກວດກາແຫ່ງລັດ ຮອງປະທານອົງການກວດສອບແຫ່ງລັດ, ທ່ານຄະນະປົກຄອງນະຄອນຫຼວງວຽງຈັນ-ແຂວງ ແລະ ຜູ້ອໍານວຍການລັດວິສາຫະກິດ, ວິສາຫະກິດເອກະຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄຕພ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ

ຄຕພ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ

ໃນວັນທີ 5 ພຶດສະພາ ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ. ໂດຍການເປັນປະທານຂອງສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ສນຊ ມີຫຼາຍຄາດໝາຍສູ້ຊົນໃນຕໍ່ໜ້າ

ສນຊ ມີຫຼາຍຄາດໝາຍສູ້ຊົນໃນຕໍ່ໜ້າ

ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນສະເໜີແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ.
ບໍລິສັດສັດ ວັງຕັດມາຍນິງກຣຸບ ຈຳກັດ ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງເຊກອງ

ບໍລິສັດສັດ ວັງຕັດມາຍນິງກຣຸບ ຈຳກັດ ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງເຊກອງ

ບໍລິສັດ ວັງຕັດມາຍນິງກຣຸບ ຈຳກັດ ໄດ້ນໍາເອົາຄອມຟິວເຕີ້ ແລະ ປິນເຕີ້ ຈໍານວນ 16 ຊຸດ ລວມມູນຄ່າ 208 ລ້ານກີບ ມອບໃຫ້ອົງການປົກຄອງແຂວງເຊກອງ ເພື່ອນໍາໄປມອບຕໍ່ໃຫ້ 16 ຕາແສງໃນທົ່ວແຂວງ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ຂອງຕົນ.
ຜົນສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຜົນສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V

ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນຂັ້ນແຂວງ ຫົວໜ້າກອງເລຂານຸການ ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງຄໍາມ່ວນ ຊຸດທີ V ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຖະແຫຼງຂ່າວ ມາຍັງບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້-ນັກສຶກສາ, ປັນຍາຊົນ, ກໍາມະກອນ-ກະສິກອນ ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວ ບັນດາເຜົ່າ ໃນທົ່ວແຂວງຄຳມ່ວນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຊາບທົ່ວເຖິງກັນ ໃນຕອນເຊົ້າຂອງວັນທີ 4 ພຶດສະພານີ້
ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ

ມົນລະພິດໝອກຄວັນເກີດຂຶ້ນຈາກການເຜົາສິ່ງເສດເຫຼືອກະສິກໍາ

ສາເຫດຕົ້ນຕໍທີ່ມົນລະພິດໝອກຄວັນເກີດຂຶ້ນແມ່ນເກີດຈາກການເຜົາສິ່ງເສດເຫຼືອຈາກກະສິກໍາ ເຮັດໃຫ້ເກີດມີຈຸດຄວາມຮ້ອນສູງ ຈັດຢູ່ໃນລະດັບອັນຕະລາຍລະດັບທີ 3, ລະດັບຮຸນແຮງສຸດ, ຕໍ່ກັບສະພາບການດັ່ງ ກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂມົນລະພິດ ໝອກຄວັນ ເປັນວຽກງານບຸລິມະສິດໜຶ່ງ ແລະ ໄດ້ເອົາໃຈໃສ່ແກ້ໄຂ.
ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ ສ້າງຂະບວນການອະນາໄມລວມ

ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ ສ້າງຂະບວນການອະນາໄມລວມ

ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສ້າງຂະບວນການອານະໄມລວມພາຍໃນສຳນັກງານຂອງຕົນ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ຂຶ້ນໃນວັນທີ 30 ເມສາ 2026,
ເຜີຍແຜ່ນິຕິກຳ ແລະ ປຶ້ມຄູ່ມືການພົບປະປະຊາຊົນໃຫ້ ສສຊ ແລະ ສສຂ 9 ເຂດເລືອກຕັ້ງ

ເຜີຍແຜ່ນິຕິກຳ ແລະ ປຶ້ມຄູ່ມືການພົບປະປະຊາຊົນໃຫ້ ສສຊ ແລະ ສສຂ 9 ເຂດເລືອກຕັ້ງ

ກອງປະຊຸມເຜີຍແຜ່ນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ປຶ້ມຄູ່ມືການພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໃຫ້ສະມາຊິກ ສສຊ ແລະ ສສຂ ພາກກາງ ແລະ ພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພານີ້ ທີ່ສະໂມສອນໂຮງຮຽນການເມືອງ -ການປົກຄອງ ແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ,ເຂົ້າຮ່ວມມີ ບັນດາທ່ານຮອງປະທານ ສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຈາກ 9 ເຂດເລືອກຕັ້ງຄື: ແຂວງ ວຽງຈັນ, ບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ແຂວງຄໍາມ່ວນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ເພີ່ມເຕີມ