ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ການປູກພືດເປັນຢາປະກອບສ່ວນປົກປັກຮັກສາສິ່ງແວດລ້ອມລະ ບົບນິເວດ ຫຼຸດຜ່ອນພາວະໂລກຮ້ອນ ເປັນການອະນຸລັກພືດເປັນຢາ ປູກຈິດສໍານຶກໃຫ້ເຍົາວະຊົນຄົນຮຸ່ນຫຼັງໃຫ້ຮູ້ຈັກປົກປັກຮັກສາສົ່ງເສີມ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດທີ່ເປັນຢາໃຫ້ມີຄວາມຍືນຍົງ ໂດຍສະເພາະການໃຊ້ພືດທີ່ເປັນຢາມາຜະລິດເປັນຢາພື້ນເມືອງ ຮັບໃຊ້ເຂົ້າໃນການປິ່ນປົວພະຍາດໃຫ້ປະຊາຊົນບັນດາເຜົ່າ ສາມາດສ້າງລາຍຮັບມູນຄ່າມະຫາສານໃຫ້ປະເທດອີກດ້ວຍ.
ແຫຼ່ງຂ່າວ: ສູນຂ່າວສານການແພດສຸຂະສຶກສາ
ຄໍາເຫັນ