![]() |
ລົດໄຟຂ້າມແດນຖ້ຽວ D84/83 ແມ່ນລົດໄຟທີ່ເປີດໃໝ່ຈາກສະຖານີນະຄອນຫຼວງວຽງຈັນ ຫາສະຖານີຄຸນໝິງ ໂດຍຈະເລີ່ມໃຫ້ບໍລິການໃນວັນທີ 7 ກໍລະກົດ 2025 ເປັນຕົ້ນໄປ. ຂະບວນລົດໄຟຖ້ຽວ C86/85 ທີ່ແລ່ນໄປກັບລະຫວ່າງນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ແມ່ນຈະແລ່ນສະເພາະວັນສຸກ, ວັນເສົາ ແລະ ວັນອາທິດຂອງທຸກອາທິດເທົ່ານັ້ນ, ສ່ວນລົດໄຟຖ້ຽວ C98/97 ທີ່ແລ່ນໄປກັບຈາກນະຄອນຫຼວງວຽງຈັນ ຫາຫຼວງພະບາງໃນໄລຍະຜ່ານມາແມ່ນຈະຢຸດໃຫ້ບໍລິການຊົ່ວຄາວ, ເວລາຈະກັບຄືນມາເປີດໃຫ້ບໍລິການແມ່ນອີງຕາມແຈ້ງການຂອງບໍລິສັດເປັນຫຼັກ. ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ການເດີນທາງ, ທ່ານຜູ້ໂດຍສານສາມາດວາງແຜນການເດີນທາງໄດ້ລ່ວງໜ້າ ໂດຍທ່ານສາມາດຊື້ປີ້ລົດໄຟໄດ້ລ່ວງໜ້າ 7 ມື້ຜ່ານແອັບຂາຍປີ້ອອນລາຍ LCR Tickets ແລະ ຫ້ອງຂາຍປີ້ປະຈຳແຕ່ລະສະຖານີ ຫຼື ຈຸດຂາຍປີ້ທົ່ວໄປ.
ຄໍາເຫັນ