ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ
ແຈ່ວປາບໍ້າກຸ້ງຕ້ອງລອງເອກະລັກສະເພາະຂອງເມືອງຊໍາເໜືອ ແຂວງຫົວພັນໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ຂອງຄົນລາວແທ້.
ແຈວປາບາກງຕອງລອງ ໄດຮບຄວາມນຍມໃນງານບນພະທາດຫວງ - image 1
 

 

ທ່ານ ສຸທາກອນ ສອນວິໄຊ ເຈົ້າຂອງແຈ່ວປາບໍ້າກຸ້ງຕ້ອງລອງໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນວັນທີ 1ພະຈິກຜ່ານມາວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈຫຼາຍທີ່ໄດ້ມີໂອກາດເຂົ້າຮ່ວມງານຄັ້ງນີ້ ຖືເປັນຄັ້ງທີ 2 ຕາມການເຊີນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຫົວພັນ. ຊຶ່ງໄດ້ນໍາເອົາຜະລິດຕະພັນແຈ່ວປາບໍ້າກຸ້ງຕ້ອງລອງມາວາງຂາຍໃນຄັ້ງນີ້ປະມານ 3 ໂຕ່ນລາຄາເລີ່ມຕົ້ນກ່ອງນ້ອຍ 30,000 ກີບ, ກ່ອງໃຫຍ່ 150,000 ກີບ, ລາຄາຕໍ່ແພັກ 6 ກ່ອງ 150,000 ກີບພ້ອມນັ້ນຍັງມີແຈ່ວໝາກແຂ່ນ, ແຈ່ວສູບຊຶ່ງມີລາຄາຄືກັນ, ສຳລັບແຈ່ວປາບໍ້າກຸ້ງຕ້ອງລອງໄດ້ຮັບການຢັ້ງຢືນເປັນຜະລິດຕະພັນໂອດັອບໃນປີ 2024 ການເຂົ້າຮ່ວມງານໃນຄັ້ງນີ້ມີລູກຄ້າທີ່ມາຈາກຕ່າງແຂວງ, ຕ່າງປະເທດໃຫ້ຄວາມສົນໃຈເຂົ້າມາອຸດໜູນເປັນຈຳນວນຫຼາຍ. ໃນໄລຍະຜ່ານມາໄດ້ເຂົ້າຮ່ວມງານວາງສະແດງຢູ່ສູນການຄ້າລາວ-ໄອເຕັກ ແລະ ງານຕ່າງໆຖ້າຫາກລູກຄ້າທ່ານໃດສົນໃຈສາມາດເຂົ້າໄປສັ່ງຊື້ໄດ້ທີ່ຕິກຕັອກ ຫຼື ເຟສບຸກ ກຸ້ງຕ້ອງລອງ.

ແຈວປາບາກງຕອງລອງ ໄດຮບຄວາມນຍມໃນງານບນພະທາດຫວງ - image 2
 

ສຳລັບການມາໃນຄັ້ງນີ້ເປັນຂີດໝາຍສຳຄັນຂອງຜະລິດຕະພັນພວກເຮົາ ໂດຍໄດ້ຮັບການສະໜັບສະໜູນຊຸກຍູ້ຈາກພັກ-ລັດໄດ້ມີນະໂຍບາຍຊ່ວຍດ້ານສະຖານທີ່ຮ້ານວາງຂາຍສິນຄ້າພ້ອມທັງໄດ້ມີການສົ່ງເສີມ ແລະ ເປີດກວ້າງໂຄສະນາໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ຊຶ່ງໄດ້ເລີ່ມວາງຂາຍນັບແຕ່ວັນທີ 31 ຈົນເຖິງວັນທີ 5 ພະຈິກ ຊຶ່ງເປັນມື້ສຸດທ້າຍຂອງງານບຸນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນເຄື່ອນຍ້າຍສະຣິຣະສັງຂານຍາທ່ານໃຫຍ່ ມະຫາ ໜູໄຕ ແກ້ວມະນີໄຊຂຶ້ນສູ່ສາລາໂຮງທັມ ວັດຈອມທອງ

ຄໍາມ່ວນເຄື່ອນຍ້າຍສະຣິຣະສັງຂານຍາທ່ານໃຫຍ່ ມະຫາ ໜູໄຕ ແກ້ວມະນີໄຊຂຶ້ນສູ່ສາລາໂຮງທັມ ວັດຈອມທອງ

ຕອນແລງຂອງວັນທີ 10 ກຸມພາ 2026,ຝ່າຍຄະນະພະເຖຣະນຸເຖຣະນໍາໂດຍພະອາຈານໃຫຍ່ ວັນເພັນ ໄຊຍະສອນ ປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງຄໍາມ່ວນ, ຝ່າຍຄາລະວາດກໍຄືຄະນະການນໍາຂັ້ນສູງຂອງແຂວງຄໍາມ່ວນນໍາໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ,ມີຄະນະນໍາຂອງເມືອງທ່າແຂກ, ອະດີດພະນັກງານການນໍາຂັ້ນຕ່າງໆ, ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ, ການຈັດຕັ້ງບ້ານຈອມທອງ ແລະ ອອກຕົນຍາດໂຍມຈາກແຫ່ງຕ່າງໆໄດ້ເຂົ້າຮ່ວມ.
ບັນດາຜູ້ສະໝັກຮັບເລືອກຕັ້ງ ສສຊ ລົງເຄື່ອນໄຫວໂຄສະນາຫາສຽງຢ່າງຄຶກຄື້ນຢູ່ເມືອງຮົ່ມ

ບັນດາຜູ້ສະໝັກຮັບເລືອກຕັ້ງ ສສຊ ລົງເຄື່ອນໄຫວໂຄສະນາຫາສຽງຢ່າງຄຶກຄື້ນຢູ່ເມືອງຮົ່ມ

ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ຢູ່ 3 ບ້ານເທດສະບານຂອງເມືອງຮົ່ມ ໃນນທີ 9 ກຸມພາຜ່ານມາ ຢູ່ທີ່ສະໂມສອນເມືອງຮົ່ມຫຼັງເກົ່າ ຊຶ່ງຄະນະທີ 1 ມີຈຳນວນ 5 ທ່ານຍິງ 1 ທ່ານ, ມີປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ຕະຫລອດຮອດ ອຳນາດການປົກຄອງ 3 ບ້ານ (ບ້ານນໍ້າຄຽນ, ບ້ານຜາລະແວກ, ບ້ານຮົ່ມທາດ) ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ ທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນ.
ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ສະຫຼຸບວຽກງານ ປະຈໍາປີ 2026

ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ສະຫຼຸບວຽກງານ ປະຈໍາປີ 2026

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ2026 ຂອງຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ ຈັດຂຶ້ນໃນວັນທີ 9-10 ກຸມພານີ້ ທີ່ສະໂມສອນສະພາປະຊາຊົນແຂວງເຊກອງ ໂດຍການເປັນປະທານ ຂອງທ່ານ ອາຄົມເດດ ວົງໄຊ ກໍາມະການສໍາຮອງສູນກາງພັກຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ.
ສະມໍລບີ ສ້າງຂະບວນການອະນາໄມລວມ ແກ້ໄຂບັນຫາການຖິ້ມ-ຈູດຂີ້ເຫຍື້ອຊະຊາຍ

ສະມໍລບີ ສ້າງຂະບວນການອະນາໄມລວມ ແກ້ໄຂບັນຫາການຖິ້ມ-ຈູດຂີ້ເຫຍື້ອຊະຊາຍ

ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ ແລະ ການຈູດຂີ້ເຫຍື້ອໃນພື້ນທີ່ສາທາລະນະຍັງເປັນປະເດັນສໍາຄັນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ສຸຂະພາບຂອງປະຊາຊົນເຂດໃກ້ຄຽງ ໂດຍສະເພາະການຖິ້ມໃສ່ພື້ນທີ່ ທີ່ເປັນດິນເປົ່າວ່າງ ປະຊາຊົນບາງກຸ່ມຍັງສວຍໂອກາດບໍ່ເຂົ້າຮ່ວມສັນຍາ. ບັນຫາດັ່ງກ່າວບໍ່ພຽງແຕ່ສະທ້ອນພຶດຕິກໍາສ່ວນບຸກຄົນ ແຕ່ຍັງສະທ້ອນຊ່ອງວ່າງທາງສັງຄົມ, ການສວຍໂອກາດ ແລະ ຄວາມບໍ່ເຂົ້າໃຈດ້ານການຮັບຜິດຊອບຕໍ່ສ່ວນລວມ.
ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ​ ແລະ​ ຜູ້ສະໝັກຮັບເລືອກຕັ້ງ ສສຂ​ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ​ ແລະ​ ຜູ້ສະໝັກຮັບເລືອກຕັ້ງ ສສຂ​ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ

ຄະນະຜູ້ສະໝັກຮັບເລືອກ​ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ)​ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 2 ນໍາໂດຍທ່ານ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ​ ຮ່ວມກັບ​ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ​ V​ ປະຈໍາເຂດເລືອກຕັ້ງ​ເມືອງຊະນະສົມບູນ​ ນໍາໂດຍທ່ານ ຄຳສີ ຫຼິນສະຫວາດ​ ກໍາມະການພັກແຂວງ​ ເລຂາຄະນະບໍລິຫານງານພັກເມືອງ ໄດ້ເຄື່ອນໄຫວໂຄສະນາຫາສຽງພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ ເມືອງຊະນະສົມບູນ​ ໃນຕອນບ່າຍວັນທີ 9 ກຸມພານີ້, ໂດຍມີ​ຄະນະພັກ​ -​ ອົງການປົກຄອງເມືອງ, ອົງການ​ປົກຄອງບ້ານ​ ແລະ​ ພໍ່ແມ່​ປະຊາຊົນ​ພາຍ​ໃນບ້ານ​ນາຫຼົ້ງ ເຂົ້າຮ່ວມຕ້ອນຮັບ.
ບໍລິສັດ ພູເບ້ຍ ມາຍນິ້ງ ມີຫ້ອງຄວບຄຸມລະບົົບການຜະລິດຜ່ານລະບົບຄອມພິວເຕີ

ບໍລິສັດ ພູເບ້ຍ ມາຍນິ້ງ ມີຫ້ອງຄວບຄຸມລະບົົບການຜະລິດຜ່ານລະບົບຄອມພິວເຕີ

ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ, ບໍລິສັດພູເບຍ ມາຍນິ້ງ ກຳກັດ ຕັ້ງຢູ່ບ້ານຫ້ວຍຊາຍ ເມືອງລອງແຈ້ງ ແຂວງໄຊສົມບູນ ຫ່າງຈາກໂຄງການ ພູຄໍາ ປະມານ 25 ກິໂລແມັດ, ໂຄງການດັ່ງກ່າວໄດ້ເລີ່ມການຜະລິດໃນປີ 2012, ໂດຍນໍາໃຊ້ວິທີການຂຸດຄົ້ນແບບບໍ່ເທິງໜ້າດິນ ຊຶ່ງວິທີການຂຸດຄົ້ນທີ່ໄດ້ນໍາໃຊ້ຢ່າງກວ້າງຂວາງໃນວົງການອຸດສາຫະກຳບໍ່ແຮ່ ແລະ ປ້ອນແຮ່ເຂົ້າໂຮງງານຜະລິດປຸງແຕ່ງ ທີ່ນໍາໃຊ້ລະບົບຈັບແຮ່ດ້ວຍທາດກາກບອນ (CIL) ແລະ ໃຊ້ຕາໜ່າງແຍກແຮ່ ແບບແຮງໂນ້ມທ່ວງ (gravity).
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງຫາສຽງ ແລະ ສະເໜີໂຕ ຢູ່ເມືອງຮົ່ມ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງຫາສຽງ ແລະ ສະເໜີໂຕ ຢູ່ເມືອງຮົ່ມ

ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຄະນະທີ 2 ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕ ຕໍ່ຜູ້ມີສິດເລືອກຕັ້ງ ຢູ່ເມືອງຮົ່ມ ໃນຕອນເຊົ້າຂອງວັນທີ 9 ກຸມພານີ້ ທີ່ສະໂມສອນຫຼັງໃໝ່ຂອງເມືອງ ໂດຍການນໍາພາຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ຜູ້ສະໝັກເບີ 2 ພ້ອມດ້ວຍຄະນະຜູ້ສະໝັກທັງໝົດຈໍານວນ 5 ທ່ານ ຍິງ 1 ທ່ານ ໂດຍມີຄະນະນໍາຂອງເມືອງຮົ່ມ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ ເຂົ້າຮ່ວມຕ້ອນຮັບ ຢ່າງຟົດຟື້ນ.
ອົງການເກັບກູ້ລະເບີດແມັກ ສະຫຼຸບທ້າຍໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ

ອົງການເກັບກູ້ລະເບີດແມັກ ສະຫຼຸບທ້າຍໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ

ອົງການເກັບກູ້ລະເບີດ (ແມັກ) ໄດ້ຈັດກອງປະຊຸມສະຫຼຸບທ້າຍໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ ຂຶ້ນໃນວັນທີ 9 ກຸມພາ 2026 ທີ່ຣີສອດສາຍພູຫຼວງ ເມືອງບົວລະພາ ແຂວງຄໍາມ່ວນໄລຍະ VIII ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ປະທານຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນແຂວງ ເປັນປະທານກອງປະຊຸມ. ໃນກອງປະຊຸມມີຜູ້ແທນຈາກພາກສ່ວນທີ່ກ່ຽວຂ້ອງທັງລະດັບສູນກາງ, ທ້ອງຖິ່ນ, ອົງການສາກົນ, ອໍານາດການປົກຄອງເມືອງ ແລະ ບ້ານເປົ້າໝາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ.

ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ.

ໃນລະຫ່ວາງວັນທີ 8-9 ກຸມພານີ້, ຂະບວນການລົງຫາສຽງຂອງບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີ ຕົວ ແລະ ໂຄສະນາຫາສຽງຢູ່ເມືອງໃໝ່ ຊຶ່ງເປັນເມືອງທຳອິດໃນການລົງໂຄສະນາຫາສຽງ ໂດຍການນຳພາຂອງ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ນໍ້າເບີ 1 ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ພ້ອມດ້ວຍບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 9 ທ່ານ ຍິງ 2 ທ່ານ, ໂດຍການຕ້ອນຮັບຂອງທ່ານ ທອງຄູນ ໄຊຍະຄອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍຄະນະການນຳຂັ້ນເມືອງ, ພະນັກງານ - ລັດຖະກອນ, ທະຫານ - ຕໍາຫຼວດ ອ້ອມຂ້າງເມືອງ, ອົງການປົກຄອງບ້ານ, ຕະຫຼອດຮອດປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ 4 ບ້ານຄື: ບ້ານນາຊອງ, ບ້ານນໍ້າງາ, ບ້ານຫ້ວຍຈີກ ແລະ ບ້ານນາງກາງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໂຄສະນາຫາສຽງ ຢູ່ເມືອງຫຼວງນໍ້າທາ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໂຄສະນາຫາສຽງ ຢູ່ເມືອງຫຼວງນໍ້າທາ

ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງພົບປະຜູ້ມີສິດເລືອກຕັ້ງຢູ່ສະໂມສອນເມືອງຫຼວງນໍ້າທາ ໃນວັນທີ 9 ກຸມພານີ້, ຊຶ່ງນໍາໂດຍທ່ານນາງ ປິ່ງຄໍາ ລາຊະສີມມາ ກໍາມະການສູນກາງພັກ ຄະນະກໍາມະການເລືອກຕັ້ງລະດັບຊາດ, ມີບັນດາທ່ານຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 3 ແລະ ສສຂ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ, ມີຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ມີພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.
ເພີ່ມເຕີມ