ຈີນ ໄດ້ຮັບການເລືອກຕັ້ງເປັນປະທານກອງປະຊຸມໃຫຍ່ປະເທດພາຄີສົນທິສັນຍາປີ 1970

ຈີນ ໄດ້ຮັບການເລືອກຕັ້ງເປັນປະທານກອງປະຊຸມໃຫຍ່ປະເທດພາຄີສົນທິສັນຍາປີ 1970

ຈີນ ໄດ້ຮັບການເລືອກຕັ້ງເປັນປະທານກອງປະຊຸມໃຫຍ່ປະເທດພາຄີສົນທິສັນຍາປີ 1970
ຂ່າວສານຊີອາໄອລາຍງານໃນວັນທີ 20 ພຶດສະພາ ຜ່ານມາວ່າ: ກອງປະຊຸມໃຫຍ່ປະເທດພາຄີຂອງ “ສົນທິສັນຍາວ່າດ້ວຍວິທີເກືອດຫ້າມ ແລະ ປ້ອງກັນບໍ່ໃຫ້ສົ່ງອອກ ແລະ ນຳເຂົ້າຊັບສິນດ້ານວັດທະນະທຳຢ່າງຜິດກົດໝາຍ ພ້ອມທັງໂອນສິດທິຄອບຄອງຢ່າງຜິດກົດໝາຍ” ທີ່ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳ ຂອງ ສະຫະປະຊາຊາດ ຫຼື UNESCO ໄດ້ຮັບຮອງໃນປີ 1970 ຄັ້ງທີ 8 ໄດ້ເປີດຂຶ້ນຢູ່ນະຄອນຫຼວງປາຣີຂອງຝຣັ່ງໃນວັນທີ 19 ພຶດສະພາ ຜ່ານມາ, ຈີນໄດ້ຮັບການເລືອກຕັ້ງເປັນປະເທດປະທານກອງປະຊຸມໃຫຍ່ປະເທດພາຄີຄັ້ງນີ້ ຊຶ່ງເປັນຄັ້ງທຳອິດທີ່ຈີນເປັນປະເທດປະທານກອງປະຊຸມໃຫຍ່ດັ່ງກ່າວ.

 

 

ຈີນໄດ້ຮັບການອະນຸມັດເຂົ້າຮ່ວມສົນທິສັນຍາດັ່ງກ່າວໃນປີ 1989. ຫຼັງຈາກນັ້ນ, ຈີນໄດ້ເຄົາລົບ ແລະ ປະຕິບັດຕາມຈິດໃຈຂອງສົນທິສັນຍາຢ່າງຕັ້ງໜ້າມາໂດຍຕະຫຼອດ ຊຶ່ງໄດ້ໃຊ້ມາດຕະການຕ່າງໆຢູ່ພາຍໃນປະເທດເພື່ອປ້ອງກັນ ແລະ ປາບປາມການສົ່ງອອກ ແລະ ນຳເຂົ້າຊັບສິນດ້ານວັດທະນະທຳຢ່າງຜິດກົດໝາຍ ພ້ອມທັງການໂອນສິດທິຄອບຄອງຢ່າງຜິດກົດໝາຍ, ນອກຈາກນັ້ນ, ຈີນຍັງໄດ້ປັບປຸງລະບົບກົດໝາຍ ແລະ ລະບຽບການກ່ຽວກັບການອະນຸລັກວັດຖຸບູຮານພາຍໃນປະເທດໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ກົດໝາຍ ແລະ ລະບຽບການເຫຼົ່ານີ້ມີຄວາມສອດຄ່ອງກັບຫຼັກການ ແລະ ຄວາມຮຽກຮ້ອງຕ້ອງການຂອງສົນທິສັນຍາດັ່ງກ່າວ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ ອະດີດປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຖິງແກ່ມໍລະນະກຳ ໃນເວລາ 22 ໂມງ 51 ນາທີ ຂອງວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ.
ຈຳນວນຄົນເຈັບພະຍາດໝາກແດງ ໃນສະຫະລັດ ອາເມຣິກາ ຍັງສືບຕໍ່ເພີ່ມຂຶ້ນ

ຈຳນວນຄົນເຈັບພະຍາດໝາກແດງ ໃນສະຫະລັດ ອາເມຣິກາ ຍັງສືບຕໍ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດ ອາເມຣິກາ (CDC) ລະບຸວ່າ: ພົບຄົນເຈັບພະຍາດໝາກແດງ ຈໍານວນ 1,024 ຄົນແລ້ວໃນປີ 2025 ຊຶ່ງເພີ່ມຂຶ້ນຢ່າງຫຼວງຫຼາຍຈາກປີກ່ອນ, ໂດຍພົບການລະບາດຂອງພະຍາດໝາກແດງ 14 ຄັ້ງໃນທົ່ວປະເທດ ຊຶ່ງການລະບາດແຕ່ລະຄັ້ງຈະນັບໃນກໍລະນີທີ່ມີຜູ້ຕິດເຊື້ອ 3 ຄົນຂຶ້ນໄປ.
AI ເປັນໄພຂົ່ມຂູ່ຕໍ່ວຽກງານຂອງແມ່ຍິງຫຼາຍກວ່າວຽກງານຂອງຜູ້ຊາຍ

AI ເປັນໄພຂົ່ມຂູ່ຕໍ່ວຽກງານຂອງແມ່ຍິງຫຼາຍກວ່າວຽກງານຂອງຜູ້ຊາຍ

ຂ່າວຕ່າງປະເທດລາຍງານ; ອົງການແຮງງານສາກົນ (ILO) ຂອງສະຫະປະຊາຊາດ ໄດ້ເປີດເຜີຍບົດລາຍງານສະບັບໃໝ່ ໃນວັນທີ 20 ພຶດສະພາ ຜ່ານມາວ່າ: ເຕັກໂນໂລຊີປັນຍາປະດິດ (AI) ມີຜົນກະທົບອັນໃຫຍ່ຫຼວງຕໍ່ວຽກເຮັດງານທຳຂອງແມ່ຍິງຫຼາຍກວ່າຜູ້ຊາຍ ໂດຍສະເພາະໃນປະເທດທີ່ມີລາຍຮັບສູງ, ບົດລາຍງານພົບວ່າ 9.6% ຂອງວຽກທີ່ແມ່ຍິງເຮັດມີທ່າອ່ຽງທີ່ຈະຫັນປ່ຽນໂດຍ AI, ເມື່ອທຽບກັບ 3.5% ຂອງວຽກທີ່ຜູ້ຊາຍເຮັດ, ເນື່ອງຈາກວ່າ AI ມີບົດບາດເພີ່ມຂຶ້ນໃນວຽກງານບໍລິຫານ ແລະ ເລຂານຸການ.
ອາຫານໄຂມັນສູງ ເປັນອັນຕະລາຍຕໍ່ລຳໄສ້

ອາຫານໄຂມັນສູງ ເປັນອັນຕະລາຍຕໍ່ລຳໄສ້

ຂ່າວຕ່າງປະເທດລາຍງານໃນວັນທີ 20 ພຶດສະພາ ຜ່ານມາວ່າ: ຜົນການສຶກສາຈາກສະຖາບັນ Walter ແລະ Eliza Hall (WEHI) ຊຶ່ງເປັນສະຖາບັນການແພດທີ່ເກົ່າແກ່ທີ່ສຸດຂອງອົສຕຣາລີ ເປີດເຜີຍວ່າ: ການກິນອາຫານທີ່ມີໄຂມັນສູງພຽງແຕ່ສອງສາມຄັ້ງສາມາດເຮັດໃຫ້ລະບົບພູມຕ້ານທານຕາມທໍາມະຊາດຂອງລໍາໄສ້ອ່ອນແອຢ່າງໄວວາ ຈົນກະຕຸ້ນໃຫ້ເກີດການອັກເສບທີ່ຍາວນານກ່ອນທີ່ອາການຈະປະກົດ.
ກອງປະຊຸມອະນາໄມໂລກ ສຸມໃສ່ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ

ກອງປະຊຸມອະນາໄມໂລກ ສຸມໃສ່ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 19 ພຶດສະພາ ຜ່ານມາ, ກອງປະຊຸມອະນາໄມໂລກຄັ້ງທີ 78 ໄດ້ເປີດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດ, ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ”.
ຍີ່ປຸ່ນຄາດວ່າ ປີ 2040 ອາດຂາດແຄນແຮງງານດ້ານ AI - ຫຸ່ນຍົນ 3 ລ້ານກວ່າຄົນ

ຍີ່ປຸ່ນຄາດວ່າ ປີ 2040 ອາດຂາດແຄນແຮງງານດ້ານ AI - ຫຸ່ນຍົນ 3 ລ້ານກວ່າຄົນ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ພຶດສະພາ ຜ່ານມາ; ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນ ຄາດຄະເນວ່າ: ໃນປີ 2040, ຍີ່ປຸ່ນຈະປະສົບກັບການຂາດແຄນແຮງງານ ຈຳນວນ 3.26 ລ້ານຄົນ ໃນສາຂາປັນຍາປະດິດ (AI) ແລະ ຫຸ່ນຍົນ, ເນື່ອງຈາກຍີ່ປຸ່ນຈະຕ້ອງການແຮງງານທີ່ຊ່ຽວຊານດ້ານໄອທີ ແລະ ຫຸ່ນຍົນ ຈຳນວນ 4.98 ລ້ານຄົນ ໃນໄລຍະເວລາດັ່ງກ່າວ. ເຖິງຢ່າງໃດກໍຕາມ, ດ້ວຍອັດຕາການພັດທະນາຊັບພະຍາກອນມະນຸດໃນປັດຈຸບັນ, ຈະເຮັດໃຫ້ມີແຮງງານພຽງ 1,72 ລ້ານຄົນ ເທົ່ານັ້ນ.
ເລຂາທິການໃຫຍ່ ຫວຽດນາມ ຕ້ອນຮັບຫົວໜ້າສູນມໍລະດົກໂລກ ຂອງ UNESCO

ເລຂາທິການໃຫຍ່ ຫວຽດນາມ ຕ້ອນຮັບຫົວໜ້າສູນມໍລະດົກໂລກ ຂອງ UNESCO

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ ຢູ່ສຳນັກງານສູນກາງພັກ ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ລາຊາເຣ ອີລຸນດູ ແອັສໂຊໂມ ຫົວໜ້າສູນມໍລະດົກໂລກ ຂອງອົງການເພື່້ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສະຫະປະຊາຊາດ ຫຼື UNESCO.
​ກະ​ຕຸ້ນ​ພະ​ລັງຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງວັດ​ທະ​ນະ​ທຳ​ຈີນ ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ

​ກະ​ຕຸ້ນ​ພະ​ລັງຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງວັດ​ທະ​ນະ​ທຳ​ຈີນ ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ

ວັນ​ທີ 18 ພຶດ​ສະ​ພາ ຜ່ານມານີ້ ເປັນ​ວັນ​ຫໍ​ພິ​ພິ​ທະ​ພັນ​ສາ​ກົນ​ ຄົບ​ຮອບ 49 ປີ. ຫໍ​ພິ​ພິ​ທະ​ພັນ​ເປັນ​ຫໍ​ວິ​ມານ​ທີ່​ສຳ​ຄັນ​ແຫ່ງ​ການ​ອະ​ນຸ​ລັກ​ ແລະ ​ສືບ​ທອດ​ອະ​ລິ​ຍະ​ທຳ​ມະ​ນຸດ, ເປັນ​​ຂົວ​ຕໍ່​ທີ່​ເຊື່ອມ​ຈອດ​ອະ​ດີດ, ປັດ​ຈຸ​ບັນ​ ແລະ​ ອະ​ນາ​ຄົດ. ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ເວົ້າ​ວ່າ: “ເມື່ອ​ຂ້າ​ພະ​ເຈົ້າ​ເດີນ​ທາງໄປ​​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ທ້ອງ​ຖິ່ນ, ຈະ​ຕ້ອງ​ຍາດ​ເວ​ລາ​ໄປ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ.”
ຝຣັ່ງ ປະກາດການລົງທຶນໃໝ່ 20 ຕື້ເອີໂຣ ໃນກອງປະຊຸມສຸດຍອດດ້ານການລົງທຶນ

ຝຣັ່ງ ປະກາດການລົງທຶນໃໝ່ 20 ຕື້ເອີໂຣ ໃນກອງປະຊຸມສຸດຍອດດ້ານການລົງທຶນ

ຂ່າວຕ່າງປະເທດລາຍງານ; ທ່ານ ແອມມານຸຍແອນ ມາຄຣົງ ປະທານາທິບໍດີຝຣັ່ງ ປະກາດໃນວັນທີ 19 ພຶດສະພາ ຜ່ານມາວ່າ: ໄດ້ມີການຢືນຢັນການລົງທຶນໃໝ່ປະມານ 20 ຕື້ເອີໂຣ (22.49 ຕື້ໂດລາ) ໃນລະຫວ່າງກອງປະຊຸມສຸດຍອດດ້ານການລົງທຶນ (Choose France International Business Summit) ຄັ້ງທີ 8 ທີ່ຈັດຂຶ້ນໃນພະລາຊະວັງ ແວຊາຍ ປະເທດຝຣັ່ງ.
ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພຶດສະພາ ຜ່ານມາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ໄດ້ຕອບຄຳສຳພາດຂອງນັກຂ່າວ “TV BRICS” ວ່າ: ບັນດາປະເທດສະມາຊິກອາຊຽນ ພວມປະຕິບັດບາດກ້າວຟື້ນຕົວແນວຄວາມຄິດສ້າງຕັ້ງກອງທຶນເງິນຕາສະເພາະ, ໃນສະພາບການຄວນຍູ້ແຮງການຫັນປ່ຽນ, ພິເສດແມ່ນຂົງເຂດການເງິນ.
ເພີ່ມເຕີມ