ຈີນ ຍົກ​ສູງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ເພື່ອຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ

ຈີນ ຍົກ​ສູງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ເພື່ອຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ

ຈີນ ຍົກ​ສູງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ເພື່ອຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ
ເນື່ອງ​ໃນ​ໂອ​ກາດ ວັນສ້າງຕັ້ງສາຍພົວພັນການທູດຈີນ - ລາວ ຄົບຮອບ 64 ປີ(25/4/1961-25/4/2025), ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ-ຈີນ ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນ.

ຖາມ: ໄລຍະມໍ່ໆມານີ້ ສູນກາງພັກກອມມູນິດຈີນ ໄດ້ເປີດກອງປະຊຸມ

ວຽກງານປະເທດອ້ອມຂ້າງຂັ້ນສູນກາງຂຶ້ນ, ຂໍໃຫ້ທ່ານແນະນໍາກ່ຽວກັບ

ສະພາບເນື້ອໃນການຈັດກອງປະຊຸມວຽກງານປະເທດອ້ອມຂ້າງຂອງ

ຈີນ ແລະ ທ່ານຄິດວ່າ ການພົວພັນ ຈີນ-ລາວ ຈະມີທິດທາງການ

ພັດທະນາໃນຕໍ່ໜ້າຄືແນວໃດ?

ໃນໄລຍະມໍ່ໆມານີ້ ປະເທດຈີນຫາກໍສຳເລັດກອງປະຊຸມວຽກງານປະເທດອ້ອມຂ້າງຂັ້ນສູນກາງພັກຂອງພັກກອມມູນິດຈີນ, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ມີຄໍາເຫັນສໍາຄັນ ແລະ ໄດ້ສັງລວມຢ່າງເປັນລະບົບ ກ່ຽວກັບຜົນສຳເລັດ ແລະ ບົດຮຽນການເຮັດວຽກງານກັບປະເທດອ້ອມຂ້າງຈີນ ໃນໄລຍະໃໝ່, ທັງໄດ້ວິເຄາະສະຖານະການ ແລະ ກໍານົດທິດທາງໜ້າທີ່ເປົ້າ ໝາຍ, ແນວຄິດມາດຕະການສຳລັບວຽກງານກັບປະເທດອ້ອມຂ້າງໃນໄລຍະຕໍ່ໜ້າ ເນັ້ນໜັກວ່າປະເທດຈີນ ຕ້ອງໄດ້ຍົກສູງຄັນທຸງຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຖືເອົາການສ້າງສັນຕິພາບ, ຄວາມສະຫງົບສຸກ, ຄວາມຈະເລີນຮຸ່ງເຮືອງ, ຄວາມສວຍງາມ ແລະ ມິດຕະພາບ ເປັນເປົ້າໝາຍຍາວນານຮ່ວມກັນ, ຖືເອົາການເປັນບ້ານໃກ້ເຮືອນຄຽງທີ່ດີ, ບ້ານໃກ້ເຮືອນຄຽງທີ່ສະຫງົບ, ບ້ານໃກ້ເຮືອນຄຽງທີ່ຮັ່ງມີ, ສະໜິດສະໜົມ, ຈິງໃຈ, ເອື້ອອຳນວຍ, ໃຈກວ້າງ ແລະ ຮ່ວມຊາຕາກຳດຽວກັນເປັນແນວທາງດ້ານແນວຄິດ, ຖືເອົາສັນຕິພາບ, ການຮ່ວມມື, ເປີດກວ້າງ ແລະ ໃຈກວ້າງຮັບເອົາກັນ ເປັນຄ່ານິຍົມຂອງທະວີບອາຊີ ເປັນບ່ອນອີງ, ຖືເອົາການຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ເປັນເວທີຫຼັກ, ຖືເອົາຮຸບແບບການຮັກສາຄວາມໝັ້ນຄົງຂອງທະວີບອາຊີ ທີ່ຖືການຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ, ສະແຫວງຫາຄວາມຄ້າຍຄືກັນໃນຄວາມແຕກຕ່າງກັນ, ເຈລະຈາປຶກສາຫາລືເປັນສິ່ງຄໍ້າປະກັນດ້ານຍຸດທະສາດ, ຈັບມືກັນກັບປະເທດອ້ອມຂ້າງຮ່ວມກັນສ້າງອະນາຄົດທີ່ສວຍງາມ. ເວົ້າລວມແລ້ວ, ພວກເຮົາຈະຮ່ວມກັບປະເທດອ້ອມຂ້າງຈີນລົງເລິກຮັດແໜ້ນຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນທາງດ້ານຍຸດທະສາດ, ສະໜັບສະໜູນໃຫ້ປະເທດໃນພາກພື້ນເດີນຕາມເສັ້ນທາງການພັດທະນາຂອງຕົນຢ່າງໝັ້ນທ່ຽງ, ລົງເລິກການເຊື່ອມໂຍງການພັດທະນາ, ສ້າງຕາໜ່າງເຊື່ອມໂຍງເຊື່ອມຈອດດ້ວຍລະດັບສູງ, ຮ່ວມກັນຮັບມືສິ່ງທ້າທາຍນາໆປະການ, ຂະຫຍາຍການພົວພັນແລກປ່ຽນກັນ, ສ້າງເປັນປະຊາຄົມຮ່ວມຊາຕາກຳ ລະຫວ່າງຈີນ ກັບປະເທດອ້ອມຂ້າງຂອງຕົນ.

ຝ່າຍຈີນກຳລັງຍູ້ແຮງຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມ. ສະຫາຍ ປະທານປະເທດ ສີຈິ້ນຜິງ ກໍໄດ້ເປັນແບບຢ່າງໃນການນໍາໜ້າຈັດຕັ້ງປະຕິບັດ, ໄລຍະມໍ່ໆມານີ້ໄດ້ໄປຢ້ຽມຢາມຫວຽດນາມ, ມາເລເຊຍ ແລະ ກຳປູເຈຍ ຕາມລຳດັບ, ໄດ້ເຫັນດີເປັນເອກະພາບກັບ ຝ່າຍຫວຽດນາມໃນການເລັ່ງລັດກໍ່ສ້າງການເປັນຄູ່ຮ່ວມຊາຕາກຳ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ, ໄດ້ຮ່ວມກັບຝ່າຍມາເລເຊຍ ປະກາດການສ້າງເປັນຄູ່່ຮ່ວມຊາຕາກຳ ຈີນ-ມາເລເຊຍ ທ່ີ່ມີລັກສະນະຍຸດທສາດລະດັບສູງ, ໄດ້ຮ່ວມກັບຝ່າຍກຳປູເຈຍປະກາດຍົກລະດັບການພົວພັນຈີນ-ກຳປູເຈຍ ຂຶ້ນເປັນຄູ່ຮ່ວມຊາຕາກໍາຮອບດ້ານຈີນ-ກຳປູເຈຍ ໃນຍຸກໃໝ່. ໃນສະພາບເບື້ອງຫຼັງທີ່ຖືກຜົນກະທົບຈາກລັດທິຝ່າຍດຽວ ແລະ ການເມືອງຂອງປະເທດມະຫາອຳນາດ, ການຢ້ຽມຢາມຄັ້ງນີ້ໄດ້ຂຽນປະຫວັດສາດໜ້າໃໝ່ຂອງການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນກັບປະເທດອ້ອມຂ້າງ, ໄດ້ສະຫຼັກໃຫ້ເຫັນບັນຍາກາດໃໝ່ຂອງການຊຸກຍູ້ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງລະຫວ່າງຈີນ ກັບປະເທດອ້ອມຂ້າງ, ໄດ້ເປັນການເພີ່ມເຕີມຄວາມແນ່ນອນຫຼາຍຂຶ້ນກວ່າເກົ່າ ແລະ ເພີ່ມກຳລັງຂັບເຄື່ອນທີ່ເຂັ້ມແຂງກວ່າເກົ່າໃຫ້ແກ່ການພັດທະນາຂອງພາກພື້ນ.

ປະເທດອ້ອມຂ້າງຈີນ ແມ່ນພື້ນຖານທີ່ສໍາຄັນຂອງປະເທດຈີນໃນການພັດທະນາໄປສູ່ຄວາມຈະເລີນຮຸ່ງເຮືອງ, ເປັນຈຸດສໍາຄັນຂອງການປົກປັກຮັກສາຄວາມໝັ້ນຄົງຂອງຊາດ, ເປັນວຽກງານບູລິມະສິດທຳອິດໃນການເຄື່ອນໄຫວວຽກງານຕ່າງປະເທດລວມ ແລະ ເປັນຂໍກະແຈສໍາຄັນໃນການຊຸກຍູ້ກໍ່ສ້າງເປັນປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປະເທດລາວ ແລະ ປະເທດຈີນ ມີສາຍພູສາຍນໍ້າຕິດຈອດກັນ, ແມ່ນສະຫາຍອ້າຍນ້ອງທີ່ພິເສດນໍາກັນ. ຝ່າຍຈີນຍາມໃດກໍຈະສືບຕໍ່ຊຂຸກຍູ້ການພົວພັນ ຈີນ-ລາວ ຈາກທິດທາງບຸລິມະສິດຂອງວຽກການຕ່າງປະ ເທດກັບປະເທດອ້ອມຂ້າງ ແລະ ຈາກມູມມອງລະດັບສູງດ້ານຍຸດທະສາດຂອງການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ, ຍິນດີຮ່ວມກັບຝ່າຍລາວຢຶດໝັ້ນຖືເອົາຄວາມຮັບຮູ້ຮ່ວມກັນອັນສໍາຄັນຂອງການນໍາສູງສຸດສອງພັກ, ສອງລັດ ເປັນທິດນໍາ, ເພີ່ມທະວີີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະ ກັນດ້ານຍຸດທະສາດ, ບຸກເບີກການຮ່ວມມືຮູບປະທຳ, ສືບທອດເສີມຂະຫຍາຍມູນເຊື້ອມິດຕະພາບ, ອອກແຮງປາບປາມການຕົວະຕົ້ມທາງອິນເຕີເນັດ, ການພະນັນ ແລະ ການກະທຳຜິດກົດໝາຍຂ້າມແດນອື່ນໆ, ຮ່ວມກັນແບກຫາບຄັນທຸງຂອງສັງຄົມນິຍົມໃຫ້ດີ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ.

ຖາມ: ພວກຂ້າພະເຈົ້າໄດ້ສັງເກດເຫັນວ່າກອງປະຊຸມວຽກງານປະເທດອ້ອມຂ້າງ ຂັ້ນສູນກາງຂອງພັກກອມມູນິດຈີນໄດ້ເນັ້ນໜັກວ່າ ປັດຈຸບັນພວມຢູ່ໃນໄລຍະສໍາຄັນຂອງການປ່ຽນ ແປງ ອັນເລິກເຊິ່ງທີ່ເຊື່ອມໂຍງກັນລະຫວ່າງສະພາບການຂອງປະເທດອ້ອມຂ້າງ ແລະ ຂອງໂລກ. ໄລຍະມໍ່ໆມານີ້ ອາເມຣິກາໄດ້ດຳເນີນສົງຄາມພາສີຕໍ່ປະເທດລາວ, ປະເທດຈີນ ແລະ ບັນດາປະເທດໃນພາກພື້ນ, ໃນນັ້ນ “ການກໍານົດພາສີເທົ່າທຽມກັນ” ຕໍ່ປະເທດລາວ ມີອັດຕາສູງເຖິງ 48%. ຕໍ່ບັນຫານີ້ ຝ່າຍຈີນມີຄໍາຄິດເຫັນແນວໃດ?

ອາເມຣິກາ ໄດ້ປະກາດການເພີ່ມພາສີຕໍ່ຄູ່ຮ່ວມມືການຄ້າທັງໝົດຂອງຕົນ ດ້ວຍຄໍາຂວັນ “ຄວາມເທົ່າທຽມກັນ”, ພ້ອມນັ້ນຍັງໄດ້ບັງຄັບໃຫ້ແຕ່ລະຝ່າຍເຈລະຈາ “ກ່ຽວກັບພາສີເທົ່າທຽມກັນ” ກັບອາເມຣິກາ. ນີ້ເປັນການໃຊ້ “ຄວາມເທົ່າທຽມກັນ” ເປັນຂໍ້ອ້າງ, ນີ້ເປັນການສົ່ງເສີມການເມືອງປະເທດມະຫາອຳນາດ ແລະ ການກົດຂີ່ ໃຊ້ອຳນາດໃນຂົງເຂດເສດຖະກິດ-ການຄ້າ. ຂ້າພະເຈົ້າຂໍເນັ້ນໜັກ 4 ຈຸດ ຄື:

ໜຶ່ງ: ໃນເວລາປະເຊີນໜ້າກັບການສະແດງ “ການກົດໜີບແບບສຸດຂີດ” ແບບນີ້, ປະເທດຂະຫຍາຍຕົວຂຶ້ນມາບໍ່ແມ່ນຍ້ອນການຖືກນາບຂູ່, ໃນປະຫວັດສາດຫ້າພັນປີຜ່ານມາຂອງເຊື້ອຊາດຈີນ ບໍ່ມີຄື້ນພາຍຸລົມແດງໃດທີ່ບໍ່ເຄີຍຜ່ານຜ່າ. ພວກເຮົາບໍ່ຍິນດີຈະເຮັດສົງຄາມການຄ້າ, ແຕ່ເດັດຂາດບໍ່ໄດ້ຢ້ານການເຮັດສົງຄາມການຄ້າ, ພວກເຮົາຈະຕອບໂຕ້ຄືນຢ່າງເດັດດ່ຽວ ແລະ ຈະສູ້ຈົນເຖິງທີ່ສຸດ. ການອ່ອນຂໍ້ບໍ່ໄດ້ໝາຍວ່າຈະສາມາດເຮັດໃຫ້ອີກຝ່າຍໜຶ່ງຍອມຖອຍໄດ້, ແຕ່ຍິ່ງຈະເປັນການປະປ່ອຍໃຫ້ອີກຝ່າຍໜຶ່ງນັບມື້ນັບພາໂລຫຼາຍຂຶ້ນ. ມີພຽງແຕ່ການຕອບໂຕ້ຢ່າງເດັດດ່ຽວຈິ່ງຈະສາມາດຕ້ານທານຕໍ່ການກະທົບໄດ້, ເປັນການບັງຄັບໃຫ້ອີກຝ່າຍໜຶ່ງຕ້ອງໄດ້ສະແດງທ່າທີຂອງຄວາມສະເໝີພາບ, ຄວາມເຄົາລົບ ແລະ ເອື້ອອຳນວຍເຊິ່ງກັນ ແລະ ກັນ. ອັນນີ້ກໍເພື່ອປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດການພັດທະນາຂອງປະເທດຈີນເອງ, ທັງເປັນການປົກປັກຮັກສາຄວາມຍຸຕິທຳ ແລະ ທ່ຽງທຳຂອງສາກົນ, ເປັນການປົກປ້ອງລະບອບການຄ້າຫຼາຍຝ່າຍ, ປົກປ້ອງຜົນປະໂຫຍດຮ່ວມກັນຂອງປະຊາຄົມສາກົນ.

ສອງ, ປະເທດຈີນມີີຄວາມໝັ້ນໃຈຢ່າງເຕັມສ່ວນໃນການຮັກສາການພັດທະນາດ້ານເສດຖະກິດຂອງຕົນໃຫ້ເຂັ້ມແຂງໝັ້ນທ່ຽງ. ພວກເຮົາມີການນໍາພາອັນໜັກແໜ້ນຂອງສູນກາງພັກ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ, ມີລະບົບການຜະລິດອຸດສາຫະກໍາທີ່ເຂັ້ມແຂງທີ່ສຸດໃນທົ່ວໂລກ ແລະ ມີຄວາມສາມາດໃນການປະດິດສ້າງໃໝ່ດ້ານເຕັກໂນໂລຊີທີ່ນໍາໜ້າໃນທົົ່ວໂລກ, ໃນໄຕມາດທຳອິດຂອງປີນີ້ ລວມຍອດມູນຄ່າການຜະລິດພາຍໃນຂອງຈີນ ທຽບກັບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 5.4% ເປັນການເລີ່ມຕົ້ນທີ່ດີ. ພວກເຮົາຍັງມີຕະຫຼາດຂະໜາດໃຫຍ່ຫຼາຍ ແລະ ມີການຂະຫຍາຍຂະໜາດແບບບໍ່ຢຸດຢັ້ງ, ອັດຕາການບໍລິໂພກຂອງປະຊາຊົນຈີນ ມີພຽງແຕ່ 40%, ການເພີ່ມຂຶ້ນແຕ່ລະໜຶ່ງສ່ວນຮ້ອຍ ກໍຈະກາຍເປັນຕະຫຼາດທີ່ຂະຫຍາຍຕົວຈຳນວນ 1,000 ກວ່າຕື້ຢວນຈີນ, ທຽບເທົ່າປະມານ 3-4 ສ່ວນ (60-70%) ຂອງມູນຄ່າການສົ່ງອອກຈາກຈີນໄປອາເມຣິກາ ໃນປີ 2024. ນັ້ນກໍໝາຍຄວາມວ່າ, ຂໍພຽງແຕ່ອັດຕາການບໍລິໂພກຂອງປະຊາຊົນເພີ່ມຂຶ້ນທຸກ 3-4 ສ່ວນຮ້ອຍ, ພວກເຮົາກໍຈະສາມາດອາໄສການບໍລິໂພກພາຍໃນມາຖົມພາກສ່ວນການສົ່ງອອກທີ່ຖືກກົດໜ່ວງຈາກອາມຣິກາ, ປະເທດຈີນພວມປະຕິບັດຍຸດທະສາດການຂະຫຍາຍຄວາມຕ້ອງການພາຍໃນປະເທດ ແລະ ວຽກງານສະເພາະກິດໃນການກະຕຸ້ນການບໍລິໂພກພາຍໃນ, ເຫັນວ່າໄດ້ຮັບຜົນສຳເລັດທີ່ຕັ້ງໜ້າ. ປະເທດຈີນຍັງຈະສືບຕໍ່ ເດັດດ່ຽວດຳເນີນການເປີດກວ້າງຢ່າງບໍ່ຄອນແຄນ, ຮ່ວມ ກັບຝ່າຍລາວ ແລະ ປະເທດຕ່າງໆເພີ່ມທະວີການຮ່ວມມືທີ່ສ້າງຜົນປະໂຫຍດຮ່ວມກັນ ແລະ ແບ່ງປັນກາລະໂອກາດການພັດທະນາ.

ສາມ, ອາເມຣິກາສູນເສຍຄຸນນະທຳ ແລະ ຂາດການຊ່ວຍເຫຼືອຈາກຜູ້ອື່ນ. “ພາສີທີ່ເທົ່າທຽມກັນ” ສຸດທ້າຍກໍຈະສິ້ນສຸດລົງດ້ວຍຄວາມປະລາໄຊ. ອາເມຣິກາໄດ້ເກັບເພີ້ມພາສີພຽງຝ່າຍດຽວ ເຊິ່ງເປັນການຂັດກັບລະບຽບຫຼັກການຂອງອົງການການຄ້າໂລກ, ເປັນການທຳລາຍຜົນປະໂຫຍດຮ່ວມກັນຂອງປະຊາຊົນບັນດາປະເທດ, ນັບມື້ນັບມີຫຼາຍປະເທດຄັດຄ້ານຕໍ່ການເພີ້ມພາສີ ແລະ ການປະຕິບັດແບບມະຫາອຳນາດຝ່າຍດຽວຂອງອາເມຣິກາ.

ສີ່, ບັນດາປະເທດຕ້ອງໄດ້ສາມັກຄີຈັບມືກັນ ແລະ ຮັບມືຮ່ວມກັນ. ມະນຸດດຳລົງຊີວິດຢູ່ຮ່ວມໂລກດຽວກັນ, ບໍ່ມີປະເທດໃດຈະສາມາດຢູ່ພຽງລຳພັງໄດ້. ບໍ່ວ່າຈະເປັນປະເທດນ້ອຍຫຼືໃຫຍ່ ລ້ວນແຕ່ຕ້ອງໄດ້ເຄົາລົບ ແລະ ປະຕິບັດຕາມລະບຽບຫຼັກການພື້ນຖານຂອງການພົວພັນສາກົນ, ປົກປ້ອງກົດໝາຍສາກົນ ແລະ ຮັກສາຄວາມເປັນລະບຽບຂອງການຄ້າເສລີ, ຖ້າຫາກອາເມຣິກາປະຕິບັດນະໂຍບາຍພາສີແບບຊະຊາຍຕາມໃຈຕົນເອງ, ໃນອະນາຄົດແນ່ນອນວ່າຈະມີການເຄື່ອນໄຫວທີ່ຖືເບົາຕໍ່ກົດໝາຍສາກົນ ແລະ ຮຸກຮານກືນກິນຜົນປະໂຫຍດຂອງປະເທດອື່ນຫຼາຍຂຶ້ນ. ໂລກກໍຈະກັບຄືນໄປສູ່ “ຫຼັກການເຖື່ອນ”, ເມື່ອຮອດເວລານັ້ນຜູ້ທີ່ຈະຖືກກະທົບຫຼາຍກວ່າໝູ່ກໍແມ່ນປະເທດກຳລັງພັດທະນາ, ຂໍພຽງແຕ່ເພີ່ມທະວີຄວາມສາມັກຄີປະສານງານກັນ ຈິ່ງຈະສາມາດປົກປ້ອງຜົນປະໂຫຍດຂອງການພັດທະນາຂອງຕົນໄດ້.

ປັດຈຸບັນ, ການຮ່ວມມືລະຫວ່າງ ຈີນ-ອາຊຽນ ມີທ່າແຮງທີ່ເຂັ້ມແຂງ, ປີຜ່ານມາມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 982,3 ຕື້ໂດລາ, ທຽບກັບໄລຍະດຽວກັນຂອງປີ 2023 ເພີ່ມຂຶ້ນ 7.7%, ສອງຝ່າຍໄດ້ສືບຕໍ່ເປັນຄູ່ຮ່ວມການຄ້າໃຫຍ່ທີ່ສຸດເຊິ່ງກັນ ແລະ ກັນ ເປັນເວລາ 5 ປີ ຕິດຕໍ່ກັນ, ມູນຄ່າການຄ້າ ຈີນ-ລາວ ກໍໄດ້ສ້າງສະຖິຕິສູງອັນໃໝ່, ໃນນັ້ນ ມູນຄ່າການສົ່ງອອກສິນຄ້າຂອງລາວ ໄປຈີນ ບັນລຸໄດ້ 880 ລ້ານໂດລາ, ຫຼາຍກວ່າຍອດລວມມູນຄ່າການຄ້າ ລະຫວ່າງ ລາວ ກັບ ອາເມຣິກາ, ທຽບກັບໄລຍະຜ່ານມາເພີ່ມຂຶ້ນ 121%. ເມື່ອ RCEP ໄດ້ມີຜົນສັກສິດແລ້ວ ກໍຄື ການເຈລະຈາເຂດການຄ້າເສລີ ຈີນ-ອາເມຣິກາ ສະບັບ 3.0 (ACFTA)3.0 ໄດ້ສຳເລັດລົງດ້ວຍໝາກຜົນຕົວຈິງແລ້ວ, ການຄ້າ ແລະ ການລົງທຶນໃນພາກພື້ນກໍຈະຍິ່ງມີຄວາມເສລີ ແລະ ສະດວກສະບາຍຍິ່ງຂຶ້ນ, ຈະເປັນການປະກອບສ່ວນຕົວຈິງໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນມີຄວາມຮັ່ງມີຂຶ້ນ. ພວກເຮົາຄວນຈັບມືກັນ ປະກອບສ່ວນໃຫ້່ລັດທິຫຼາຍຝ່າຍທີ່ແທ້ຈິງໄດ້ຮັບມືກັບລັດທິຝ່າຍດຽວ, ໃຫ້ການຄ້າທີ່ມີຄວາມຍຸຕິທຳເອົາຊະນະລັດທິປົກປ້ອງການຄ້າ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ການພັດທະນາທີ່ໄດ້ມາຍາກນີ້ຂອງບັນດາປະເທດໃນພາກພື້ນ.

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ເພີ່ມເຕີມ