ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນ  ການພົວພັນຮ່ວມມືສອງຝ່າຍ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato ErywanPehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ.
ສປປ ລາວ ແລະ ບຣໄນ ດາຣຊາລາມ ເພມທະວຮດແໜນ ການພວພນຮວມມສອງຝາຍ - image 1
 

 

ໃນວັນທີ 20 ຕຸລາ 2025 ທີ່ ເຮືອນຮັບແຂກ ອັດຊາຣາ ນະຄອນຫຼວງ ບັນດາເສຣີ ເບກາວັນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ແລະ ຄະນະ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ຊຶ່ງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ບຣູໄນ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ຕະຫຼອດໄລຍະຜ່ານມາ, ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ຕີລາຄາຕໍ່ການຮ່ວມມືໃນດ້ານການເມືອງ, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືດ້ານກະສິກໍາ, ພະລັງງານ, ການສົ່ງເສີມການທ່ອງທ່ຽວ ແລະ ສືບຕໍ່ກົນໄກການຮ່ວມມືສອງຝ່າຍ ກໍຄືການຈັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 5 ຊຶ່ງສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນ ໂດຍສະເພາະການສົ່ງເສີມການຄ້າ ແລະ ການລົງທຶນໃນຂະແໜງ ກະສິກຳ ແລະ ພະລັງງານ ລະຫວ່າງສອງປະເທດ ກໍຄື ການສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສປປ ລາວ ແລະ ບຣໄນ ດາຣຊາລາມ ເພມທະວຮດແໜນ ການພວພນຮວມມສອງຝາຍ - image 2
 

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ບຣູໄນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ,ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ລວມທັງຜົນສຳເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ.

ໃນຂະນະດຽວກັນ, ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສປປ ລາວ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.

ສປປ ລາວ ແລະ ບຣໄນ ດາຣຊາລາມ ເພມທະວຮດແໜນ ການພວພນຮວມມສອງຝາຍ - image 3
 

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ເປັນສວນທີ່ໃຫ້ທຸກຊັ້ນຄົນເຂົ້າມາທ່ຽວຊົມໄດ້ ໂດຍບໍໄດ້ເສຍຄ່າຜ່າປະຕູ ສະຫາຍ ຄໍາຜາ ພິມມະສອນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຮັບຜິດຊອບໂຄງການຝ່າຍລາວ ໄດ້ກ່າວວ່າ: ໂຄງການສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສອງລັດ ລາວ-ຫວຽດນາມ ໂຄງການດັ່ງກ່າວແມ່ນໄດ້ມືການປຶກສາຫາລືກັນຕັ້ງແຕ່ປີ 2015 ແລະ ເລີມຈັດຕັ້ງປະຕິບັດຕົວຈິ່ງປີ 2022 , ມີການສໍາລວດອອກແບບ ແລະ ມີເນື້ອທີປະມານ 3 ແຮັກຕາກວ່າ ແລະ ໃນສວນແຫ່ງນີ້ ເປັນເອກະລັກແມ່ນກຸ່ມຮູບປັ້ນ 3 ທ່ານຜູ້ນຳ ຄື ປະທານ ໂຮ່ຈີມິນ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພາ ນຸວົງ ອັນນີ້ແມ່ນສະແດງໃຫ້ເຫັນເຖິງຄວາມສາມັກຄືມິດຕະພາບຂອງລາວເຮົາມາແຕ່ດຶກດຳບັນ ສວນນີ້ເປັນ
ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ໃນຕອນເຊົ້າວັນທີ 4 ທັນວາຜ່ານມານີ້, ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ການ​ພົບ​ປະສອງຝ່າຍລະຫວ່າງ​ ສະພາ​ທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ນະຄອນຫຼວງວຽງຈັນ,ຝ່າຍລາວນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຊວນ ຖັ້ງ, ກໍາມະ​ການ​ກົມ​ການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມກອມມູນິດຫວຽດນາມ.
ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ