ໃນໂອກາດດັ່ງກ່າວ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພັກອາແຊັກໄບຊານໃໝ່ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເປັນເຈົ້າພາບຈັດກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ຂອງອົງການ ICAPP ພ້ອມນຳເອົາຄວາມຢື້ຢາມຖາມຂ່າວຈາກການນຳຂັ້ນສູງຂອງພັກ ປປ ລາວ ເຖິງການນຳຂັ້ນສູງຂອງ ພັກອາແຊັກ ໄບຊານໃໝ່. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ທີ່ມີມາແຕ່ສະໄໝອະດີດສະຫະພາບໂຊວຽດ ໂດຍສະເພາະການຊ່ວຍສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ຊຶ່ງກາຍເປັນປັດໄຈພື້ນຖານສຳຄັນຕໍ່ການພົວພັນ ລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ ກໍຄື ການສະໜັບສະໜູນຊຶ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືລະດັບພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດພິເສດທາງດ້ານພູມສັນຖານ ແລະ ສະພາບການພົ້ນເດັ່ນຂອງ ສປປ ລາວ ເປັນຕົ້ນແມ່ນການພັດທະນາເສດຖະກິດ-ສັງຄົມ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ນີ້ ແລະ ການກະກຽມຈັດກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026.
ສະຫາຍ ຕາຄີຣ ບູດາກົບ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ-ເຮັດວຽກທີ່ ສ ອາແຊັກໄບຊານ ຂອງຄະນະໃນຄັ້ງນີ້ ຊຶ່ງຖືເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ອາແຊັກໄບຊານ-ລາວ ທີ່ມີມາແຕ່ດົນນານນັບແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນເຖິງໄລຍະແຫ່ງການສ້າງສາພັດທະນະປະເທດຊາດໃຫ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆຈາກສອງປະເທດ. ພິເສດ, ສະຫາຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສໍາຄັນຂອງ ສປປ ລາວ ໃນປີນີ້ ໂດຍສະເພາະບັນດາຜົນງານການນຳພາຂອງພັກ ປປ ລາວ ຕະຫຼອດໄລຍະ 70 ປີຜ່ານມາ ແລະ ອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປປ ລາວ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມພ້ອມທັງຝາກຄວາມຢື້ຢາມຖາມຂ່າວເຖິງການນຳຂັ້ນສູງພັກ-ລັດລາວ ຕື່ມນໍາອີກ.
(ຂ່າວ: ຄຕພ)
ຄໍາເຫັນ