ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ 673 ລ້ານເຢນ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ 673 ລ້ານເຢນ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ 673 ລ້ານເຢນ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ
ໃນວັນທີ 20 ຕຸລາ ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບສະຖານເອກອັກຄະຣາຊະທູດແຫ່ງຍີ່ປຸ່ນປະຈໍາ ສປປ ລາວ ໄດ້ຈັດພິທີລົງນາມເອກະສານແລກປ່ຽນການຊ່ວຍເຫຼືອໃນໂຄງການ“ພັດທະນາທ້ອງຖິ່ນຜ່ານການ​ການແກ້ໄຂບັນຫາລະເບີດບໍ່ທັນແຕກ ​ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3). ໂດຍການລົງນາມຢ່າງເປັນທາງການຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຍີ່ປຸ່ນປະຈຳ ສປປ ລາວ. ໂດຍລັດຖະບານຍີ່ປຸ່ນສະໜອງການຊ່ວຍເຫຼືອເປັນມູນຄ່າ 673,000,000 ເຢນ ຫຼື 4.5 ລ້ານໂດລາ ໃຫ້ແກ່ ສປປ ລາວ, ເພື່ອສຸມໃສ່ການພັດທະນາຄວາມສາມາດຂອງໂຄງການເກັບກູ້ລະເບີດເເຫ່ງຊາດຢູ່ພາກໃຕ້ຂອງ ສປປ ລາວ.
ລດຖະບານຍປນໃຫການຊວຍເຫອ 673 ລານເຢນ ເພອວຽກງານເກບກລະເບດບທນແຕກ - image 1
 

 

ການຊ່ວຍເຫຼືອໃນຄັ້ງນີ້ເປັນການຊ່ວຍເຫຼືອຂອງໄລຍະທີສາມວຽກງານເກັບກູ້ລະເບີດບໍ່ທັນແຕກ (ລບຕ) ໃນ 3 ແຂວງພາກໃຕ້ ທີ່ປັດຈຸບັນຍັງມີລະເບີດບໍ່ທັນແຕກເປັນຈໍານວນຫຼວງຫຼາຍທີ່ຍັງຕົກຄ້າງຢູ່ ຄື: ແຂວງຈຳປາສັກ, ສາລະວັນ ແລະ ແຂວງເຊກອງ. ເປົ້າໝາຍຕົ້ນຕໍຂອງໂຄງການແມ່ນເພື່ອການສະໜອງການສະໜັບສະໜູນໂດຍກົງໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ເພື່ອຮັບປະກັນວ່າການສ້າງຂີດຄວາມສາມາດ ແລະ ການສະ ໜອງອຸປະກອນທີ່ຈໍາເປັນສໍາລັບການດໍາເນີນງານສໍາຫຼວດກວດກູ້ລະເບີດທີ່ຍັງຕົກຄ້າງໄດ້ໃນໄລຍະຍາວ ແລະ ມີຄວາມຍືນຍົງ ແລະ ມີປະສິດທິພາບ. ທຶນດັ່ງກ່າວຈະຖືກຈັດສັນໃຫ້ແກ່ຂົງເຂດທີ່ສໍາຄັນຄື: ສະໜອງທຶນໃຫ້ແກ່ການປະຕິບັດງານພາກສະໜາມໃນ 3 ແຂວງພາກໃຕ້ ເພື່ອສໍາຫຼວດກວດກູ້ພື້ນທີ່ອັນຕະລາຍທີ່ໄດ້ຮັບການຢັ້ງຢືນ(CHAs), ສະໜອງອຸປະກອນທີ່ສໍາຄັນໃນວຽກງານສໍາຫຼວດກວດກູ້, ລວມທັງພາຫະນະຂົນສົ່ງໜັກ ແລະ ເບົາ (ລົດບັນທຸກຕິດລໍ້ພ່ວງ ແລະ ລົດບັນທຸກ), ເຄື່ອງກວດຈັບລະເບີດທີ່ທັນສະໄໝ (ເຊັ່ນ: ຮຸ່ນ Vallon ແລະ Ebinger), ແລະ ອຸປະກອນ ໄອທີແທັບເລັດດີຈີຕອນ ເພື່ອປັບປຸງການຄຸ້ມຄອງຂໍ້ມູນ ແລະ ການລາຍງານໃນພາກສະໜາມແລະ ການເສີມສ້າງການຕິດຕາມກວດກາລວມທັງຄ່າໃຊ້ຈ່າຍສໍາລັບກິດຈະກໍາ ແລະ ວຽກງານການຄຸ້ມຄອງ ແລະ ຈັດການທີ່ສໍາຄັນ, ເຊັ່ນການສໍາຫຼວດຜົນກະທົບທາງດ້ານສັງຄົມ-ເສດຖະກິດ ແລະ ການກວດສອບບັນຊີເປັນຕົ້ນເພື່ອຮັບປະກັນການນໍາໃຊ້ທຶນທີ່ມີຄວາມຈະແຈ້ງ ແລະ ຄວາມໂປ່ງໃສໃນລະດັບສູງສຸດ.

ໂຄງການໄລຍະ 3 ດັ່ງກ່າວນີ້ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ກັບ ສປປ ລາວ, ໂດຍສະເພາະແມ່ນການບັນລຸຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຫຼື SDG 18: ຊີວິດປອດໄພຈາກ ລບຕ. ປັດຈຸບັນ, ບັນຫາຂອງ ລບຕ ຍັງຄົງເປັນອຸປະສັກອັນຕົ້ນຕໍທີ່ສໍາຄັນຕໍ່ການພັດທະນາເສດຖະ ກິດ-ສັງຄົມ, ທັງເປັນການກີດຂວາງການຜະລິດກະສິກໍາ, ໂຄງການພັດທະນາພື້ນຖານໂຄງລ່າງ ແລະ ການດໍາລົງຊີວິດໂດຍລວມຂອງຊຸມຊົນໃນເຂດຊົນນະບົດ. ລັດຖະບານ ສປປ ລາວ ໄດ້ສືບຕໍ່ໃຫ້ບຸລິມະສິດແກ່ການກໍາຈັດອຸປະສັກນີ້ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 (2021-2025) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 18 ຊຶ່ງເປັນເປົ້າໝາຍສະເພາະຂອງລາວ ຄື: “ຊີວິດປອດໄພຈາກ ລບຕ.”

ລດຖະບານຍປນໃຫການຊວຍເຫອ 673 ລານເຢນ ເພອວຽກງານເກບກລະເບດບທນແຕກ - image 2
 

ໃນໂອກາດັ່ງກ່າວນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມຮອງປະທານຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັກແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ກ່າວເນັ້ນວ່າ: “ໃນໂອກາດທີ່ມີຄວາມໝາຍນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນສຳລັບການຊ່ວຍເຫຼືອຢ່າງຕໍ່ເນື່ອງໃນການແກ້ໄຂບັນຫາ ລບຕ ທີ່ເປັນສິ່ງເສດເຫຼືອແຕ່ປາງສົງຄາມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ. ການຮ່ວມມືນີ້ແມ່ນສອດຄ່ອງກັບການຍົກລະດັບສາຍພົວພັນສອງຝ່າຍຂອງພວກເຮົາໃຫ້ເປັນ ‘ຄູ່ຮ່ວມຍຸດທະສາດຮອບດ້ານ’, ເພື່ອສືບຕໍ່ກ້າວໄປສູ່ອະນາຄົດແຫ່ງສັນຕິພາບ, ຄວາມປອດໄພ ແລະ ວັດທະນາຖາວອນ.”

ໃນວາລະດຽວກັນ, ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຍີ່ປຸ່ນປະຈຳ ສປປ ລາວ ກໍໄດ້ເນັ້ນໜັກວ່າ ຍີ່ປຸ່ນມີຄໍາໝັ້ນສັນຍາທີ່ຈະສະໜັບສະໜູນເປົ້າໝາຍແຫ່ງຊາດທີ່ສໍາຄັນນີ້. ທ່ານກ່າວວ່າ: "ວຽກງານເກັບກູ້ ລບຕ ແມ່ນມີຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຊ່ວຍເຫຼືອທາງດ້ານມະນຸດສະທໍາ; ມັນແມ່ນເງື່ອນໄຂພື້ນຖານສໍາລັບການພັດທະນາແບບຍືນຍົງ," ທ່ານໄດ້ກ່າວຕື່ມວ່າ: "ການຊ່ວຍເຫຼືອໃນໄລຍະ 3 ນີ້ແມ່ນສະແດງໃຫ້ເຫັນເຖິງຄໍາໝັ້ນສັນຍາທີ່ໜັກແໜ້ນຂອງລັດຖະບານຍີ່ປຸ່ນຕໍ່ການເປັນຄູ່ຮ່ວມຍຸດທະສາດກັບ ສປປ ລາວ ຊຶ່ງຈະຮັບປະກັນວ່າ ສປປ ລາວ ຈະມີຜືນແຜ່ນດິນທີ່ປອດໄພສາມາດຖືກສົ່ງຄືນໃຫ້ປະຊາຊົນ, ສາມາດປະກອບສ່ວນໃຫ້ມີການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ແລະ ສ້າງອະນາຄົດທີ່ປອດໄພກວ່າເກົ່າ."

ການສະໜັບສະໜູນໃໝ່ນີ້ສ້າງຂຶ້ນບົນພື້ນຖານການປະກອບສ່ວນອັນຍາວນານຂອງຍີ່ປຸ່ນໃຫ້ແກ່ຂະແໜງການ ລບຕໃນລາວ ຊຶ່ງເສີມສ້າງຄວາມສາມາດຂອງປະເທດຊາດໃນການຄຸ້ມຄອງ ແລະ ດໍາເນີນງານການສໍາຫຼວດກວດກູ້ຢ່າງມີປະສິດທິພາບເພື່ອບັນລຸເປົ້າໝາຍໃນການຊ່ວຍເຫຼືອ ສປປ ລາວ, ກໍຄືປະຊາຊົນລາວ ໃຫ້ສາມາດອອກຈາກໄພຂົ່ມຂູ່ຂອງລະເບີດທີ່ບໍ່ທັນແຕກນີ້ໄດ້ໃນອະນາຄົດ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໃນຕອນແລງວັນທີ 19 ພະຈິກຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕະມົນປະຈໍາປີ 2026ຊຶ່ງນໍາພາໂດຍທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.
ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດງານວັນວັດທະນະທຳອາຫານຫວຽດນາມຢູ່ລາວ ປະຈຳປີ 2026 ຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສຳນັກງານສະຖານຫວຽດນາມ ປະຈຳ ສປປ ລາວນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີການນຳພັກ-ລັດ, ອະດີດການນຳພັກ-ລັດ, ບັນດາທູຕານຸອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ໃນລະຫວ່າງວັນທີ 17-21 ພະຈິກນີ້, ສະຫາຍ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະຜູ້ແທນຂອງພັກປະຊາຊົນປະຕິວັດລາວ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫຼີ. ຈຸດປະສົງການຢ້ຽມຢາມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ ໄລຍະປີ 2022-2027 ກໍຄືການຜັນຂະຫຍາຍຜົນການພົບປະສຸດຍອດ ລະຫວ່າງ ການນໍາສູງສຸດຂອງສອງປະເທດ ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ຢ່າງເປັນທາງການ ໃນເດືອນຕຸລາ 2025 ໃຫ້ເປັນຮູບປະທຳ; ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ຄະນະຜູ້ແທນໜັງສືພິມປະຊາຊົນແລກປ່ຽນບົດຮຽນຢູ່ສູນDDSນະຄອນດາໜັງ

ຄະນະຜູ້ແທນໜັງສືພິມປະຊາຊົນແລກປ່ຽນບົດຮຽນຢູ່ສູນDDSນະຄອນດາໜັງ

ໃນວັນທີ 19ພະຈິກຜ່ານມາທີ່ນະຄອນດາໜັງ ສສຫວຽດນາມ, ທ່ານສີວັນຫອມໄຊຍະເດດກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນຢູ່ສູນຫັນເປັນດີຈີຕອນແລະເຕັກໂນໂລຊີຍຸດທະສາດດາໜັງ (DDS)ໃຫ້ກຽດຕ້ອນຮັບຂອງທ່ານຟ້າມເທ້ເຍີນຮອງຜູ້ອໍານວຍການສູນຫັນເປັນດີຈີຕອນແລະເຕັກໂນໂລຊີຍຸດທະສາດດາໜັງພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ເພີ່ມເຕີມ