![]() |
ໂອກາດນີ້, ສະຫາຍ ເຈີ່ນແທັງຮືງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະໃຫ້ການນຳແຂວງອຸດົມໄຊ ຮັບຊາບ. ການມາຢ້ຽມຢາມຄັ້ງນີ້, ເພື່ອແລກປ່ຽນບົດຮຽນ, ປຶກສາຫາລື ກ່ຽວກັບວຽກງານຍຸຕິທຳ ແລະ ການປະສານງານ ເພື່ອຍົກລະດັບຄວາມສາມາດໃນການຈັດຕັ້ງປະຕິບັດກົດໝາຍໃນແຕ່ລະທ້ອງຖິ່ນ, ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງສອງແຂວງ.
ສະຫາຍ ວົງສະຫວັນ ໄຊຍະວົງ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນພະແນກຍຸຕິທຳແຂວງດຽນບຽນ, ສະຫາຍໄດ້ເນັ້ນເຖິງຄວາມສຳຄັນຂອງການພົວພັນຮ່ວມມື ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງດຽນບຽນ ແລະ ແຂວງອຸດົມໄຊ ທີ່ມີມູນເຊື້ອອັນຍາວນານ, ໂດຍສະເພາະແມ່ນການຮ່ວມມື ລະຫວ່າງ ແຂວງຊາຍແດນ. ພ້ອມທັງອວຍພອນໃຫ້ຄະນະຜູ້ແທນແຂວງດຽນບຽນ ຈົ່ງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ເປັນການສືບຕໍ່ເສີມສ້າງສາຍພົວພັນອັນດີງາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
(ພາບ-ຂ່າວ: ແສງອາທິດ)
ຄໍາເຫັນ